spot_img
Homeຂ່າວຕ່າງປະເທດລັດຖະບານ​ຊີ​ເຣຍ ​ໂຈມ​ຕີ​ກຸ່ມ​ໄອ​ເອັສ ພາດ! ປະຊາຊົນ​ຖືກ​ລົງ​ຫລົງ​ ເສຍ​ຊີວິດ​​ເກືອບຮ້ອຍ!

ລັດຖະບານ​ຊີ​ເຣຍ ​ໂຈມ​ຕີ​ກຸ່ມ​ໄອ​ເອັສ ພາດ! ປະຊາຊົນ​ຖືກ​ລົງ​ຫລົງ​ ເສຍ​ຊີວິດ​​ເກືອບຮ້ອຍ!

Published on

581992-01

 

ປະຕິບັດ​ການ​ໂຈມ​ຕີ​ທາງ​ກາກາດ ​ໃສ່​​ເປົ້າ​ໝາຍ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິດສະ​ລາມ ຫລື ກຸ່ມ​ໄອ​​ເອັສ ​ໃນ​ພື້ນ​ທີ່​ພາກ​ເໜືອ

ຂອງ​ຊີ​ເຣຍ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເກືອບ 100​ ຄົນ.

 

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ ​ໃນ​ວັນ​ທີ 27 ພະຈິກ​ນີ້​ວ່າ ລັດຖະບານ​ຊີ​ເຣຍ ​ໄດ້​ປະຕິບັດ​ການ​ໂຈມ​ຕີ​ຖານ​ທີ່​ໝັ້ນ

ຂອງ​ກຸ່ມ​ກໍ່​ການ​ຮ້າຍ​​​ໄອ​ເອັສ ​ໃນ​ພື້ນ​ທີ່​ເມືອງຣັກກະ ທາງ​ຕອນ​ເໜືອ ​ແລະ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ​ໂດຍ

​ໃນ​ມື້ວານ​ນີ້ (26 ພະຈິກ) ​ເຮັດ​ໃຫ້​ມີ​ລະ​ເບີດ​ລູກ​ຫລົງ​ຕົກລົງ​ໃສ່​ຕະຫລາດ ​ໃກ້​ກັບ​ພິພິທະ​ພັນ ​ແລະ ​ໂຮງງານ​ອຸດສາຫະ

ກຳ​ຂອງ​ປະ​ເທດ​ເພື່ອນ​ບ້ານ ​ເປັນ​ເຫດ​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ເປັນ​ຈຳນວນ​ຫລວງ​ລາຍ ​ເຊິ່ງລ່າ​ສຸດ​ກຸ່ມ​ນັກ​ເຄື່ອນ

​ໄຫວ​ດ້ານ​ສິດທິ​ມະນຸດ ​ທີ່​ໄດ້​ເຝົ້າ​ລະວັງ​ເຫດການ​ໃນ​ພື້ນ​ທີ່​ໄດ້​ລະບຸ​ວ່າ ​ມີ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ​ເປັນ 95 ຄົນ​ແລ້ວ ​ໂດຍ

ມີ​ຜູ້​ບາດ​ເຈັບ​ອີກ​ຈຳນວນ​ບໍ່​ໜ້ອຍ​ກ່ວາ 120 ຄົນ.

 

ຢ່າງ​ໃດ​ກໍ​ຕາມ ການ​ໂຈມ​ຕີ​ໃນ​ມື້ວານ​ນີ້ ນັບ​ເປັນ​ຄັ້ງ​ທີ 10 ສຳລັບ​ການ​ໂຈມ​ຕີ​ທາງ​ອາກາດ ​ແລະ ຍັງ​ສົ່ງ​ຜົນ​ເຮັດ​ໃຫ້​ຕະ

ຫລາດ​ແຫ່ງ​ອື່ນໆ​ໃນ​ພື້ນ​ທີ່​ປິດ​ການ​ຊື້​ຂາຍ ​ແລະ ​ເຮັດ​ໃຫ້​ໂຮງໝໍ​ໃນ​ພື້ນ​ທີ່​ເກີດ​ຄວາມ​ວຸ້ນວາຍ​ທັນທີ ​ເພາະ​ອຸປະກອນ

ການ​ແບ​ດ ​ແລະ ບຸກຄະລາ​ກອນ​ແພດ​ໝໍ​ເລີ່​ມຂາດ​ແຄນ ບໍ່​ພຽງພໍ​ໃນ​ການ​ຊ່ວຍ​ເຫລືອ​ປິ່ນປົວ​ຜູ້​ໄດ້​ຮັບ​ບາດ​ເຈັບ​ທີ່

​ເຂົ້າ​ຮັບ​ການ​ຮັກສາ.

 

 

ບົດຄວາມຫຼ້າສຸດ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...