spot_img
Homeຂ່າວຕ່າງປະເທດຊາວອາເມຣິກັນຜິວສີ ປະທ້ວງຄະນະລູກຂຸນ ເຫດບໍ່ສັ່ງຟ້ອງຕຳຫລວດ ຜູ້ສັງຫານໜຸ່ມຜິວສີ ທີ່ເມືອງເຟີກູສັນ

ຊາວອາເມຣິກັນຜິວສີ ປະທ້ວງຄະນະລູກຂຸນ ເຫດບໍ່ສັ່ງຟ້ອງຕຳຫລວດ ຜູ້ສັງຫານໜຸ່ມຜິວສີ ທີ່ເມືອງເຟີກູສັນ

Published on

NjpUs24nCQKx5e1DGn3bvq7AETuUcGNe90JcGwUAFqx

 

ຊາວອາເມຣິກັນຜິວສີ ອອກມາປະທ້ວງຢ່າງຮຸນແຮງ ເຫດບໍ່ພໍໃຈທີ່ຄະນະລູກຂຸນບໍ່ສັ່ງຟ້ອງຕຳຫລວດທີ່ກໍ່ເຫດຍິງ

ໄວໜຸ່ມຜິວທີ່ບໍ່ມີອາວຸດ ເສຍຊີວິດເມື່ອເດືອນສິງຫາຜ່ານມາ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 25 ພະຈິກຜ່ານມານີ້ວ່າ ຢູ່ໃນເຂດເຊັ້ນຫລຸຍ ລັດມິດຊູຣີ ສະຫະລັດອາເມ

ຣິກາ ຕ້ອງປະເຊີນກັບການປະທ້ວງຮຸນແຮງຂອງປະຊາຊົນເປັນມື້ທີ 2 ໃນວັນອັງຄານ (25 ພະຈິກ) ຕໍ່ເນື່ອງຈາກເມື່ອ

ຊ່ວງຄ່ຳຂອງມື້ວັນຈັນ (24 ພະຈິກ) ຫລັງຄະນະລູກຂຸນໃຫຍ່ຂອງສານເຂດເຊັ້ນຫລຸຍ ຕັດສິນໃຈບໍ່ສັ່ງຟ້ອງ ທ່ານ ເຣນ

ວິນສັນ ນາຍຕຳຫລວດອາຍຸ 28 ປີ ໃນຄະດີຍິງ ທ້າວ ໄມເຄິນ ບຣາວ ໜຸ່ມອາເມຣິກັນຜິວສີ ອາຍຸ 18 ປີ ເສຍຊີວິດ ທັງ

ທີ່ໃນມືບໍ່ມີອາວຸດ ຢູ່ທີ່ເມືອງເຟີກູສັນ ລັດມິດຊູຣີ ເມື່ອວັນທີ 9 ສິງຫາ 2014 ຜ່ານມາ.

 

ຊຸມຊົນຊາວອາເມຣິກັນເຊື້ອສາຍອາຟຣິກາ ໄດ້ຮຽກຮ້ອງໃຫ້ສານຕັ້ງຂໍ້ຫາ ທ່ານ ວິນສັນ ໃນຖານະຄາດຕະກອນ ແຕ່

ເມື່ອຕອນຄ່ຳຂອງມື້ວັນຈັນ ຄະນະລູກຂຸນໃຫຍ່ 12​ ຄົນ ເຊິ່ງປະກອບດ້ວຍຄົນຂາວ 9 ຄົນ ແລະ ຄົນດຳ 3 ຄົນ ຕັດສິນ

ໃຈບໍ່ສັ່ງຟ້ອງ ທ່ານ ວິນສັນ ອັນໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ຜູ້ຊຸມນຸມ ແລະ ຄອບຄົວຂອງ ທ້າວ ບຣາວ ທີ່ລໍຖ້າຟັງຄຳ

ຕັດສິນ.

 

NjpUs24nCQKx5e1DGn3bvq7AETuUcF9gf5ESpUOV8jz

 

ເຈົ້າໜ້າທີ່ຕຳຫລວດໄດ້ເປີດເຜີຍວ່າ ເຫດຈະລາຈົນທີ່ເກີດຂຶ້ນໃນເມືອງເຟີກູສັນ ເມື່ອຄືນວັນຈັນ ໄດ້ມີຜູ້ຊຸມນຸມຈຳ

ນວນຫລາຍບຸກປຸ້ນສະດົມຮ້ານຄ້າ ເທິງຖະໜົນຟລໍຣິສແຊນຕາເວັນອອກ ແລະ ຖະໜົນຟລໍຣິສແຊນໃຕ້ ໂດຍໄດ້

ຈູດເຜົາອາຄານໄດ້ຮັບຄວາມເສຍຫາຍຢ່າງໜັກ 12 ຫລັງ ໃນຂະນະທີ່ເຈົ້າໜ້າທີ່ໄດ້ຍິງແກ໊ສນ້ຳຕາ ແລະ ລະເບີດແສງ

ເຂົ້າໃສ່ຜູ້ປະທ້ວງ ໂດຍມີຜູ້ປະທ້ວງຖືກຈັບກຸມ 61 ຄົນ.

 

ນອກຈາກນີ້ ຍັງມີການປະທ້ວງເກີດຂຶ້ນອີກໃນຫລາຍພື້ນທີ່ເຊັ່ນ: ນະຄອນນິວຢອກ, ເມືອງຊິຄາໂກ, ນະຄອນລອດ

ແອງເຈີລິສ, ເມືອງໂອ໊ກແລນ, ລັດກາລິຟໍເນຍ ແລະ ນະຄອນຫລວງວໍຊິງຕັນ ດີຊີ ຈາກເຫດການຄວາມເຄັ່ງຕຶງດ້ານ

ການແບ່ງແຍກສີຜິວທີ່ເກີດຂຶ້ນມາດົນນານ ຢູ່ອາເມຣິກາ.

 

ທັງນີ້ ເຈົາໜ້າທີ່ລັດຖະບານຫລາຍຄົນ ນັບຕັ້ງແຕ່ທ່ານ ເຈ ນິກສັນ ຜູ້ວ່າການລັດມິດຊູຣີ ໄປຈົນເຖິງປະທານາທິບໍດີ

ບາຣັກ ໂອບາມາ ໄດ້ອອກມາຮຽກຮ້ອງໃຫ້ຜູ້ຊຸມນຸມເຄົາລົບຄຳຕັດສິນຂອງຄະນະລູກຂຸນ ໂດຍເຖິງຢ່າງໃດກໍຕາມຜູ້

ຊຸມນຸມວາງແຜນທີ່ຈະອອກມາປະທ້ວງອີກເທື່ອໜຶ່ງ ໃນສະຖານທີ່ເຊິ່ງຄະນະລູກຂຸນໄດ້ພິຈາລະນາຄຳຕັດສິນ.

 

NjpUs24nCQKx5e1DGn3bvq7AETuUcGP2mrNaIKl9pvR

NjpUs24nCQKx5e1DGn3bvq7AETuUcGRR82b6WkZ6jlU

NjpUs24nCQKx5e1DGn3bvq7AETuUcGIEZV0Geu0vTs7

NjpUs24nCQKx5e1DGn3bvq7AETuUcGIVmy9qb0DE7nQ

NjpUs24nCQKx5e1DGn3bvq7AETuUcGKusc8hvBBzzrC

NjpUs24nCQKx5e1DGn3bvq7AETuUcGPPyQLyn45l0WU

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...