Homeຂ່າວພາຍ​ໃນປະທານປະເທດ ສປປ ລາວ ສົ່ງສານເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກ

ປະທານປະເທດ ສປປ ລາວ ສົ່ງສານເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກ

Published on

ທ່ານ ທອງລຸນ ສີສຸລິດ ຄະນະບໍລິຫານງານສູນກາງພັກປະຊາຊົນ ແຫ່ງ ສປປ ລາວ ໄດ້ສົ່ງສານຄືດັ່ງນີ້:

ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບການເລືອກຕັ້ງ

ຈາກກອງປະຊຸມຄົບ ຄະນະຄັ້ງທີ 1 ຂອງສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ສະໄຫມທີ XIV ໃຫ້ ດໍາລົງຕໍາແຫນ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ອີກ ວາລະຫນຶ່ງ, ຕາງຫນ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາ ຍັງສະຫາຍ.

ການທີ່ ສະຫາຍໄດ້ຮັບເລືອກຕັ້ງ ໃຫ້ດໍາລົງຕໍາແຫນ່ງອັນສູງສົ່ງອີກຫນຶ່ງສະ ຫມ ເປັນການ ສະແດງເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ການຕີລາຄາສູງ ຂອງພັກ, ລັດ ແລະ ປະຊາຊົນຈີນ ຕໍ່ບົດບາດ ແລະ ຄວາມປີຊາສາມາດໃນການຊີ້ນໍານໍາພາ ທີ່ເຕັມໄປດ້ວຍປະສົບການອັນອຸດົມສົມບູນ ແລະ ຜົນງານອັນໂດດເດັ່ນ ຂອງ ສະຫາຍ ໃນພາລະກິດສ້າງສາພັດທະນາ ປະເທດຈີນ ຕາມທິດທາງ ແລະ ສີສັນ ພິເສດ ຂອງພັກກອມມູນິດຈີນ ໄດ້ວາງອອກ.

ຂ້າພະເຈົ້າ ເຊື່ອຫມັ້ນຢ່າງຫນັກແຫນ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ຂອງພັກກອມມູນິດຈີນ ທີ່ມີສະຫາຍເປັນແກນກາງນັ້ນ ຈະເຮັດໃຫ້ ພາລະກິດສ້າງສາປະເທດຈີນ ເຕັມໄປດ້ວຍທັດສະນະໃຫມ່, ແນວຄິດໃຫມ່ ແລະ ຍຸດທະສາດໃຫມ່ ເພື່ອປົກຄອງລັດ-ບໍລິຫານປະເທດ ໃຫ້ມີຄວາມເຂັ້ມແຂງ ຮອບດ້ານ, ເຊິ່ງຈະເຮັດໃຫ້ພາລະກິດສ້າງສາສັງຄົມນິຍົມແບບສີສັນພິເສດຂອງ ຈີນນັ້ນ ປະສົບຜົນສໍາເລັດຢ່າງໃຫຍ່ຫລວງ, ຮອບດ້ານ, ມີລັກສະນະປະຫວັດສາດ ແລະ ກາຍເປັນພື້ນຖານອັນຫນັກແຫນ້ນ ເພື່ອບັນລຸເປົ້າຫມາຍສູ້ຊົນ 100 ປີ ເຫດການທີສອງ ແລະ ຄວາມຝັນຂອງຈີນ ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງ ທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ຢ່າງຮອບດ້ານ, ສ້າງສາປະເທດຈີນ ໃຫ້ເປັນ ປະເທດສັງຄົມນິຍົມທີ່ທັນສະໄຫມ, ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງ ເຂັ້ມແຂງ, ສັງຄົມມີຄວາມສາມັກຄີກົມກຽວປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ໃຫ້ປະກົດຜົນເປັນຈິງ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມ ຍຸດທະສາດຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ

ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ກໍ່ຄື ເພື່ອ ພາລະກິດສັນຕິພາບ, ມິດຕະພາບ ແລະ ການພັດທະນາແບບຍືນຍົງຢູ່ໃນພາກ ພື້ນ ແລະ ໃນໂລກ.

ອວຍພອນໃຫ້ ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມສຸສຸກ ແລະ ປະສົບຜົນສໍາເລັດອັນໃຫມ່ ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດອັນສູງສົ່ງ ແລະ ມີ ກຽດສະຫງ່າ ຂອງສະຫາຍ.

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...