Homeຂ່າວອຸບັດຕິເຫດອຸປະຕິເຫດຕຳຄົນຕາຍແລ້ວເອົາຕົວຫຼົບໜີ

ອຸປະຕິເຫດຕຳຄົນຕາຍແລ້ວເອົາຕົວຫຼົບໜີ

Published on

ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດພະແນກຈະລາຈອນ ປກສ ແຂວງວຽງຈັນໃຫ້ຮູ້ວ່າ ໃນຕອນເຊົ້າຂອງວັນທີ 5 ກຸມພາ 2023 ຜ່ານມານີ້ ເກີດເຫດລົດບັນທຸກ JMC ຕຳທ້າຍລົດຈັກ ຢູ່ຂອບເຂດບ້ານ ເຕົາຖ່ານ ເມືອງໂພນໂຮງ ແຂວງວຽງຈັນ ພາໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ ແລະ ບາດເຈັບສາຫັດ 1 ຄົນ.

ເຫດການດັ່ງກ່າວຜູ້ຂັບຂີ່ລົດບັນທຸກ JMC ແມ່ນເອົາຕົວຫຼົບໜີ, ພາຍຫຼັງຄະນະພັກຄະນະບັນຊາກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຮັບແຈ້ງເຫດ ຈາກພົນລະເມືອງດີ ແລ້ວໄດ້ມອບໃຫ້ຄະນະພັກຄະນະບັນຊາຫ້ອງຕຳຫຼວດ ຮີບຮ້ອນຊີ້ນຳ ພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ຈັດຕັ້ງກຳລັງລົງກວດກາຊັນນະສູດສະຖານທີ່ເກີດເຫດຕົວງຈິງ ຈຶ່ງຮູ້ວ່າຜູ້ຂັບຂີ່ລົດຈັກ ແມ່ນທ້າວ ນ້ອຍ ອາຍຸ 43 ປີ ອາຊີບ ກຳມະກອນ, ຂັບຂີ່ລົດຈັກເວບ ຍີ່ຫໍ້ໂຄລາວ ເລກທະບຽນ ຈກ 1433 ກໍາແພງນະຄອນ ຜູ້ຊ້ອນທ້າຍແມ່ນ ແມ່ຕູ້ເມືອງ ອາຍຸ 84 ປີ ອາຊີບ ປະຊາຊົນ ທັງສອງຢູ່ບ້ານໃໝ່ ເມືອງໂພນ ໂຮງ ແຂວງວຽງຈັນ ຄູ່ກໍລະນີຕຳແລ້ວໜີ ຜ່ານການລົງກວດກາ ເກັບກຳຂໍ້ມູນເອົາຄໍາໃຫ້ການຈາກພະຍານຜູ້ທີ່ຮູ້ເຫັນເຫດການ ຫຼັກຖານຈາກສະຖານທີ່ເກີດເຫດຕົວຈີງ ສາມາດພົບເຫັນວັດຖຸ ສີ້ນສ່ວນການເປ່ເພຂອງລົດບັນທຸກທີ່ຕົກເຮ່ຍໃນສະຖານທີ່ເກີດເຫດ ການເປ່ເພຂອງລົດຈັກ,

ຈາກການເກີດອຸປະຕິເຫດ ຜູ້ຂັບລົດບັນທຸກຂີ່ມາດ້ວຍຄວາມໄວສູງ ຈຶ່ງຕໍາເອົາທ້າຍລົດຈັກຂອງທ້າວນ້ອຍ ເປັນເຫດເຮັດໃຫ້ ແມ່ຕູ້ເມືອງ ຜູ້ຊ້ອນທ້າຍເສຍຊີວິດຄາທີ່ ແລະ ທ້າວ ນ້ອຍ ແມ່ນບາດເຈັບສາຫັດ ສ່ວນຜູ້ຂັບຂີ່ລົດບັນທຸກແມ່ນເອົາຕົວຫຼົບໜີພ້ອມດ້ວຍລົດຄັນທີ່ເກີດເຫດ, ຫຼັງຈາກນັ້ນເຈົ້າໜ້າທີ່ຕຳຫຼວດພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ພວກເຮົາ ກໍ່ໄດ້ປະສານສົມທົບກັບກົມຕຳຫຼວດຈະລາຈອນ, ພະແນກສຶບສວນ-ສອບສວນ ຄະດີອຸປະຕິເຫດ, ລົງຕິດຕາມຢູ່ ຂອບເຂດເມືອງໂພນໂຮງ, ເມືອງຫີນເຫີບ, ເມືອງວັງວຽງ, ເມືອງແກ້ວອຸດົມ ແລະ ເມືອງທຸລະຄົມ ຕົກມາຮອດວັນທີ 7 ກຸມພາ 2023ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຈຶ່ງສາມາດກັກຕົວເປົ້າໝາຍຜູ້ຂັບຂີ່ລົດບັນທຸກ ຊື່ທ້າວ ຄໍາພິສິດ ຫຼື ສິດ ອາຍຸ 22 ຢູ່ບ້ານ ນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຜູ້ຂັບຂີ່ລົດບັນທຸກຄັນໝາຍເລກທະບຽນ ບຂ4226 ນະຄອນຫຼວງວຽງຈັນ (ທຸລະກິດ 100%) ຄັນດັ່ງກ່າວ ແລະ ທັງເປັນໂຊເຟີປະຈຳລົດຄັນດັ່ງກ່າວ (ຂອງບໍລິສັດແຫ່ງໜຶ່ງ) ມາທໍາການສຶບສວນ-ສອບສວນ ເພື່ອຊອກສາຍເຫດໃນການເກີດອຸປະຕິເຫດຄັ້ງນີ້.

ຜ່ານການສຶບສວນ-ສອບສວນ ແລະ ເກັບກຳຂໍ້ມູນຫຼັກຖານດ້ານຕ່າງໆ ຜູ້ກ່ຽວໄດ້ຮັບສາລະພາບ ວ່າເປັນຜູ້ກໍ່ເຫດຕຳແລ້ວເອົາຕົວຫຼົບໜີແທ້ ປະຈຸບັນຜູ້ກ່ຽວຖືກກັກຕົວໄວ້ຢູ່ທີ່ກັກຂັງຊົ່ວຄາວ ຫ້ອງຕຳຫຼວດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...