Homeຂ່າວຕ່າງປະເທດຜູ້ນຳຣັດເຊຍມອບ "ຫຼຽນມິດຕະພາບ" ໃຫ້ແກ່ ສະຕີເວັນ ຊີກັລ

ຜູ້ນຳຣັດເຊຍມອບ “ຫຼຽນມິດຕະພາບ” ໃຫ້ແກ່ ສະຕີເວັນ ຊີກັລ

Published on

ຜູ້ນຳຣັດເຊຍມອບ “ຫຼຽນມິດຕະພາບ” ໃຫ້ແກ່ ສະຕີເວັນ ຊີກັລ (Steven Seagal) ພະເອກໜັງ ເຊິ່ງເປັນລາງວັນແກ່ຜູ້ທີ່ພັດທະນາຄວາມສຳພັນລະຫວ່າງປະເທດຣັດເຊຍ-ສະຫະລັດອາເມຣິກາ.

ໃນວັນທີ 28 ກຸມພາ 2023 ທ່ານ ປູຕິນ ວະລາດິເມຍ ປະທານາທິບໍດີຂອງຣັດເຊຍ ໄດ້ມອບລາງວັນຫຼຽນມິດຕະພາບ (Order of Friendship) ໃຫ້ແກ່ ທ້າວ ສະຕີເວັນ ຊີກັລ ນັກສະແດງຊາວອາເມຣິກາ ເຊິ່ງປັດຈຸບັນດຳລົງຕຳແໜ່ງຜູ້ແທນພິເສດດ້ານຄວາມສຳພັນທາງວັດທະນະທຳ ມໍລະດົກທາງວັດທະນະທຳ ແລະ ປະຫວັດສາດລະຫວ່າງຣັດເຊຍ ກັບ ສະຫະລັດອາເມຣິກາ.

ໂດຍທ່ານ ປູຕິນ ໄດ້ຍ້ອງຍໍວ່າ ທ້າວ ສະຕີເວັນ ຊີກັລ ໄດ້ຮັບລາງວັນອັນຊົງກຽດນີ້ມາຈາກຜົນງານອຸທິດຕົນຢ່າງຍິ່ງໃຫຍ່ໃນການພັດທະນາຄວາມຮ່ວມມືດ້ານມະນຸດສະທຳ ແລະ ວັດທະນະທຳລະຫວ່າງປະເທດ.

ແຫຼ່ງຂ່າວ The Moscow Times

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...