spot_img
Homeຂ່າວພາຍ​ໃນກົມພັດທະນາການທ່ອງທ່ຽວສະເໜີຮ່າງແຜນການຕ້ອນຮັບນັກທ່ອງທ່ຽວຈີນ

ກົມພັດທະນາການທ່ອງທ່ຽວສະເໜີຮ່າງແຜນການຕ້ອນຮັບນັກທ່ອງທ່ຽວຈີນ

Published on

ກົມພັດທະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມຜ່ານຮ່າງແຜນການຕ້ອນຮັບນັກທ່ອງທ່ຽວຈີນ ໃນວັນທີ 24 ກຸມພາ 2023 ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ, ມີບັນດາຫົວໜ້າກົມ,ຮອງກົມ, ຜູ້ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງ, ພ້ອມດ້ວຍຜູ້ປະກອບການດ້ານການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ແນໃສ່ກະກຽມຄວາມພ້ອມໃນການເປັນເຈົ້າພາບທີ່ດີ ໃນການຕ້ອນຮັບນັກທ່ອງທ່ຽວ ເປັນຕົ້ນ ການປັບປຸງຜະລິດຕະພັນການທ່ອງທ່ຽວ ແລະ ສິ່ງອຳນວຍຄວາມສະດວກດ້ານຕ່າງໆ ເຊັ່ນ: ການເດີນທາງ, ສະຖານທີ່ທ່ອງທ່ຽວ, ສະຖານທີ່ພັກແຮມ, ຮ້ານອາຫານ, ບໍລິສັດທ່ອງທ່ຽວ, ພະນັກງານນຳທ່ຽວ, ຮ້ານຂາຍເຄື່ອງທີ່ລະນຶກ, ການບໍລິການທີ່ດີ ແລະ ຄວາມປອດໄພຕະຫລອດຮອດການກໍານົດນະໂຍບາຍໃນການເຂົ້າ-ອອກປະເທດ, ໃນເດືອນຜ່ານມາກະຊວງ ຖວທ ໄດ້ສັງລວມຄໍາຄິດເຫັນທັງໝົດ ຈາກຜົນການປຶກສາຫາລື ຂອງກອງປະຊຸມປຶກສາຫາລື ຄັ້ງທີ 1, ພ້ອມທັງໄດ້ເກັບກຳຂໍ້ມູນສະພາບການກະກຽມຕ້ອນຮັບນັກທ່ອງທ່ຽວຈາກທົ່ວປະເທດ ເພື່ອເປັນບ່ອນອີງໃນການສ້າງແຜນຕ້ອນຮັບນັກທ່ອງທ່ຽວຈີນ.

ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ໄດ້ໃຫ້ຮູ້ວ່າ: ຕະຫລາດທ່ອງທ່ຽວຈີນ ເປັນຕະຫລາດໜຶ່ງທີ່ມີຄ່າໃຊ້ຈ່າຍສູງ ເຊິ່ງຫລາຍໆປະເທດໄດ້ກໍານົດນະໂຍບາຍຕ່າງໆ ເພື່ອຍາດແຍ່ງ ແລະ ດຶງດູດນັກທ່ອງທ່ຽວຈີນ ເພື່ອໃຫ້ເຂົ້າໄປທ່ອງທ່ຽວໃນປະເທດຂອງຕົນ, ເຊິ່ງ ສປປ ລາວ ກ່ອນໜ້າທີ່ຈະມີການແພ່ລະບາດຂອງພະຍາດໂຄວິດ-19 ຄື: ປີ 2019 ສາມາດຕ້ອນຮັບນັກທ່ອງທ່ຽວຈີນ ໄດ້ເຖິງ 1.022.727 ເທື່ອຄົນ, ກວມເອົາ 21% ຂອງຈຳນວນນັກທ່ອງທ່ຽວທັງໝົດທີ່ເຂົ້າມາທ່ອງທ່ຽວ ສປປ ລາວ. ສໍາລັບປີ 2022 ເຖິງວ່າຍັງຢູ່ໃນໄລຍະທີ່ລັດຖະບານຈີນ ບໍ່ທັນເປີດປະເທດ ແຕ່ກໍຍັງມີນັກທ່ອງທ່ຽວຈີນ ທີ່ເດີນທາງມາຈາກປະເທດທີ່ສາມ ເຂົ້າມາທ່ຽວ ສປປ ລາວ 45.249 ເທື່ອຄົນ. ມາຮອດປັດຈຸບັນ, ລັດຖະບານ ສປ ຈີນ ໄດ້ມີນະໂຍບາຍຜ່ອນຜັນມາດຕະການປ້ອງກັນການຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ອະນຸຍາດໃຫ້ປະຊາຊົນຈີນ ສາມາດເດີນທາງອອກນອກປະເທດໄດ້ ເຊິ່ງ ສປປ ລາວ ກໍແມ່ນ 1 ໃນຈໍານວນ 20 ປະເທດ ທີ່ລັດຖະບານຈີນອະນຸຍາດໃຫ້ອອກໄປທ່ຽວແບບເປັນໝູ່ຄະນະ.

