Homeຂ່າວພາຍ​ໃນຊາຍໃຊ້ປືນຍິງແຟນສາວເສຍຊີວິດທີ່ບ້ານສົມສະຫງ່າ

ຊາຍໃຊ້ປືນຍິງແຟນສາວເສຍຊີວິດທີ່ບ້ານສົມສະຫງ່າ

Published on

ໃນວັນທີ 3 ມີນາ 2023 ເກີດເຫດຊາຍໃຊ້ປືນຍິງແຟນສາວເສຍຊີວິດ ທີ່ ບ້ານສົມສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ໂດຍເອື້ອຍຂອງຜູ້ເສຍຊີວິດ ໄດ້ເລົ່າເຫດການຕໍ່ ລາວໂພສ ວ່າ: ຜູ້ກໍ່ເຫດຊື່ທ້າວ ດອນ (ຫຼາຍຄົນເອີ້ນວ່າ ຊ້າງ) ອາຍຸປະມານ 30 ປີ ໄດ້ກໍ່ເຫດຍິງ ນາງ ລິຕ້າ ອາຍຸ 23 ປີ ເຊິ່ງກ່ອນເກີດເຫດ ທ້າວ ດອນ ໄດ້ມີປາກສຽງກັນກັບແຟນ ແລະ ໄດ້ກໍ່ເຫດດັ່ງກ່າວ.

ພາຍຫຼັງທີ່ກໍ່ເຫດ ກໍໄດ້ອຸ້ມແຟນສາວອອກມາຂໍຄວາມຊ່ວຍເຫຼືອຈາກຄົນແຖວບ້ານ ທ້າວ ດອນ ພ້ອມກັບຄອບຄົວແຟນສາວກໍໄດ້ນຳໂຕ ນາງ ລິຕ້າ ສົ່ງໂຮງໝໍ ແຕ່ກໍເສຍຊີວິດໃນເວລາຕໍ່ມາ.

ແຕ່ຫຼັງຈາກທີ່ ທ້າວ ດອນ ໄດ້ສົ່ງ ນາງ ລິຕ້າ ແລ້ວຜູ້ກ່ຽວກໍໄດ້ໜີ ແລະ ບໍ່ສາມາດຕິດຕໍ່ໄດ້.

ພາບຜູ້ກໍ່ເຫດທີ່ໄປສົ່ງຜູ້ເສຍຊີວິດຢູ່ໂຮງໝໍ

ທາງດ້ານຄອບຄົວຜູ້ເສຍຊີວິດກໍໄດ້ອອກມາປະກາດຫາຜູ້ກໍ່ເຫດຜ່ານທາງເຟສບຸກວ່າ: ບຸກຄົນອັນຕະລາຍ ລາວໄດ້ຍິງນ້ອງສາວຂ້າພະເຈົ້າເອງ ນ້ອງສາວໄດ້ເສຍຊີວິດເເລ້ວ ເເຕ່ຕອນນີ້ຜູ້ກ່ຽວໄດ້ຫຼົບໜີ ລາວຊື່ ທ້າວດອນ ປີຍາເດດ ຂໍຄວາມຊ່ວຍເຫຼືອໃຜມີເບາະ ຫຼື ເເຈ້ງ ສາມາດນຳຈັບໄດ້ເຮົາມີລາງວັນຕອບເເທນໃຫ້, ຫຼັງຈາກເຮົາໄດ້ເຮັດພິທີທາງສາດສະໜານັ້ນທາງດ້ານຄອບຄົວຜູ້ກ່ຽວບໍ່ໄດ້ມີການຕິດຕໍ່ພົວພັນ ເເລະ ບໍ່ມາສະເເດງຄວາມເສຍໃຈ ເເລະ ໄວ້ອາໄລເເກ່ນ້ອງສາວຂ້າພະເຈົ້າເລີຍ ສະນັ້ນຂໍໃຊ້ພຶ້ນທີ່ນີ້ຂໍຄວາມເຫັນໃຈ ເເລະ ຮ່ວມມືກັບທຸກຄົນຂໍໃຫ້ເເຊຖ້າໃຜພົບເຫັນຂໍໃຫ້ເເຈ້ງຂ້າພະເຈົ້າດ້ວຍ.

อาจเป็นรูปภาพของ 1 คน

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...