spot_img
Homeຂ່າວຕ່າງປະເທດອິນເດຍ ພົບໄຂ້ຫວັດສັດປີກລະບາດ ສັ່ງຂ້າເປັດເຖິງ 2 ແສນໂຕ

ອິນເດຍ ພົບໄຂ້ຫວັດສັດປີກລະບາດ ສັ່ງຂ້າເປັດເຖິງ 2 ແສນໂຕ

Published on

557000014056501

 

ອິນເດຍພົບການລະບາດຂອງພະຍາດໄຂ້ຫວັດສັດປີກແຜ່ກະຈາຍໄດ້ງ່າຍ 2 ຈຸດ ໃນລັດເກນລະ ທາງຕອນໃຕ້

ຂອງປະເທດ ເຈົ້າໜ້າທີ່ຕ້ອງຂ້າສັດປີກກ່ວາ 200,000 ໂຕ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 26 ພະຈິກນີ້ວ່າ ອົງການສຸຂະພາບສັດໂລກ ເຊິ່ງມີສຳນັກງານໃຫຍ່ໃນ

ນະຄອນຫລວງປາຣີ ໄດ້ລາຍງານຜ່ານເວັບໄຊຂອງຕົນເອງວ່າ ທາງການລັດເກນລະຂອງອິນເດຍ ໄດ້ມີຄຳສັ່ງໃຫ້

ຂ້າເປັດເຖິງ 200,000​ ໂຕ ຫລັງຈາກເປັດຈຳນວນ 15,000​ ໂຕ ໃນເມືອງກັດຕະຍຳ ແລະ ອີກປະມານ 500 ໂຕໃນ

ເມືອງອະລາບປຸດຮາ ຕາຍດ້ວຍເຊື້ອໄວຣັສຊະນິດໜຶ່ງ ນັບເປັນການແຜ່ລະບາດຂອງພະຍາດຕິດຕໍ່ໃນສັດຂອງ

ອິນເດຍຄັ້ງທຳອິດ ນັບຕັ້ງແຕ່ເດືອນກຸມພາເປັນຕົ້ນມາ.

 

ລາຍງານຂ່າວໄດ້ລະບຸວ່າ ຜ່ານການກວດເຊື້ອພະຍາດດັ່ງກ່າວ ໄດ້ພົບໄວຣັສໄຂ້ຫວັດສັດປີກ H5 ໃນຊາກສັດປີກ

ທີ່ຕາຍ  ແຕ່ກໍຍັງບໍ່ທັນຮູ້ຊະນິດຍ່ອຍທີ່ຊັດເຈນ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...