spot_img
Homeຂ່າວຕ່າງປະເທດນັກທ່ອງທ່ຽວປະເທດລາວຕໍ່ແຖວດົນເຖິງ 90 ນາທີ ທີ່ສະໜາມບິນປະເທດໄທ

ນັກທ່ອງທ່ຽວປະເທດລາວຕໍ່ແຖວດົນເຖິງ 90 ນາທີ ທີ່ສະໜາມບິນປະເທດໄທ

Published on

ຜູ້ຄົນໜາແໜ້ນທີ່ສະໜາມບິນສຸວັນນະພູມ ປະເທດໄທ ໂດຍມີຜູ້ໂດຍສານທີ່ກຳລັງຈະເດີນທາງກັບປະເທດລາວລາຍງານວ່າ ມີຄົນຕໍ່ແຖວເປັນສາຍຍາວ ແລະ ລ້າຊ້າ.

ຜູ້ໂດຍສານໄດ້ໂພສຜ່ານອອນລາຍ ເພື່ອລາຍງານເຖິງຄວາມລ້າຊ້າ ເຊິ່ງບາງເທື່ອຕ້ອງໃຊ້ເວລາດົນເຖິງ 90 ນາທີ ເພື່ອທີ່ຈະຜ່ານຈຸດກວດຄົນເຂົ້າເມືອງໄດ້.

ນອກນັ້ນຍັງກ່າວວ່າ ພາຍໃນສະໜາມບິນມີການຍູ້ ດັນ ແລະ ຮ້ອງໃສ່ກັນດັງ ໂດຍສະເພາະຄອບຄົວທີ່ມີເດັກນ້ອຍ.

ທາງສະໜາມບິນກໍເຫັນດີເລື່ອງຄວາມລ້າຊ້າທີ່ເກີດຂຶ້ນ ແລະ ໃຫ້ຄຳແນະນຳແກ່ຜູ້ໂດຍສານ ລຳລັບຜູ້ເດີນທາງພາຍໃນ ຕ້ອງຮອດສະໜາມລ່ວງໜ້າ 2 ຊົ່ວໂມງກ່ອນຖ້ຽວບິນ ແລະ ສຳລັບຜູ້ເດີນທາງລະຫວ່າງປະເທດ ຕ້ອງຮອດກ່ອນ 3 ຊົ່ວໂມງ.

ສຳລັບນັກທ່ອງທ່ຽວທີ່ມາຈາກລາວຢູ່ທີ່ອັນດັບ 5 ຂອງນັກທ່ອງທ່ຽວຫຼັກສຳລັບປະເທດໄທ ພ້ອມຄາດການວ່າ ຈະສາມາດດຶງດູດນັກທ່ອງທ່ຽວໄດ້ປະມານ 25 ລ້ານຄົນ ໃນປີ 2023.

ສະພາບຄວາມແອອັດໃນສະໜາມບິນສຸວັນນະພູມນີ້ກໍມາຈາກ ຈີນເປີດປະເທດຢ່າງເຕັມຮູບແບບ ສົ່ງຜົນໃຫ້ສະໜາມບິນມີຜູ້ໂດຍສານເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ແຫຼ່ງຂ່າວ Bangkok Post, CH7

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...