spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ຍຶດລົດກະບະ 2 ຄັນນຳເຂົ້າບໍ່ຖືກຕ້ອງທີ່ແຂວງຄໍາມວ່ນ

ເຈົ້າໜ້າທີ່ຍຶດລົດກະບະ 2 ຄັນນຳເຂົ້າບໍ່ຖືກຕ້ອງທີ່ແຂວງຄໍາມວ່ນ

Published on

ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນາເລົ່າ (ທາງແບ່ງຫຼັກ 20) ໄດ້ຮັບຂໍ້ມູນຈາກແຫຼ່ງຂ່າວພົນລະເມືອງດີມີລົດກະບະ TOYOTA VIGO 4 ປະຕູ, ສີຟ້າ 01 ຄັນ, ບໍ່ໃສ່ປ້າຍທະບຽນແລ່ນຢູ່ເສັ້ນທາງເຂດເມືອງໜອງບົກ ແຂວງຄໍາມວ່ນ ແລະ  ໃນເວລາດຽວກັນໄດ້ຮັບແຫຼ່ງຂ່າວມີລົດກະບະ TOYOTA 2 ປະຕູແຄບ, ແລ່ນມຸ້ງໜ້າມາແຕ່ທາງເຂດ ເມືອງປາກກະດິງ ມາທາງ ເມືອງຫີນບູນ ແຂວງຄຳມ່ວນ.

ເຈົ້າໜ້າທີ່ພາສີ ພສປ ຈຶ່ງໄດ້ອອກຕິດຕາມ ແລະ ກວດກາ, ຜ່ານການກວດກາສອບຖາມເບື້ອງຕົ້ນເຫັນວ່າ: ເປັນລົດທີ່ນຳເຂົ້າບໍ່ຖືກຕ້ອງ, ບໍ່ມີເອກະສານຢັ້ງຢືນເສຍພາສີ-ອາກອນ ແລະ ພັນທະອຶ່ນໆ. ດັ່ງນັ້ນ, ທາງເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນາເລົ່າ (ທາງແບ່ງຫຼັກ 20) ຈຶ່ງໄດນຳເອົາລົດທັງ 02 ຄັນມອບໃຫ້ພາສີ ປະຈຳແຂວງຄຳມ່ວນ, ເພື່ອດຳເນີນຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ. ຊຶ່ງເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 1 ມີນາ 2023 ຜ່ານມານີ້.

ແຫຼ່ງຂ່າວ ກະຊວງການເງິນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...