Homeຂ່າວພາຍ​ໃນBCEL ແຈ້ງປ່ຽນລະຫັດບັດເອທີເອັມຂອງບັດແຖບແມ່ເຫຼັກທັງໝົດໃນທົ່ວລະບົບ

BCEL ແຈ້ງປ່ຽນລະຫັດບັດເອທີເອັມຂອງບັດແຖບແມ່ເຫຼັກທັງໝົດໃນທົ່ວລະບົບ

Published on

ວັນທີ 16 ມີນາ 2023 ທະນາຄານການຄ້າຕ່າງປະເທດລາວ ອອກແຈ້ງການວ່າ: ເພື່ອເພີ່ມຄວາມປອດໄພໃນການນໍາໃຊ້ບັດເອທີເອັມຢູນຽນເພ ທີ່ເປັນບັດເເຖບແມ່ເຫຼັກ, ທຄຕລ ຈຶ່ງໄດ້ດໍາເນີນການປ່ຽນລະຫັດ ບັດເອທີເອັມຂອງບັດແຖບແມ່ເຫຼັກທັງໝົດໃນທົ່ວລະບົບ ດັ່ງລາຍລະອຽດລຸ່ມນີ້:

1) ສໍາລັບລູກຄ້າທີ່ມີ BCEL One, ທ່ານສາມາດເບິ່ງລະຫັດບັດເອທີເອັມ 6 ຕົວເລກ ຜ່ານທາງແອັບ BCEL One (ດັ່ງຄູ່ມືທີ່ຄັດຕິດມາພ້ອມນີ້). ທ່ານສາມາດນໍາໃຊ້ລະຫັດ ຫຼື ປ່ຽນເປັນລະຫັດຂອງຕົນເອງໃໝ່ ໄດ້ຢູ່ ທີ່ຕູ້ ATM ຂອງ ທຄຕລ ໃນທົ່ວລະບົບ ຫຼື ໃນ ແອັບ BCEL One (ແຕ່ຫ້າມບໍ່ໃຫ້ປ່ຽນເປັນລະຫັດເກົ່າທີ່ ທ່ານເຄີຍນໍາໃຊ້ມາກ່ອນ).

2) ສໍາລັບລູກຄ້າບໍ່ມີ BCEL One ແມ່ນສາມາດເຂົ້າມາປ່ຽນລະຫັດໃໝ່ ຫຼື ປ່ຽນເປັນບັດເອທີເອັມຊິບ ຢູ່ທີ່ ປ່ອງບໍລິການ ຂອງ ທຄຕລ ໃນທົ່ວລະບົບ ໂດຍບໍ່ມີຄ່າທໍານຽມ ຈົນເຖິງວັນທີ 31 ພຶດສະພາ 2023.

ไม่มีคำอธิบายรูปภาพ

ไม่มีคำอธิบายรูปภาพ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...