Homeຂ່າວພາຍ​ໃນລັດຖະບານຍີ່ປຸ່ນປັບປຸງສະພາບສຸຂະອານະໄມໂຮງຮຽນແຂວງຫຼວງພະບາງ

ລັດຖະບານຍີ່ປຸ່ນປັບປຸງສະພາບສຸຂະອານະໄມໂຮງຮຽນແຂວງຫຼວງພະບາງ

Published on

ນະຄອນຫຼວງວຽງຈັນ, ວັນທີ 6 ມີນາ 2023 – ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າ ປະມານ 190,000 ໂດລາສະຫະລັດ ເພື່ອສົ່ງເສີມການສຶກສາຂອງນັກຮຽນ ໃນແຂວງຫຼວງພະບາງ ພາຍໃຕ້ ໂຄງການຊ່ວຍເຫຼືອລ້າຜ່ານອົງການ NGO ຍີ່ປຸ່ນ.

ໂຄງການດັ່ງກ່າວແມ່ນ ການສະຫນັບສະຫນູນທຶນຮອນເພື່ອກໍ່ສ້າງຫ້ອງນໍ້າ ແລະ ບ່ອນລ້າງ ຢູ່ໃນໂຮງຮຽນ 25 ແຫ່ງໃນນະຄອນຫຼວງພະບາງ ແລະ ເມືອງໂພນໄຊ, ພ້ອມທັງໃຫ້ການສຶກສາເພື່ອເພີ່ມພູນຄວາມຮູ້ ແລະ ຄວາມຕື່ນໂຕໃນການບໍາລຸງຮັກສາສິ່ງອໍານວຍຄວາມສະດວກຕ່າງໆ ແລະ ຄວາມສະອາດພາຍໃນໂຮງຮຽນ ເພື່ອຍົກລະດັບສະພາບສຸຂະອານະໄມໃນໂຮງຮຽນເປົ້າຫມາຍ.

ພິທີເຊັນສັນຍາໂຄງການດັ່ງກ່າວໄດ້ຖືກຈັດຂຶ້ນໃນວັນທີ 2 ມີນາ 2023 ລະຫວ່າງ ພະນະທ່ານ ໂຄ ບະປະຊິ ເຢັນຕິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ແລະ ທ່ານນາງ ພຸດທະນາລີ ທັມມະມີໄຊ, ຜູ້ຈັດການຫ້ອງການປະຈໍາປະເທດລາວ ອົງການພັດທະນາເດັກນ້ອຍລາວ-ຍີ່ປຸ່ນ (SA) ໂດຍມີ ທ່ານນາງ ຮສ. ປອ. ສິລິນທອນ ສັກລໍຄໍາ, ຫົວຫນ້າກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາເຂົ້າຮ່ວມເປັນ ສັກສີພະຍານ.

ທ່ານນາງ ພຸດທະນາລີ ທັມມະມີໄຊ, ຜູ້ຈັດການຫ້ອງການປະຈໍາປະເທດລາວ ອົງການພັດທະນາ ເດັກນ້ອຍລາວ-ຍີ່ປຸ່ນ (SMA) ໄດ້ໃຫ້ຄໍາເຫັນໃນພິທີເຊັນສັນຍາວ່າ ໂຄງການນີ້ ຈະຊ່ວຍປະກອບສ່ວນເຂົ້າໃນ ການຍົກລະດັບສະພາບສຸຂະອານະໄມ ແລະ ຄວາມສະອາດໃນໂຮງຮຽນຢູ່ໃນນະຄອນຫຼວງພະບາງ ແລະ ເມືອງໂພນໄຊ ໂດຍການມີສ່ວນຮ່ວມຂອງປະຊາຊົນທັງສອງເມືອງ ໂດຍສະເພາະແມ່ນເຂດທີ່ມີຄວາມຈໍາເປັນໃນ ການປົກປ້ອງເດັກນ້ອຍຈາກການເຈັບປ່ວຍ ແລະ ເພື່ອຮັບປະກັນໃຫ້ເຂົາເຈົ້າໄດ້ຮໍ່າຮຽນໃນສະພາບການສຶກສາທີ່ເຫມາະສົມ.

