Homeຂ່າວຕ່າງປະເທດເຮືອບິນອາເມຣິກາຕົກຂຸມອາກາດຮຸນແຮງ ຈົນເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ

ເຮືອບິນອາເມຣິກາຕົກຂຸມອາກາດຮຸນແຮງ ຈົນເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ

Published on

ເຮືອບິນໂດຍສານຂະໜາດນ້ອຍໃນອາເມຣິກາ ຕົກຂຸມອາກາດຮຸນແຮງລະຫວ່າງເດີນທາງ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ນັກບິນຕ້ອງປ່ຽນເສັ້ນທາງເພື່ອນຳເຮືອບິນລົງຈອດສຸກເສີນ.

ໃນວັນທີ 5 ມີນາ 2023 ສຳນັກງານບໍລິຫານການບິນກາງຂອງສະຫະລັດອາເມຣິກາ (FAA) ໄດ້ກ່າວວ່າ ເກີດເຫດເຮືອບິນເຈັດໂດຍສານຂະໜາດນ້ອຍ ຮຸ້ນ Bombardier CL300 ຂອງເອກະຊົນ ປະເຊີນກັບກະແສອາກາດປັ່ນປ່ວນຮຸນແຮງ ຫຼື ຂຸມອາກາດ ລະຫວ່າງເດີນທາງໄປສະໜາມບິນລີເບີກ ໃນລັດເວີຈິເນຍ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ເຮືອບິນຕ້ອງລົງຈອດສຸກເສີນລະຫວ່າງທາງ.

ທາງດ້ານເຈົ້າໜ້າທີ່ກຳລັງສືບສວນ ສອບສວນ ວ່າເຫດການທີ່ເກີດຂຶ້ນ ໂດຍເຈົ້າໜ້າທີ່ສືບສວນອຸປະກອນບັນທຶກສຽງໃນຫ້ອງນັກບິນກັບອຸປະກອນບັນທຶກຂໍ້ມູນການບິນໄປກວດສອບແລ້ວ ແລະ ກຳລັງຮວບຮວມຂໍ້ມູນ ເຊິ່ງຈະເຜີຍແຜ່ລາຍງານເບື້ອງຕົ້ນພາຍໃນ 2-3 ອາທິດ.

ແຫຼ່ງຂ່າວ CNN

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...