spot_img
Homeຂ່າວພາຍ​ໃນເຫດໄຟໄໝ້ຂີ້ເຫຍື້ອ ຢູ່ນະຄອນຫຼວງພະບາງ

ເຫດໄຟໄໝ້ຂີ້ເຫຍື້ອ ຢູ່ນະຄອນຫຼວງພະບາງ

Published on

ນັບແຕ່ຕອນຄໍ່າຂອງວັນທີ 13 ກຸມພາ 2023 ທີ່ເກີດມີໄຟໄໝ້ຂີ້ເຫຍື້ອ ຢູ່ສະໜາມຂີ້ເຫຍື້ອ ເຂດບ້ານຫຼັກແປດ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເຮັດໃຫ້ເກີດມີຄວັນໄຟປົກຄຸມບໍລິເວນອ້ອມຮອບ ຈົນເຖິງປັດຈຸບັນ.

ທ່ານ ດາວັນ ສີລິວົງ ຮອງຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ນະຄອນຫຼວງພະບາງ ໃຫ້ສຳພາດໃນວັນທີ 23 ກຸມພາ 2023 ວ່າ: ພາຍຫຼັງເກີດໄຟໄໝ້ຂີ້ເຫຍື້ອ ທາງພາກສ່ວນຮັບຜິດຊອບສະໜາມຂີ້ເຫຍື້ອ ກໍໄດ້ສົມທົບກັບເຈົ້າໜ້າທີ່ດັບເພີງ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ ສຸມໃສ່ດັບໄຟທີ່ກຳລັງລຸກໄໝ້ ທັງໄດ້ສ້າງແລວກັນໄຟ ບໍ່ໃຫ້ແຜ່ລາມເປັນວົງກວ້າງ ໂດຍໄດ້ດຳເນີນຕະຫຼອດຄືນ ແຕ່ບໍ່ສາມາດດັບໄຟໃຫ້ມອດໄດ້.

ມາຮອດປັດຈຸບັນກໍຍັງມີຄວັນໄຟອອກມາຈາກອ່າງເກັບຂີ້ເຫຍື້ອ ເນື່ອງຈາກການດັບໄຟ ມີຄວາມຫຍຸ້ງຍາກ ຍ້ອນເນື້ອທີ່ຂອງຈຸດເກີດເຫດມີບໍລິເວນກວ້າງ ຜ່ານມາຄະນະຮັບຜິດຊອບໄດ້ເຮັດເປັນລັກສະນະອ່າງເກັບ ໂດຍມີຄວາມເລິກຫຼາຍແມັດ ແລະ ໄດ້ຖົມຂີ້ເຫຍື້ອເປັນ 3 ຊັ້ນ ຄາດວ່າໄຟອາດຈະໄໝ້ຂີ້ເຫຍື້ອຮອດຊັ້ນທຳອິດ ຈຶ່ງເຮັດໃຫ້ການດັບໄຟພົບຄວາມຫຍຸ້ງຍາກ ແລະ ເຮັດໃຫ້ເກີດມີຄວັນໄຟອອກມາຢ່າງຕໍ່ເນື່ອງ. ສ່ວນສາເຫດຂອງການເກີດໄຟໄໝ້ ອາດຈະເກີດຈາກການຂາດສະຕິຂອງຜູ້ທີ່ເຂົ້າໄປໄຈ້ເອົາສິ່ງເສດເຫຼືອຈາກຂີ້ເຫຍື້ອ ໂດຍເຮັດໃຫ້ເກີດໝັດໄຟໃສ່ຂີ້ເຫຍື້ອທີ່ເປັນອາຍແກ໊ສ ແລ້ວເກີດມີໄຟລຸກລາມ.

ປັດຈຸບັນພາກສ່ວນຮັບຜິດຊອບ ພວມສືບ ຕໍ່ສີດນໍ້າສະກັດຄວັນທີ່ອອກມາຈາກຂີ້ເຫຍື້ອ ໂດຍໄດ້ຮັບການຮ່ວມມືຈາກພາກລັດ ແລະ ພາກທຸລະກິດ ໂດຍສະເພາະການສົມທົບດ້ານອຸປະກອນ ແລະ ພາຫະນະເຂົ້າຊ່ວຍ ຄາດວ່າຈະໃຊ້ເວລາອີກດົນສົມຄວນ ຍ້ອນຂາດງົບປະມານຈັດຊື້ນ້ຳມັນເຊື້ອໄຟ ແລະ ອຸປະກອນຈຳເປັນ.

Cr.Vientiane Mai.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...