ພ້ອມນັ້ນ, ທ່ານຍັງໄດ້ກ່າວຕື່ມອີກວ່າພາຍໃຕ້ໂຄງການດັ່ງກ່າວ, ຈະໄດ້ມີການປັບປຸງສິ່ງອໍານວຍ ຄວາມສະດວກດ້ານສຸຂະອານະໄມ ພ້ອມທັງໃຫ້ການສຶກສາເພື່ອເພີ່ມພູນຄວາມຮູ້ ແລະ ຄວາມຕື່ນໂຕໃນການ ຮັກສາຄວາມສະອາດ ແລະ ຮູ້ໃນການບຳລຸງຮັກສາສິ່ງອໍານວຍຄວາມສະດວກຕ່າງໆພາຍໃນໂຮງຮຽນເປົ້າຫມາຍ.

ພວກເຮົາຈະນໍາໃຊ້ຄວາມຮູ້, ທັກສະ, ປະສົບການ ແລະ ພະຍາຍາມເຮັດໃຫ້ດີທີ່ສຸດເພື່ອໃຫ້ໂຄງການປະສົບຜົນສໍາເລັດ ແລະ ບັນລຸເປົ້າຫມາຍ”.

ທ່ານ ໂຄບະຢະ ເປັນສີ, ເອກອັກຄະຣາຊະທູດຍີ່ປຸ່ນ ໄດ້ໃຫ້ຄໍາເຫັນ “ມີຫຼາຍຫມູ່ບ້ານຢູ່ເຂດພູຜາ ໃນແຂວງຫຼວງພະບາງ ຍັງຂາດເຂີນດ້ານໂຄງລ່າງພື້ນຖານ. ພ້ອມນັ້ນ, ແຂວງຫຼວງພະບາງຍັງເປັນແຂວງອັນດັບສາມ ທີ່ມີຈໍານວນຄົວເຮືອນທີ່ສາມາດເຂົ້າເຖິງນ້ຳປະປາ ແລະ ສະບູ ມີເປີເຊັນຫນ້ອຍທີ່ສຸດຈາກທົ່ວປະເທດ”.

ພ້ອມກັນນັ້ນ, ທ່ານຍັງໄດ້ມີຄໍາເຫັນຕື່ມຄື “ພວກເຮົາຫວັງວ່າ, ຄວາມຕັ້ງໃຈຂອງອົງການພັດທະນາ ເດັກນ້ອຍລາວ-ຍີ່ປຸ່ນ (SM) ຈະເປັນການສົ່ງເສີມວຽກງານການປັບປຸງສະພາບສຸຂະອານະໄມໃນໂຮງຮຽນ ແລະ ຍັງເປັນການປົກປ້ອງເດັກນ້ອຍຈາກໂລກໄພ ແລະ ພະຍາດໂລຄາອື່ນໆ ເຊິ່ງລັດຖະບານຍີ່ປຸ່ນມີຄວາມ ພາກພູມໃຈທີ່ຈະໃຫ້ການສະຫນັບສະຫນູນເພື່ອສຸຂະອານະໄມທີ່ດີກວ່າໃນໂຮງຮຽນເປົ້າຫມາຍ. ສິ່ງດັ່ງກ່າວຍັງຈະສົ່ງ ຜົນດີຕໍ່ການມາໂຮງຮຽນ ແລະ ຜົນການຮຽນຂອງເດັກນ້ອຍອີກດ້ວຍ”.

ໂຄງການຊ່ວຍເຫຼືອລ້າຜ່ານອົງການບໍ່ສັງກັດລັດຖະບານ (NGO) ຢີ່ປຸ່ນແມ່ນ ໄດ້ຮັບການສະຫນອງ ທຶນຈາກກະຊວງການຕ່າງປະເທດຍີ່ປຸ່ນ ເພື່ອໃຫ້ອົງການ NGO ຢີ່ປຸ່ນເປັນຜູ້ວາງແຜນ ແລະ ນໍາໃຊ້ໃນ ການຈັດຕັ້ງປະຕິບັດໂຄງການ ເພື່ອການພັດທະນາເສດຖະກິດສັງຄົມໃນປະເທດກໍາລັງພັດທະນາເຊິ່ງລວມ ເຖິງສປປ ລາວ.

ໃນໄລຍະ 5 ປີຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການສະຫນັບສະຫນູນໃຫ້ແກ່ສປປ ລາວ ໃນດ້ານການສຶກສາ, ສາທາລະນະສຸກ, ເກັບກູ້ລະເບີດບໍ່ທັນແຕກ ແລະ ດ້ານອື່ນໆ ລວມເປັນມູນຄ່າຫຼາຍກວ່າ 14 ລ້ານ ໂດລາສະຫະລັດ. ປະເທດຢີ່ປຸ່ນຈະສືບຕໍ່ຮ່ວມມືກັບອົງການ NGO ເພື່ອໃຫ້ການຊ່ວຍເຫຼືອປະເທດລາວໃນການ ປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...