Homeຂ່າວພາຍ​ໃນເຈົ້າແຂວງຈຳປາສັກ ລົງຕິດຕາມໃຫ້ກຳລັງໃຈປະຊາຊົນທີ່ໄຟໄໝ້ເຮືອນຢູ່ບ້ານສະໝິງ

ເຈົ້າແຂວງຈຳປາສັກ ລົງຕິດຕາມໃຫ້ກຳລັງໃຈປະຊາຊົນທີ່ໄຟໄໝ້ເຮືອນຢູ່ບ້ານສະໝິງ

Published on

ວັນທີ 3 ມີນາ 2023 ຜ່ານມາ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະນຳ, ອົງການປົກຄອງ, ສະພາປະຊາຊົນແຂວງຈຳປາສັກ ໄດ້ລົງຢ້ຽມຢາມຖາມຂ່າວ ໃຫ້ກຳລັງໃຈປະຊາຊົນ ພ້ອມທັງຕິດຕາມສະພາບ ຈາກເຫດການ ອັກຄີໄພ (ໄຟໄໝ້) ເຮືອນປະຊາຊົນ ຢູ່ບ້ານສະໝິງ ເມືອງປະທຸມພອນ ເຊິ່ງມີບ້ານເຮືອນປະຊາຊົນ ໄດ້ຮັບຜົນເສຍຫາຍ 28 ຫລັງຄາເຮືອນ, ລວມມູນຄ່າເສຍຫາຍ ເບື້ອງຕົ້ນ 3,68 ຕື້ກວ່າກີບ.

ທ່ານ ບຸນຖອງ ສຸພາວົງ ຮອງເຈົ້າເມືອງປະທຸມພອນ ໄດ້ລາຍງານສະພາບຜົນເສຍຫາຍວ່າ: ໂດຍອີງຕາມ ການລົງເກັບກຳຂໍ້ມູນເບື້ອງຕົ້ນ ຂອງຄະນະກຳມະການຕ້ານ, ຄວບຄຸມ ແລະ ຕອບໂຕໄພພິບັດຂັ້ນເມືອງ ໃນເວລາ ປະມານ 10:55 ໂມງ ຂອງວັນທີ 2 ມີນາ 2023 ໄດ້ເກີດອັກຄີໄພ (ໄຟໄໝ້ເຮືອນຂອງປະຊາຊົນ) ຢູ່ ບ້ານສະໝິງ ເມືອງປະທຸມພອນ ມີຈຳນວນຄອບຄົວເສຍຫາຍທັງໝົດ 28 ຫລັງຄາ, ໃນນັ້ນມີ 16 ຫລັງ ແມ່ນເສຍຫາຍ 100% ແລະ ເສຍຫາຍເລັກໜ່ອຍມີ 12 ຫລັງ ລວມມູນຄ່າເສຍຫາຍ ເບື້ອງຕົ້ນ ຈາກເຫດການດັ່ງກ່າວ 3,68 ຕື້ກວ່າກີບ, ໃນໄລຍະເກີດເຫດເບື້ອງຕົ້ນ ແມ່ນໄດ້ນຳເອົາເຄື່ອງບັນເທົາທຸກ, ນ້ຳດື່ມ, ເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ປະຊາຊົນພາຍໃນບ້ານ ແລະ ປັດຈຸບັນ, ມີຫຼາຍພາກສ່ວນໄດ້ເດີນທາງມາຊ່ວຍເຫລືອສິ່ງຂອງຈຳເປັນ ເພື່ອບັນເທົາທຸກເບື້ອງຕົ້ນແກ່ປະຊາຊົນ ມີທັງ ເງິນສົດ ແລະ ເຄື່ອງໃຊ້ ລວມມູນຄ່າທັງໝົດ 141 ລ້ານກວ່າກີບ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ກໍໄດ້ມີຄຳເຫັນໂອ້ລົມ ໃຫ້ກຳລັງໃຈປະຊາຊົນ ໂດຍສະແດງຄວາມຊົມເຊີຍການນຳກຸ່ມບ້ານ ແລະ ປະຊາຊົນທີ່ໄດ້ພ້ອມໃຈກັນແກ້ໄຂບັນຫາທີ່ເກີດຂຶ້ນ, ພ້ອມທັງສະແດງຄວາມເສົ້າໂສກ ເສຍໃຈ ແລະ ຂໍໃຫ້ປະຊາຊົນມີຄວາມອຸ່ນອ່ຽງທຸ່ນທ່ຽງ.

ຈາກເຫດການດັ່ງກ່າວ, ທ່ານເຈົ້າແຂວງຈຳປາສັກ ໄດ້ຊີ້ນຳໃຫ້ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈຳປາສັກ ໃນນາ ຜູ້ປະຈຳການ ຄະນະກຳມະການຕ້ານ, ຄວບຄຸມ ແລະ ຕອບໂຕໄພພິບັດຂັ້ນແຂວງ ສົມທົບກັບ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງ ກວດກາຄືນໃໝ່ເຖິງ ຜົນເສຍຫາຍ ຕີເປັນມູນຄ່າເບື້ອງຕົ້ນຄືນຢ່າງລະອຽດ, ກຳນົດບູລິມະສິດສິ່ງຂອງບັນເທົາທຸກ ທີ່ຈໍາເປັນ ແລະ ກຳນົດຂັ້ນຕອນຕໍ່ໜ້າທີ່ຈະແກ້ໄຂບັນຫາສະຖານ ຢ່າງເໝາະສົມ ແລະ ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງໄດ້ຮີບດ່ວນແກ້ໄຂ ການອອກແບບການກໍ່ສ້າງເຮືອນຫລັງໃໝ່ໃຫ້ແກ່ປະຊາຊົນ ຢ່າງມີຄວາມໝັ້ນຄົງ ຖາວອນ, ພ້ອມນັ້ນ ແຂວງຕ້ອງໄດ້ມີການຈັດສັນພື້ນຖານໂຄ່ງລ່າງ, ການຕັດຕາຜ້າ, ມາດຖານຂອງບ້ານໃໝ່ ເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະ ເອົາໃຈໃສ່ບັນຫາເລື່ອງສຸຂະອະນາໄມ ສິ່ງອຳນວຍຄວາມສະດວກ ທີ່ ປັດໃຈຫລັກ ເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...