ພ້ອມນີ້, ທ່ານ ໂພສີ ແກ້ວມະນີວົງ ຍັງໄດ້ເນັ້ນໃຫ້ ກົມພັດທະນາການທ່ອງທ່ຽວ ກໍຄື ຂະ ແໜງການກ່ຽວຂ້ອງ ສຸມໃສ່ປັບປຸງຜະລິດຕະພັນການທ່ອງທ່ຽວ, ຫັນອຸດສະຫະກຳການທ່ອງທ່ຽວໃຫ້ທັນສະໄໝ, ວ່ອງໄວ, ໃຫ້ແທດເໝາະກັບຕະຫລາດຈີນ ໂດຍອີງໃສ່ທ່າແຮງທາງດ້ານຊັບພະຍາ ກອນການທ່ອງທ່ອງທ່ຽວ ແລະ ຮີດຄອງປະເພນີອັນດີງາມຂອງພວກເຮົາ. ອີກດ້ານໜຶ່ງ, ປັດຈຸບັນພວກເຮົາມີລົດໄຟຄວາມໄວສູງເຊື່ອມໂຍງລະຫວ່າງ ລາວ-ຈີນ ຖືວ່າເປັນທ່າແຮງອັນໜຶ່ງທີ່ສຳຄັນໃນການອຳນວຍຄວາມສະດວກໃນການເດີນທາງລະຫວ່າງປະເທດ ແລະ ໃນເວລາອັນໃກ້ ຍັງຈະມີການເປີດສາຍການບິນເຊື່ອມຕໍ່ ລະຫວ່າງ ນະຄອນຫລວງວຽງຈັນ ຂອງ ສປປ ລາວ ແລະ ບັນດາແຂວງຂອງ ສປ ຈີນ ເຮັດໃຫ້ມີຄວາມສະດວກສະບາຍ ແລະ ເປັນຫລາຍທາງເລືອກໃຫ້ນັກທ່ອງທ່ຽວຈີນ ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ຫລາຍຂຶ້ນ.

ໃນກອງປະຊຸມ, ທ່ານນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ໄດ້ສະເໜີຮ່າງແຜນການຕ້ອນຮັບນັກທ່ອງທ່ຽວຈີນ ໂດຍທ່ານໄດ້ຍົກໃຫ້ເຫັນຫລາຍບັນຫາສຳຄັນ ເປັນຕົ້ນ ສະພາບລວມຂອງຕະຫລາດທ່ອງທ່ຽວຈີນ, ການຄາດຄະເນຕະຫລາດນັກທ່ອງທ່ຽວຈີນໃນອະນາຄົດ, ການກະກຽມການຕ້ອນຮັບນັກທ່ອງທ່ຽວຈີນຂອງພາກພື້ນ ແລະ ສາກົນ, ພ້ອມທັງຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ສະດວກຂອງ ສປປ ລາວ ພາຍຫລັງເປີດປະເທດ, ໃນປີ 2023 ນັກທ່ອງທ່ຽວ ຈີນເດີນທາງອອກໄປທ່ຽວຕ່າງປະເທດ ສະເລ່ຍ 250.000 ຄົນ/ວັນ, ເດືອນໜຶ່ງປະມານ 7,5 ລ້ານຄົນ (62% ຂອງ ນັກທ່ອງທ່ຽວ ປີ 2019), ໃນຂະນະທີ່ ລັດຖະບານຈີນ ອະນຸຍາດໃຫ້ນັກທ່ອງທ່ຽວໄປທ່ຽວເປັນກຸ່ມ 20 ປະເທດ, ລວມທັງ ສປປ ລາວ.

ຢ່າງໃດກໍຕາມ,ໃນປີ 2023 ຄາດວ່ານັກທ່ອງທ່ຽວຈີນ ຈະເດີນທາງໄປຕ່າງປະເທດປະມານ 56 ລ້ານເທື່ອຄົນ, ໃນນັ້ນ, ຄາດຄະເນຈໍານວນນັກທ່ອງທ່ຽວຈີນ ຈະເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ປະມານ 368.000 ເທື່ອຄົນ ຫລື ເພີ່ມຂຶ້ນ 21% ຖ້າສົມທຽບໃສ່ປີ 2022.

ແຜນກະກຽມຕ້ອນຮັບນັກທ່ອງທ່ຽວສະບັບດັ່ງກ່າວ, ສ້າງຂຶ້ນ ເພື່ອເປັນບ່ອນອີງໃຫ້ແກ່ພາກລັດ ແລະ ພາກທຸລະກິດທັງສູນກາງ ແລະ ທ້ອງຖິ່ນ, ເປັນຂໍ້ມູນພື້ນຖານກ່ຽວກັບນັກທ່ອງທ່ຽວຈີນ(ຕະຫລາດຈີນ) ຢູ່ໃນ ສປປ ລາວ ເປັນຕົ້ນ ທ່າອ່ຽງ ແລະ ໂອກາດທີ່ນັກທ່ອງທ່ຽວຈີນຈະເຂົ້າມາທ່ອງທ່ຽວຢູ່ ສປປ ລາວ, ລວມເຖິງຄວາມສ່ຽງທີ່ອາດຈະເກີດຂຶ້ນ ໂດຍສະເພາະແມ່ນການທ່ອງທ່ຽວໃນຮູບແບບທົວສູນຫລຽນ (zero-dollar tourism). ນອກຈາກນັ້ນ, ແຜນສະບັບນີ້, ຍັງໄດ້ລວມນະໂຍບາຍ ແລະ ແຜນການຕ້ອນຮັບນັກທ່ອງທ່ຽວຈີນ ຂອງພາກພື້ນ ແລະ ສາກົນ ຕື່ມອີກ.

ແຫຼ່ງຂ່າວ ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...