Homeຂ່າວພາຍ​ໃນປກສ ນວ ສຸມໃສ່ 3 ວຽກງານເພື່ອໃຫ້ນະຄອນຫຼວງວຽງຈັນກາຍເປັນນະຄອນແຫ່ງຄວາມສະຫງົບ

ປກສ ນວ ສຸມໃສ່ 3 ວຽກງານເພື່ອໃຫ້ນະຄອນຫຼວງວຽງຈັນກາຍເປັນນະຄອນແຫ່ງຄວາມສະຫງົບ

Published on

ກອງປະຊຸມຄົບຄະນະບໍລິຫານງານພັກກອງບັນຊາການ ປກສ ນວ ທີ່ຈັດຂຶ້ນເປັນເວລາ 2 ວັນ (ວັນທີ 15-16 ກຸມພາ 2023), ໂດຍການເຂົ້າຮ່ວມ ຂອງສະຫາຍ ປອ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນວ ໄດ້ໂອ້ລົມໂດຍໄດ້ໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະບັນຊາ ປກສ ນະຄອນຫຼວງວຽງຈັນ ສຸມໃສ່ 3 ວຽກງານ ເພື່ອຮັບປະກັນໃຫ້ນະຄອນຫຼວງວຽງຈັນ ກາຍເປັນນະຄອນແຫ່ງຄວາມສະຫງົບ ໂດຍໃນ 3 ວຽກງານດັ່ງກ່າວແມ່ນມີ:

  1. ຄະນະພັກ-ຄະນະບັນຊາ ຕ້ອງສະດຸ້ງໄວຕໍ່ສະພາບການທີ່ເກີດຂຶ້ນ, ກຳລັງເກີດຂຶ້ນ ຫຼື ຈະເກີດຂຶ້ນ ຕ້ອງຄາດກະຕີລາຄາ, ວິເຄາະບັນຫາຮອບດ້ານ, ຢ່າງພາວະວິໄສ ແລ້ວກຳນົດວິທີການແກ້ໄຂໃຫ້ທ່ວງທັນກັບສະພາບການ.
  2. ລີກລ່ຽງແນວຄວາມຄິດຈຸ້ມເຈື້ອເຊື້ອສາຍ, ແນວຄວາມຄິດທ່ອງຖິ່ນ, ຕ້ອງເດັດດ່ຽວ, ເດັດຂາດຈິງໃຈແກ້ໄຂຂໍ້ບົກຜ່ອງພາຍໃນກຳລັງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຢ່າງເປັນເຈົ້າການ ຖ້າຫາກພົບເຫັນນາຍ ແລະ ພົນຕຳຫຼວດພາຍໃຕ້ການບັງຄັບບັນຊາຂອງຕົນກະທຳຜິດວິໄນ ຕ້ອງແກ້ໄຂຢ່າງຮີບດ່ວນບໍ່ໃຫ້ບັນຫາແຜ່ລາມ ເຊິ່ງຈະກໍ່ໃຫ້ເກີດຜົນເສຍຫາຍຢ່າງໃຫ່ຍຫຼວງຕໍ່ການນຳພາຂອງອົງຄະນະພັກກອງບັນຊາການ ປກສ ນວ.
  3. ຕ້ອງສ້າງນິຕິກຳປົກປ້ອງເຈົ້າໜ້າທີ່ໃນເວລາອອກປະຕິບັດໜ້າທີ່, ຕ້ອງເພີ່ມທະວີຮັກສາຄວາມລັບທາງດ້ານວິຊາສະເພາະໃຫ້ຮັດກຸມຫຼາຍຂຶ້ນກວ່າເກົ່າ ແລະ ການແບ່ງຄວາມຮັບຜິດຊອບຕະຫຼອດຮອດການປະບັດໜ້າທີ່ຂອງຄະນະພັກ-ຄະນະບັນຊາພາຍໃນອົງຄະນະພັກກອງບັນຊາການ ປກສ ນວ ຕ້ອງໃຫ້ລະອຽດ, ຊັດເຈນ ຈະແຈ້ງ ການປະຕິບັດໜ້າທີ່ຂອງນາຍ ແລະພົນຕຳຫຼວດ ປກສ ນວ ຕ້ອງຢູ່ບົນພື້ນຖານຄວາມຖືກຕ້ອງ, ຊັດເຈນ, ໂປ່ງໃສ, ທ່ຽງທຳ, ຄົບຖ້ວນ, ຖີ່ຖ້ວນ ແລະຖືກຕ້ອງຕາມລະບຽບກົດໝາຍ ຮັບປະກັນໃຫ້ນະຄອນຫຼວງວຽງຈັນ ກາຍເປັນນະຄອນແຫ່ງຄວາມສະຫງົບ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍຫຼາຍຂຶ້ນກວ່າເກົ່າ.

ໃນໂອກາດ ສະຫາຍ ພົຈວ ປອ ບົວພັນ ຟອງມະນີ ຄະນະປະຈຳພັກ ນວ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ນວ ