Homeຂ່າວພາຍ​ໃນປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງ ປະທານ ຄະນະມົນຕີເພື່ອສັນຕິພາບ ແລະ ຄວາມປອງດອງແຫ່ງອາຊີ

ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງ ປະທານ ຄະນະມົນຕີເພື່ອສັນຕິພາບ ແລະ ຄວາມປອງດອງແຫ່ງອາຊີ

Published on

ໃນວັນທີ 20 ມີນາ 2023 ຜ່ານມາ, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງ ທ່ານ ສຸລະກຽດ ສະຖຽນໄທ ປະທານ ຄະນະມົນຕີເພື່ອສັນຕິພາບ ແລະ ຄວາມປອງດອງແຫ່ງອາຊີ, ອະດີດຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 20-21 ມີນາ 2023.


ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ສຸຣະກຽດ ສະຖຽນໄທ ໃນຄັ້ງນີ້ ເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາຕາມຍຸດທະສາດການຮ່ວມມື ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ.

ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ພະບໍລົມວົງສານຸວົງ ທຸກພະອົງ ແລະ ເຊື້ອເຊີນ ເດີນທາງມາຢ້ຽມ ສປປ ລາວ ໃນໂອກາດທຸກພະອົງມີຄວາມສະດວກ. ນອກຈາກນີ້, ຍັງໄດ້ສະແດງຄວາມຂອບໃຈ ທ່ານ ສຸລະກຽດ ສະຖຽນໄທ ໃນນາມເປັນຮອງປະທານທີ່ປຶກສາ ແລະ ປະທານກໍາມະການບໍລິຫານ ຂອງມູນນິທິອາສາເພື່ອນເພິ່ງພາຍາມຍາກ, ສະພາກາຊາດໄທ ໃນການຈັດຕັັ້ງປະຕິບັດໂຄງການຕິດຕັ້ງສະຖານີວັດແທກລະດັບນໍ້າ ແລະ ສະພາບອາ ກາດ ຈຳນວນ 11 ສະຖານີ ຢູ່ແຂວງຕ່າງໆຂອງລາວ, ຊຶ່ງເປັນເຄື່ອງມືໜຶ່ງທີ່ສໍາຄັນໃນການເຝົ້າລະວັງລະດັບນໍ້າ ແລະ ຕິດຕາມສະພາບອາກາດ ເພື່ອເປັນຂໍ້ມູນນໍາໃຊ້ເຂົ້າໃນການແຈ້ງເຕືອນປະຊາຊົນ ເພື່ອຫລຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມ ກໍຄື ໄພທຳມະຊາດຕ່າງໆທີ່ອາດຈະເກີດຂຶ້ນ ແລະ ຫວັງວ່າ ການຮ່ວມມືດັ່ງກ່າວຈະສືບຕໍ່ເພີ່ມທະວີໃຫ້ຫລາຍຂຶ້ນ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນສອງຊາດ.
ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...