Homeຂ່າວຕ່າງປະເທດແມ່ຖືກໄຟໄໝ້ເສຍຊີວິດຄາຕຽງນອນ

ແມ່ຖືກໄຟໄໝ້ເສຍຊີວິດຄາຕຽງນອນ

Published on

ແມ່ອາຍຸ 51 ປີ ຖືກໄຟໄໝ້ຈົນເສຍຊີວິດຄາຕຽງນອນ ລູກຍ່າງກາຍຫ້ອງຈຶ່ງຮູ້ວ່າໄຟໄໝ້.

ວັນທີ 6 ມີນາ 2023 ທີ່ແຂວງບຸລີລຳ ປະເທດໄທ ເກີດເຫດໄຟໄໝ້ຄົນເສຍຊີວິດໃນຫ້ອງນອນ ພາຍໃນເຮືອນຫຼັງໜຶ່ງ ຈາກການກວດສອບໃນຫ້ອງນອນ ພົບວ່າຜູ້ເສຍຊີວິດແມ່ນເພດຍິງ ຊື່ນາງ ປາລິຊາດ ອາຍຸ 51 ປີ ເສຍຊີວິດຢູ່ເທິງຕຽງນອນໃນສະພາບໄຟໄໝ້ດຳເກືອບໝົດ ລວມເຖິງເຄື່ອງພາຍໃນຫ້ອງນອນ ແຕ່ໄຟຍັງບໍ່ໄດ້ລາມໄປດ້ານນອກເນື່ອງຈາກມີປະຊາຊົນມາຊ່ວຍມອດໄຟໄວ້ກ່ອນ.

ລູກຊາຍຂອງຜູ້ເສຍຊີວິດໄດ້ເລົ່າວ່າ: ຕົນໄດ້ຕື່ນເພື່ອຈະໄປເຂົ້າຫ້ອງນ້ຳ ພໍເຂົ້າຫ້ອງນ້ຳແລ້ວກໍຍ່າງກັບມາຫ້ອງ ເມື່ອຜ່ານໜ້າຫ້ອງແມ່ຈຶ່ງຮູ້ສຶກວ່າຮ້ອນຜິດປົກກະຕິ ແລ້ວເປີດປະຕູເບິ່ງ ກໍພົບຄວັນໄຟເຕັມຫ້ອງ ຈຶ່ງຮີບໄປບອກແມ່ຕູ້ເພື່ອເອີ້ນໃຫ້ຄົນແຖວນັ້ນຊ່ວຍມອດໄຟ.

ສາເຫດໄຟໄໝ້ນີ້ອາດຈະເປັນອຸບັດຕິເຫດຈາກຢາສູບ ເພາະຜູ້ເສຍຊີວິດ ເປັນຄົນມັກດື່ມເຫຼົ້າ ແລະ ສູບຢາ ຜູ້ເສຍຊີວິດອາດອາດມີອາການເມົາແລ້ວສູບຢາໃນຫ້ອງ ແຕ່ຫຼັບກ່ອນທີ່ຈະມອດໄຟຢາສູບ ຈຶ່ງເກີດເຫດໄຟໄໝ້ຂຶ້ນ.

ແຫຼ່ງຂ່າວ sanook

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...