Homeຂ່າວການຮ່ວມມືລາວ-ໄທ ແລກປ່ຽນບົດຮຽນ ລາດຕະເວນທາງນ້ຳຕາມແມ່ນ້ຳຂອງ

ລາວ-ໄທ ແລກປ່ຽນບົດຮຽນ ລາດຕະເວນທາງນ້ຳຕາມແມ່ນ້ຳຂອງ

Published on

ອີງຕາມແຫຼ່ງຂ່າວ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໃນທ້າຍເດືອນກຸມພາຜ່ານມາ, ຢູ່ແຂວງບຶງການ ຣາຊາອານາຈັກໄທ ໄດ້ມີກອງປະຊຸມ ເອກະພາບການລາດຕະເວນທາງນ້ຳຕາມແມ່ນ້ຳຂອງຮ່ວມລາວ-ໄທ ແຂວງບໍລິຄຳໄຊ ສປປ ລາວ ກັບ ແຂວງບຶງການ ຣາຊາອານາຈັກໄທ ໂດຍການເປັນປະທານໂດຍ ທ່ານ ພັອ ມົງຄົນ ຫໍທອງ ຮອງຜູ້ບັນຊາການກອງກຳລັງສຸລະສັກມົນຕີ, ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ ແຂວງບຶງການ ແລະ ທ່ານ ພັທ ວິສັນ ທິບວົງສາ ຮອງຫົວໜ້າຫ້ອງເສນາທິການ ທະ ຫານແຂວງບໍລິຄຳໄຊ, ຫົວໜ້າຄະນະໜ່ວຍປະສານງານປະຈຳພື້ນທີ່ ແຂວງບໍລິຄຳໄຊ ໂດຍມີພາກ ສ່ວນກ່ຽວຂ້ອສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ, ຄະນະຜູ້ແທນສອງຝ່າຍ ໄດ້ມີການແລກປ່ຽນກັນ ເພື່ອຄວາມເປັນເອກະພາບໃນການລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງ ລາວ-ໄທ ບໍລິຄຳໄຊ-ບຶງການ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນຄວາມເປັນເອກະພາບບັນດາເນື້ອໃນ, ຂັ້ນຕອນການປະສານງານ ກໍຄື ຂັ້ນຕອນແຕ່ລະບາດກ້າວ ໃນການລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ບໍລິຄຳໄຊ-ບຶງການ ແນໃສ່ຮັບປະກັນໃຫ້ໄດ້ຜົນສຳເລັດຢ່າງຈົບງາມ ແລະ ຮັບປະກັນຄວາມປອດໄພ 100%.

ນອກນັ້ນ, ຍັງໄດ້ສະແດງເຖິງການຮ່ວມມືທັງສອງຝ່າຍ ໃນການແກ້ໄຂບັນຫາຕ່າງໆຕາມຊາຍແດນ ເປັນຕົ້ນ ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການເຂົ້າອອກເມືອງຜິດກົດໝາຍ ຕະຫລອດຮອດບັນຫາອາຊະຍາກຳ ຕາມລຳແມ່ນ້ຳຂອງ ໃນຂອບເຂດແຂວງບໍລິຄຳໄຊ ແລະ ແຂວງບຶງການ ໃຫ້ນັບມື້ຫລຸດໜ້ອຍຖອຍລົງເທື່ອລະກ້າວ, ແນໃສ່ເຮັດໃຫ້ຊາຍແດນກາຍເປັນສາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ມີການພັດທະນາຢ່າງຍືນຍົງ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...