Homeຂ່າວພາຍ​ໃນປກສ ແຂວງວຽງຈັນ ສະຫຼຸບວຽກງານວິຊາສະເພາະປະຈຳປີ 2022

ປກສ ແຂວງວຽງຈັນ ສະຫຼຸບວຽກງານວິຊາສະເພາະປະຈຳປີ 2022

Published on

ໃນວັນທີ 13 ມີນາ 2023 ຜ່ານມານີ້ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງວຽງຈັນ ສະຫຼຸບວຽກງານວິຊາສະເພາະຈະລາຈອນປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023.

ພັທ ກົງຈັນ ສີວິໄລວົງ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ກ່າວວ່າ: ໃນ 1 ປີຜ່ານມາມີເອກະສານເຂົ້າທັງໝົດ 699 ສະບັບ, ເອກະສານອອກ 618 ສະບັບ, ຈັດຕັ້ງພະນັກງານລົງໂຄສະນາຕາມສາຍທາງ, ໂຮງຮຽນສາມັນ, ສະຖາບັນການສຶກສາວິຊາຊີບ, ສຳນັກງານ-ອົງການ ກຸ່ມບ້ານຕ່າງໆ ແລະ ຜ່ານສືມວນຊົນ ລວມທັງໝົດ 86 ຄັ້ງ ມີຈໍານວນຜູ້ເຂົ້າຮ່ວມ 5,282 ຄົນ, ຍິງ 2.213 ຄົນ.

ໄດ້ຫັນເອົາກຳລັງຕຳຫຼວດຈະລາຈອນ ລົງປະຈຳການຢູ່ປ້ອມຈະລາຈອນຄອຍເຫດ ຈຳນວນ 4 ຈຸດ ຄື: ເສັ້ນທາງເລກທີ 10 ຢູ່ບ້ານດົງ ເມືອງທຸລະຄົມ, ເສັ້ນທາງເລກທີ 11 ຢູ່ບ້ານນ້ຳຮີ້ ເມືອງໝື່ນ ແລະ ເສັ້ນທາງເລກທີ 13 ເໜືອ ສອງຈຸດ ຢູ່ບ້ານໂພນໄຊ ເມືອງໂພນໂຮງ, ແລະ ຢູ່ບ້ານໜອງຄຳ ເມືອງກາສີ ເຮັດໜ້າທີ່ປະຈຳການຕະຫຼອດ 24 ຊົ່ວໂມງ.

ໄດ້ຮັບແຈ້ງຄວາມລົດເສຍ 57 ຄັນ, ລົງປ້ອງກັນສະຖານທີ່ເກີດອຸປະຕິເຫດ 84 ຄັ້ງ ແລະ ຊັນນະສູດສະຖານທີ່ເກີດເຫດ 33 ຄັ້ງ, ກວດກາພາຫະນະທັງໝົດ 892 ຄັ້ງ, ພົບເຫັນຜູ້ລະເມີດທັງໝົດ 6,184 ຄົນ, ຍິງ 1.527 ຄົນ, ສຶກສາອົບຮົມກ່າວເຕືອນ 3,805 ຄົນ, ຍິງ 953 ຄົນ, ຂຽນໃບກ່າວເຕືອນ 1.686 ໃບ, ຂຽນໃບຮັບສາລະພາບກັກເອກະສານທັງໝົດ 118 ໃບ, ກັກລົດໄດ້ທັງໝົດ 25 ຄັນ, ຂຽນບິນປັບໄໝ 427 ໃບ.

ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມກວດກາລົດກຸ່ມເປົ້າໝາຍຄ້າຂາຍຢາເສບຕິດ 4 ຄັ້ງ, ກັກຢາເສບຕິດໄດ້ທັງໝົດ 3.398.578 ເມັດ.

ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ 28 ຄັ້ງ, ລົງຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງການສັນຈອນ ໄດ້ 9 ຄັ້ງ, ປ້ອງກັນເປີດທາງອຳນວຍຄວາມສະດວກໃຫ້ແກ່ຜູ້ນຳພັກ-ລັດ ຈຳນວນ 12 ຄັ້ງ, ໄດ້ເອົາໃຈໃສ່ໃນການຄຸ້ມຄອງປ້າຍ, ຕິດປ້າຍໃຫ້ຜູ້ມາໃຊ້ບໍລິການມີຄວາມສະດວກວ່ອງໄວ ແລະ ຖືກຕ້ອງຕາມລະບຽບຫຼັກການ ວິຊາສະເພາະຄື: ຕິດປ້າຍລົດທັງໝົດ 4,966 ຄັນ, ເຂົ້າຮ່ວມເປັນຄະນະສອບເສັງໃບຂັບຂີ່ທັງໝົດ 6 ຄັ້ງ, ມີຜູ້ສອບເສັງທັງໝົດ 1,338 ຄົນ, ຍິງ 318 ຄົນ.

ທົ່ວແຂວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ ທັງໝົດ 531 ລາຍ, ມີຜູ້ໄດ້ຮັບເຄາະຮ້າຍທັງໝົດ 849 ຄົນ, ຍິງ 216 ຄົນ, ບາດເຈັບເລັກນ້ອຍ 399 ຄົນ, ຍິງ 108 ຄົນ, ບາດເຈັບສົມຄວນ 323 ຄົນ, ຍິງ 86 ຄົນ, ບາດເຈັບສາຫັດ 77 ຄົນ, ຍິງ 17 ຄົນ, ເສຍຊີວິດ 33 ຄົນ, ຍິງ 7 ຄົນ, ມີພາຫະນາເປ່ເພທັງໝົດ 952 ຄັນ, ເປ່ເພເລັກນ້ອຍ 525 ຄັນ, ເປ່ເພສົມຄວນ 414 ຄັນ, ເປ່ເພໃຊ້ການບໍ່ໄດ້ 13 ຄັນ ປະເມີນມູນຄ່າເສຍຫາຍທັງໝົດ 15,858,000,000 ກີບ.

ຄະດີທີ່ເຈົ້າໜ້າທີ່ໄດ້ດຳເນີນທັງໝົດ 403 ລາຍ, ແຂວງດຳເນີນ 45 ລາຍ, ເມືອງດຳເນີນ 358 ລາຍ, ແກ້ໄຂຂັ້ນພື້ນຖານ 128 ລາຍ, ສົ່ງໄອຍະການປະຊາຊົນແຂວງ 23 ລາຍ, ຊັດມ້ຽນຂັ້ນເຈົ້າໜ້າທີ່ 21 ລາຍ ແລະ ວຽກງານອື່ນກໍ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ, ໃນກອງປະຊຸມຍັງໄດ້ພັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າໃຫ້ຄົບຖ້ວນສົມບູນຂຶ້ນຕຶ່ມ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...