Homeຂ່າວທ້ອງຖິ່ນເປີດນຳໃຊ້ຂົວເບຕົງຂົວ ຂ້າມຫ້ວຍຊຽງລົງ ເມືອງທ່າແຂກ ແຂວງຄຳມ່ວນ

ເປີດນຳໃຊ້ຂົວເບຕົງຂົວ ຂ້າມຫ້ວຍຊຽງລົງ ເມືອງທ່າແຂກ ແຂວງຄຳມ່ວນ

Published on

ພິທີ ມອບ – ຮັບ ແລະ ເປີດການນໍາໃຊ້ຂົວຂ້າມຫ້ວຍຊຽງລົງ ແລະ ອາຄານຮຽນ ໂຮງຮຽນປະຖົມ ບ້ານ ຊຽງແຫວນ ໄດ້ຈັດຂຶ້ນໃນວັນທີ 2 ມີນາ ຜ່ານມາ, ໂດຍເປັນກຽດເຂົ້າຮ່ວມ ແລະ ຕັດແຖບຜ້າ ຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ຊູເສຈູນ ຮອງຜູ້ອໍານວຍການບໍລິສັດ ເອເຊຍ ໂປຕາສ ຈໍາກັດ; ພ້ອມດ້ວຍບັນດາຄະນະນໍາແຂວງ, ເມືອງທ່າແຂກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການກໍ່ສ້າງ ຂົວຂ້າມຫ້ວຍຊຽງລົງ ເປັນຂົວເບຕົງ, ມີຄວາມຍາວ 45 ແມັດ, ກວ້າງ 4,5 ແມັດ, ງົບປະມານການກໍ່ສ້າງທັງໝົດ 1.266.000 ຢວນ (ສະກຸນເງິນຈີນ) ຫຼື ເທົ່າກັບ 3.150 ລ້ານກີບ, ໄດ້ເລີ່ມດໍາເນີນການກໍ່ສ້າງນັບແຕ່ກາງເດືອນພະຈິກ 2022 ຈົນເຖິງເດືອນກຸມພາ 2023 ຈິ່ງສໍາເລັດ 100%. ຄຽງຄູ່ກັບການກໍ່ສ້າງຂົວກໍຄື ໂຄງການກໍ່ສ້າງອາຄານຮຽນໂຮງຮຽນປະຖົມສົມບູນ ບ້ານ ຊຽງແຫວນ ຊຶ່ງເປັນອາຄານຖາວອນຊັ້ນດຽວ ປະກອບມີ 5 ຫ້ອງຮຽນ, 1 ຫ້ອງພັກຄູ, ພ້ອມມີໂຕະຕັ່ງນັກຮຽນ-ຄູ ອາຈານ ແລະ ຫ້ອງນໍ້າຄົບຊຸດ ໂດຍໃຊ້ງົບປະມານໃນການກໍ່ສ້າງ ທັງໝົດ 803.000 ຢວນ ຫຼື 2.007 ລ້ານກີບ, ມີເນື້ອທີ່ຂອງໂຕອາຄານຮຽນປະມານ 400 ຕາແມັດ ແລະ ອາຄານຫ້ອງນໍ້າປະມານ 36 ຕາແມັດ, ມີເດີ່ນກວ້າງ 5.160 ຕາແມັດ ສາມາດຮອງຮັບນັກຮຽນໄດ້ 120 ຄົນ. ທັງສອງໂຄງການແມ່ນການຊ່ວຍເຫຼືອ ຈາກບໍລິສັດຊິໂນ ອາກຣີ ໂປຕາສ ຈຳກັດ, ຊຶ່ງນອນໃນໂຄງການພັດທະນາ ແລະ ແກ້ໄຂຄວາມທຸກຍາກປະຊາຊົນ ໂດຍແມ່ນການເຫັນດີຂອງອຳນາດການປົກຄອງແຂວງຄຳມ່ວນ ທີ່ໄດ້ຕົກລົງ ມອບໃຫ້ ບໍລິສັດດັ່ງກ່າວຊ່ວຍພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ບ້ານຊຽງແຫວນ ເມືອງທ່າ ແຂກ.

ໂອກາດນີ້, ທ່ານ ຮອງຜູ້ອໍານວຍການ ບໍລິສັດ ເອເຊຍ ໂປຕາສ ຈໍາກັດ ໄດ້ເປັນກຽດ ກ່າວມອບ ແລະ ກ່າວຮັບ ໂດຍທ່ານ ສີຫງວນ ອິນທະລາດ ຮອງເຈົ້າເມືອງທ່າແຂກ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ, ມີບັນດາແຂກຖືກເຊີນ, ພ້ອມດ້ວຍພາກສ່ວນບໍລິສັດ ແລະ ປະຊາຊົນ.

ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...