spot_img
Homeຂ່າວຕ່າງປະເທດຕຳຫລວດ​ຜິວ​ຂາວ ຜູ້​ຍິງ​ໄວ​ໜຸ່ມ​ຜິວ​ດຳ ​ເສຍ​ຊີວິດ​ຢູ່​​ເຟີ​ກູ​ສັນ ອອກ​ເປີດ​ໃຈ​ຕໍ່​ສື່​ຄັ້ງ​ທຳ​ອິດ

ຕຳຫລວດ​ຜິວ​ຂາວ ຜູ້​ຍິງ​ໄວ​ໜຸ່ມ​ຜິວ​ດຳ ​ເສຍ​ຊີວິດ​ຢູ່​​ເຟີ​ກູ​ສັນ ອອກ​ເປີດ​ໃຈ​ຕໍ່​ສື່​ຄັ້ງ​ທຳ​ອິດ

Published on

news08-1

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ພະຈິກ​ນີ້​ວ່າ ທ່ານ ດາ​ເຣນ ວິນ​ສັນ ຕຳຫລວດ​ຜິວ​ຂາວ​ຊາວ​ເມືອງ

​ເຟີ​ກູ​ສັນ ​ໄດ້​ໃຫ້​ສຳພາດ​ຜ່ານ​ສື່​ມວນ​ຊົນ​ເປັນ​ຄັ້ງ​ທຳ​ອິດ ຕັ້ງ​ແຕ່​ເຫດ​ຍິງ ທ້າວໄມ​ເຄິນ ບຣາວ ​ໄວ​ໜຸ່ມ​ຜິວ​ດຳ​ເສຍ

ຊີວິດ​ໃນ​ວັນ​ທີ 9 ສິງຫາ 2014 ຜ່ານ​ມາ​ນີ້​ວ່າ ​ເຮັດ​ໄປ​ໃນ​ຂະນະ​ທີ່​ມີ​ສະຕິ​ຄົບ​ຖ້ວນ ​ແລະ ຢືນຢັນ​ວ່າ ຈະ​ເຮັດ​ໃນ​ສິ່ງ​ດັ່ງ

ກ່າວ​ນີ້ ຫາກ​ເກີດ​ເຫດການ​ເຊັ່ນ​ນີ້​ເກີດ​ຂຶ້ນ​ອີກ.

 

ທ່ານ ວິນ​ສັນ ​ໄດ້​ໃຫ້​ສຳພາດ​ກັບ​ສະຖານີ​ໂທລະພາບ​ເອບີ​ຊີ​ນິວສ໌ ​ເຊິ່ງ​ເຜີຍ​ແຜ່​ຫລັງ​ຈາກ​ທີ່​ຄະນະ​ລູກ​ຂຸນ​ໃຫຍ່​ຂອງ

ລັດ​ມິສຊູຣີ ​ໄດ້​ຕັດສິນ​ບໍ່​ສັ່ງ​ຟ້ອງ​ເຂົາ​ໃນ​ຄະດີ ບຣາວ ຖືກ​ຍິງ​ເສຍ​ຊີວິດວ່າ ​​ເວລາ​ນັ້ນ​ເຂົາ​ເອງ​ຮູ້ສຶກ​ຊີວິດ​ຕົກ​ຢູ່​ໃນ​

ອັນຕະລາຍ ຈິ່ງ​ໄດ້​ຕັດສິນ​ໃຈ​ຈົກ​ປືນ​ອອກ​ມາຍິງ ​ເຊິ່ງ​ເປັນ​ການ​ໃຊ້​ປືນ​ໃນ​ໜ້າ​ທີ່​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່​ປະຕິບັດ

ໜ້າ​ທີ່​ໃນ​ເຂດ​ເມືອງ​ເຟີ​ກູ​ສັນ ຊານ​ເມືອງ​ເຊັ້ນ​ຫລຸຍ.

 

​ເຂົາ​ເຮັດ​ໄປ​ໃນ​ຂະນະ​ທີ່​ມີ​ສະຕິ​ສຳ​ປະຊັນ​ຍະ ​ເພາະ​ໄດ້​ຮູ້​ດີ​ວ່າ​​ເປັນ​ການ​ປະຕິບັດຕາມ​ໜ້າ​ທີ່ ​ແລະ ບໍ່​ຄິດ​ວ່າ​ເຫດການ

ດັ່ງກ່າວ​ນີ້​ຈະ​ຕາມມາ​ຫລອກ​ຫລອນ​ຈິດ​ໃຈ​ຂອງ​ເຂົາ ​ເພາະ​ເລື່ອງ​ແບບ​ນີ້​ຈະ​ຕ້ອງ​ເກີດ​ຂຶ້ນ​ສະ​ເໝີ ​ແລະ ​ເມື່ອ​ຖືກ​

ຖາມວ່າ ​ເຫດການ​ດັ່ງກ່າວ​ຈະ​ຈົບ​ລົງ​ແບບ​ນີ້ ຫລື ບໍ່ ຫາກ​ ທ້າວ ບຣາວ ​ເປັນ​ຄົນ​ຜິວ​ຂາວ? ທ່ານ ວິນ​ສັນ ກໍ​ໄດ້​ຢືນ

ຢັນ​ວ່າ ​ເລື່ອງ​ຈະ​ຕ້ອງ​ຈົບ​ລົງ​ແບບ​ນີ້​ຢ່າງ​ແນ່ນອນ ​ແລະ ​ເຂົາ​ຍັງ​ໄດ້​ກ່າວ​ອີກ​ວ່າ ທ້າວ ບຣາວ ​ເປັນ​ຄົນ​​ໂຕ​ໃຫຍ່ ພາ

ລະກຳ​ລັງ​ມະຫາສານ ພໍ​ປານ​ກັບ​ນັກ​ມວຍ​ປ້ຳຊື່​ດັງ ​ແລ່ນ​ມຸ່ງ​ໜ້າ​ເຂົ້າ​ມາ​ຫາ​ເຂົາ ​ແລະ ຫວັງ​ຈະ​ຂ້າ​ເຂົາ.

 

ບົດຄວາມຫຼ້າສຸດ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...