Homeຂ່າວຕ່າງປະເທດເກີດເຫດໂຈນບຸກປຸ້ນເງິນ 32 ລ້ານໂດລາ ທີ່ສະໜາມບິນປະເທດຊິລີ

ເກີດເຫດໂຈນບຸກປຸ້ນເງິນ 32 ລ້ານໂດລາ ທີ່ສະໜາມບິນປະເທດຊິລີ

Published on

ໃນວັນທີ 9 ມີນາ 2023 ສຳນັກຂ່າວຕ່າງປະເທດລາຍງານ, ເກີດເຫດໂຈນບຸກປຸ້ນເງິນທີ່ສະໜາມບິນນາໆຊາດໃນກຸງຊັນຕິອາໂກ ເມືອງຫຼວງປະເທກຊິລີ ເມື່ອວານນີ້ ໂດຍໂຈນປະມານ 10 ຄົນພ້ອມອາວຸດຄົບມື ໃຊ້ລົດໃຫຍ່ 3 ຄັນ ຍບຸກເຂົ້າໄປໃນສະໜາມບິນ ເພື່ອປຸ້ນເງິນສົດຈຳນວນ 32 ລ້ານໂດລາ.

ເຊິ່ງເງິນຈຳນວນດັ່ງກ່າວຖືກບັກທຸກມາກັບເຮືອບິນຂອງສາຍການບິນ ລາແທມ ແອລາຍ ຈາກເມືອງໄມອາມີ ປະເທດອາເມຣິກາ ຂະນະທີ່ເຈົ້າໜ້າທີ່ກຳລັງຂົນຍ້າຍເງິນສົດ ເພື່ອສົ່ງຕໍ່ໃຫ້ກັບບໍລິສັດຮັກສາຄວາມປອດໄພ ທັນໃດນັ້ນກຸ່ມໂຈນໄດ້ບຸກເຂົ້າໄປ ແລະ ໄດ້ເກີດການປະທະກັບເຈົ້າໜ້າທີ່ຮັກສາຄວາມປອດໄພ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 2 ຄົນ, ຄົນຮ້າຍ 1 ຄົນ ແລະ ເຈົ້າໜ້າທີ່ໃນສະໜາມບິນອີກ 1 ຄົນ, ດ້ານຜູ້ບຮ້າຍສາມາດລົບໜີໄດ້ ເຊິ່ງທາງເຈົ້າໜ້າທີ່ກຳລັງເລັ່ງຄົ້ນຫາ.

ເຈົ້າໜ້າທີ່ໄດ້ເປີດເຜີຍວ່າ: ການປຸ້ນໃນຄັ້ງນີ້ແມ່ນມີການວາງແຜນມາຢ່າງດີ, ໂດຍຫຼັງເກີດເຫດກຸ່ມໂຈນໄດ້ຈູດໄຟເຜົາລົດ 2 ຄັນ ໃນບໍລິເວນທາງຫຼວງທີ່ຢູ່ໃກ້ກັບຈຸດເກີດເຫດອີກດ້ວຍ.

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...