Homeຂ່າວພາຍ​ໃນປີ 2022 ປກສ ແຂວງຫົວພັນ ມ້າງຄະດີຢາເສບຕິດໄດ້ 200 ກວ່າເລື່ອງ

ປີ 2022 ປກສ ແຂວງຫົວພັນ ມ້າງຄະດີຢາເສບຕິດໄດ້ 200 ກວ່າເລື່ອງ

Published on

ພັອ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ່ 4 ຂອງສະພາປະຊາຊົນ ແຂວງຫົວພັນ ຊຸດທີ II ໄດ້ໃຫ້ຮູ້ວ່າ, ໂດຍປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນປີ 2022.

ນັບແຕ່ເດືອນຕຸລາ 2021-ພະຈິກ 2022 ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 211 ເລື່ອງ, ກັກຜູ້ຖືກຫາໄດ້ 246 ຄົນ, ຍິງ 36 ຄົນ, ຄົນຕ່າງປະເທດ 4 ຄົນ, ຢຶດຢາບ້າໄດ້ຈຳນວນ 265.061 ເມັດ, ເຮໂຣອິນ 8 ແທ່ງ, 123 ກ້ອນນ້ອຍ ແລະ 7 ຖົງ ມີນໍ້າໜັກ ທັງໝົດ 7.559 ກິໂລກຼາມ, ຢາໄອສ໌ 43 ຫໍ່ ໜັກ 43 ກິໂລກຼາມ, ຝຸ່ນຂາວຄ້າຍຄືຢາໄອສ໌ 1 ຖົງ ໜັກ 16,1 ກຼາມ, ຢາຝິ່ນ20 ຫໍ່ນ້ອຍມີນໍ້າໜັກ 5.150 ກິໂລກຼາມ ແລະ ແກ່ນ ຝິ່ນ 5 ກິ ໂລກຼາມ, ລົດໃຫຍ່ 3 ຄັນ, ລົດຈັກ 50 ຄັນ, ໂທລະສັບ 102 ໜ່ວຍ, ເງິນກີບທະນາຄານ 42.831.000 ກີບ, ເງິນດົງ 46.240.000 ດົງ ແລະ ເຄື່ອງຂອງກາງອື່ນໆອີກຈຳນວນໜຶ່ງ.

ປັດຈຸບັນ ມີຜູ້ໄດ້ຮັບປິ່ນປົວ ບຳບັດຢູ່ສູນຂອງກອງບັນຊາການ ປກສ ແຂວງຈຳນວນ 98 ຄົນ ຍິງ 3 ຄົນ.

ນອກຈາກນີ້, ຍັງໄດ້ປະສານກັບອົງການ UNODC ຕິດຕາມບັນດາສູນບຳບັດຜູ້ຕິດຢາເສບຕິດແບບສະໝັກໃຈຢູ່ 6 ເມືອງຄື: ເມືອງຊ່ອນ, ເມືອງກັວນ, ເມືອງຊຳໃຕ້, ເມືອງ ຫົວເມືອງ, ເມືອງວຽງໄຊ ແລະ ເມືອງຊຳເໜືອ ເຊິ່ງມີຜູ້ບຳບັດຢາເສບຕິດທັງໝົດ 4.464 ຄົນ ຍິງ 266 ຄົນ; ໃນນີ້, ໄດ້ຮັບປິ່ນປົວ ແບບຊຸມຊົນມີ 389 ຄົນ ຍິງ 2 ຄົນ, ປິ່ນປົວອອກໄປແລ້ວ 60 ຄົນ, ສະເພາະຢູ່ສູນບໍາບັດເມືອງຮາມ ມີ 134 ຄົນ ຍິງ 2 ຄົນ, ບໍາບັດປິ່ນປົວດີແລ້ວ 6 ຄົນ ແລະ ຍັງໄດ້ປະສານສົມທົບກໍາລັງ ປກຊ ແລະ ອໍານາດການປົກ ຄອງບ້ານອອກ ເຄື່ອນໄຫວສຳຫຼວດ ເກັບກໍາເນື່ອທີ່ລັກລອບປູກຝິ່ນ ຢູ່ບັນ ດາເມືອງໄດ້ຈໍານວນໜຶ່ງຕື່ມອີກ.

ແຫຼ່ງຂ່າວ ປກສ ແຂວງຫົວພັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...