Homeຂ່າວພາຍ​ໃນເດັກນ້ອຍຖືກມັດໃສ່ກັບລົດຈັກ

ເດັກນ້ອຍຖືກມັດໃສ່ກັບລົດຈັກ

Published on

ໃນວັນທີ 6 ມີນາ 2023 ໄດ້ມີການເຜີຍແຜ່ ພາບ ແລະ ວິດີໂອ ຜ່ານທາງອອນລາຍ ທີ່ເດັກນ້ອຍຄົນໜຶ່ງຢູ່ບ້ານ​ພູ​ຫົວ​ຊ້າງ​ ເມືອງ​ອານຸ​ວົງ​ ແຂວງໄຊສົມບູນ ຖືກມັດຕິດກັບລົດຈັກ ເຊິ່ງເປັນເວລາດົນພໍສົມຄວນ ຈົນເຮັດໃຫ້ສື່ສັງຄົມອອນລາຍ ພ້ອມກັບປະຊາຊົນໃກ້ຄຽງ ມີສຽງວິພາກວິຈານຕໍ່ຜູ້ທີ່ກະທຳວ່າມັນບໍ່ເໝາະສົມ ແລະ ການກະທຳທີ່ຮຸນແຮງຕໍ່ເດັກນ້ອຍເກີນໄປ.

อาจเป็นรูปภาพของ 1 คน, เด็ก, กำลังนั่ง และ กลางแจ้ง

ພາຍໃນມື້ດຽວກັນນັ້ນ ຜູ້ເປັນສາມີ ກໍໄດ້ອອກມາຊີ້ແຈງກ່ຽວກັບເຫດການວ່າ: “ເຫດການດັ່ງກ່າວນັ້ນມີແທ້​ ເດັກນ້ອຍໄດ້ມາລັກເຂົ້າໜົມໃນຮ້ານເຖິງ 3 ຄັ້ງ​ ຜູ້ເປັນເມຍຖາມຫາພໍ່ແມ່ ຜູ້ປົກຄອງແຕ່ເດັກນ້ອຍບໍ່ຍອມບອກ ເລີຍຈັບມັດໄວ້, ຍອມຮັບວ່າການກະທຳດັ່ງກ່າວຂອງເມຍເປັນການກະທຳທີ່​ເກີນກວ່າ​ເຫດ​ ພ້ອມຈະໄກ່ເກ່ຍກັບຜູ້ປົກຄອງ ແລະ​ ຈະສູ່ຂວັນໃຫ້ເດັກນ້ອຍຄົນດັ່ງກ່າວ” ແລະ ພ້ອມກ່າວຄຳຂໍໂທດຕໍ່ສັງຄົມ.

ມາໃນວັນທີ 7 ມີນາ ຜູ້ໃຊ້ເຟສບຸກຄົນໜຶ່ງຊື່ Luck Bouthlamith ອອກມາໂພສວ່າ: “ຂ້າພະເຈົ້າເເມ່ນຢູ່ຕິດກັບເຮືອນນ້ອງຜູ້ຖືກມັດ ເຊິ່ງໄດ້ຖືກມັດຕອນປະມານ 15:00 ໂມງ ຈົນເຖິງ 16:00 ຫາ 17:00 ໂມງ ເພີ່ນຈຶ່ງໄດ້ປ່ອຍນ້ອງມາເຮືອນ ສ່ວນພໍ່ເເມ່ນ້ອງ ຍັງບໍ່ຮູ້ຂ່າວຫຍັງເພາະໄປວຽກ ໄປບ່ອນບໍ່ມີສັນຍານ ມີເເຕ່ເເມ່ຕູ້ຢູ່ນຳນ້ອງກັບນ້ອງສາວຂອງພໍ່ລາວ ນ້ອງຫາກໍອາຍຸ 7 ປີ ຮຽນປໍ2 ທີ່ຢູ່ຂອງນ້ອງ ບ້ານພູຫັວຊ້າງ ເມືອງອານຸວົງ ເເຂວງໄຊສົມບູ.”

ຕໍ່ກັບເຫດການດັ່ງກ່າວ ການລົງໂທດເດັກນ້ອຍທີ່ກະທຳຜິດກໍມີຫຼາຍວິທີເພື່ອສັ່ງສອນເພື່ອບໍ່ໃຫ້ເດັກກະທຳອີກ ແລະ ບໍ່ຄວນໃຊ້ຄວາມຮຸນແຮງ ເພາະຈະເປັນການກະທຳຜິດຕໍ່ກົດໝາຍ ແລະ ສ້າງຄວາມບາດເຈັບທາງດ້ານຮ່າງ ຈິດໃຈແກ່ເດັກນ້ອຍໄດ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...