spot_img
Homeຂ່າວພາຍ​ໃນພິທີເປີດ ອຸທິຍານແຫ່ງຊາດ ຫີນໜາມໜໍ່, ປ່າສະຫງວນແຫ່ງຊາດ ຂຸນເຊ-ໜອງມ້າ ແລະ ປ່າປ້ອງກັນແຫ່ງຊາດ ພູຫຼວງ-ພູເຂົານົກ

ພິທີເປີດ ອຸທິຍານແຫ່ງຊາດ ຫີນໜາມໜໍ່, ປ່າສະຫງວນແຫ່ງຊາດ ຂຸນເຊ-ໜອງມ້າ ແລະ ປ່າປ້ອງກັນແຫ່ງຊາດ ພູຫຼວງ-ພູເຂົານົກ

Published on

ໃນວັນທີ 10 ມີນາ 2023 ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບອຳນາດການປົກຄອງແຂວງຄຳມ່ວນ ໄດ້ຈັດພິທີ ເປີດອຸທິຍານແຫ່ງຊາດ ຫີນໜາມໜໍ່, ປ່າສະຫງວນແຫ່ງຊາດ ຂຸນເຊ-ໜອງມ້າ ແລະ ປ່າປ້ອງກັນແຫ່ງຊາດ ພູຫຼວງ-ພູເຂົານົກ ໂດຍຈັດຂື້ນທີ່ເມືອງ ບົວລະພາ ແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ປອ. ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີທ່ານຮອງລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ  ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມ.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ກ່າວວ່າ: ເພື່ອສືບຕໍ່ວຽກງານຄຸ້ມຄອງປ່າໄມ້, ສັດນໍ້າ, ສັດປ່າ ໃຫ້ນັບມື້ນັບດີຂຶ້ນນັ້ນ ອົງການປົກຄອງແຂວງຄໍາມ່ວນຮຽກຮ້ອງ ມາຍັງທຸກພາກສ່ວນເພີ່ມທະວີ ຄວາມເປັນເຈົ້າການ ໃນການປົກປັກຮັກສາ ໂດຍສົມທົບກັບສື່ມວນຊົນ ໃນການໂຄສະນາເຜີຍແຜ່ຄວາມໝາຍ, ຄວາມສຳຄັນ ຂອງປ່າໄມ້, ສັດນໍ້າ, ສັດປ່າຢ່າງຕໍ່ເນື່ອງ, ຖືເອົາການອະນຸລັກປົກປັກຮັກສາປ່າໄມ້ ໄປຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນຢ່າງໜັ້ນຄົງ, ປະຊາຊົນ ແລະ ປ່າໄມ້ ຕ້ອງຢູ່ຮ່ວມກັນຢ່າງຍືນຍົງ, ເອົາໃຈໃສ່ວຽກງານປູກໄມ້ ແລະ ຟື້ນຟູປ່າໄມ້ ເພື່ອເຮັດໃຫ້ເນື້ອທີ່ປ່າໄມ້ຄືນສູ່ຄວາມອຸດົມສົມບູນໃນອະນາຄົດ.

ທ່ານ ປອ. ເພັດ ພົມພິພັກ ລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ອຸທິຍານແຫ່ງຊາດຫີນ ໜາມໜໍ່ ເປັນເຂດໜຶ່ງທີ່ມີຄວາມອຸດົມສົມບູນ, ມີທິວຖັດທໍາມະຊາດພູຫີນປູນທີ່ສວຍສົດງົດງາມ, ໂດດເດັ່ນ ແລະ ກວ້າງໃຫຍ່ທີ່ສຸດໃນຂົງເຂດອາຊີຕາເວັນອອກສຽງໃຕ້, ເປັນເຂດທີ່ອຸດົມສົມບູນໄປດ້ວຍພັນສັດ, ພັນພືດ ແລະ ເຄື່ອງປ່າຂອງດົງ ມາຕັ້ງແຕ່ດຶກດຳບັນ, ມີຮ່ອງຮອຍປະຫວັດສາດ ແລະ ວັດທະນາທຳ ທີ່ມີຄວາມສໍາຄັນທາງດ້ານການທ່ອງທ່ຽວທຳມະຊາດ, ການສຶກສາຄົ້ນຄວ້າວິທະຍາສາດ. ພ້ອມດຽວກັນ ທ່ານຍັງໄດ້ ຕີລາຄາສູງ ແລະ ຖືເປັນນິມິດໝາຍສໍາຄັນທີ່ສຸດ ທີ່ຈະໄດ້ພ້ອມກັນ ສືບຕໍ່ຜັນຂະຫຍາຍ ເນື້ອໃນຈິດໃຈ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງ ອຸທິຍານແຫ່ງຊາດ, ປ່າສະຫງວນແຫ່ງຊາດ ແລະ ປ່າປ້ອງກັນແຫ່ງຊາດ ດັ່ງກ່າວ ເພື່ອຫັນເຂົ້າສູ່ ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາຢ່າງເປັນລະບົບ, ມີຄວາມເຂັ້ມແຂງ, ມີຄວາມເປັນເອກະພາບ ທາງດ້ານການຈັດຕັ້ງ ແລະ ການຮ່ວມມືຢ່າງເປັນເຈົ້າການຈາກຊຸມຊົນທ້ອງຖິ່ນ ຢ່າງກວ້າງຂວາງ, ເພື່ອປົກປັກຮັກສາປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ປະກອບສ່ວນ ເຂົ້າໃນການປັບປຸງຊິວິດການເປັນຢູ່ ຂອງປະຊາຊົນ ແລະ ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.

ໂອກາດນີ້ ທ່ານ ລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ພ້ອມດ້ວຍ ທ່ານ ວັນໄຊ ພອງສະຫວັນ ແລະ ບັນດາແຂກຖືກເຊີນ ຍັງໄດ້ຮ່ວມເປີດປ້າຍ ແລະ ລັ່ນຄ້ອງເກົ້າບາດ, ເພື່ອເປັນມົງຄຸນ ແລະ ຢັ້ງຢືນເຖິງການເປີດຢ່າງເປັນທາງການ.

ແຫຼ່ງຂ່າວ ສຳນັກງານ ແຂວງຄຳມ່ວນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...