Homeຂ່າວຕ່າງປະເທດHSBC ຊື້ທະນາຄານ Silicon Valley Bank UK ດ້ວຍລາຄາ 1 ປອນ

HSBC ຊື້ທະນາຄານ Silicon Valley Bank UK ດ້ວຍລາຄາ 1 ປອນ

Published on

HSBC ຕົກລົງເຂົ້າຊື້ທະນາຄານ Silicon Valley Bank ທີ່ຫາກໍປິດລົງໄປ ໂດຍຢືນຢັນວ່າຈະຊື້ SVB ທີ່ປະເທດອັງກິດ ດ້ວຍລາຄາ 1 ປອນ ຫຼື ປະມານ 20.000 ກີບ ຢ່າງໃດກໍຕາມສິນຊັບ ແລະ ໜີ້ສິນຂອງ SVB ໃນອັງກິດຈະບໍ່ລວມເຂົ້າໃນການຊື້ທຸລະກິດໃນຄັ້ງນີ້.

ໂດຍທາງ Noel Quinn ຜູ້ອຳນວຍການສູງສຸດຂອງ HSBC Group ກ່າວວ່າ: ການຊື້ທຸລະກິດໃນຄັ້ງນີ້ ກໍເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ທະນາຄານທຸລະກິດ ແລະ ເພີ່ມຄວາມສາມາດໃນການໃຫ້ບໍລິການແກ່ບໍລິສັດທີ່ມີການເຕີບໃຫຍ່ຢ່າງໄວວາ.

Jeremy Hunt ລັດຖະມົນຕີກະຊວງການຄັງຂອງອັງກິດ ເນັ້ນຍ້ຳວ່າ: ຂໍ້ຕົກລົງດັ່ງກ່າວ ເຮັດໃຫ້ໝັ້ນໃຈໄດ້ວ່າເງິນຝາກຂອງລູກຄ້າ ຈະໄດ້ຮັບການຄຸ້ມຄອງ ແລະ ສາມາດຝາກທະນາຄານໄດ້ປົກກະຕິ ໂດຍບໍ່ໄດ້ຮັບການສະໜັບສະໜູນຈາກຜູ້ເສຍພາສີ ໃນພາກສ່ວນເຕັກໂນໂລຊີໃນອັງກິດນັ້ນ ຍັງເປັນຜູ້ນຳລະດັບໂລກ ແລະ ມີຄວາມສຳຄັນຕໍ່ເສດຖະກິດໃນອັງກິດ ໂດຍມີການສະໜັບສະໜູນງານຫຼາຍແສນຕຳແໜ່ງ.

Jeremy Hunt ກ່າວຕື່ມອີກວ່າ: ຕອນນີ້ກຳລັງເຮັດວຽກເພື່ອ ຫຼີກລ່ຽງ ຫຼື ຫຼຸດຄວາມເສຍຫາຍທີ່ອາດເກີດຂຶ້ນທີ່ທະນາຄານ SVB ສາຂາຂອງປະເທດອັງກິດ.

ແຫຼ່ງຂ່າວ Reuters

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...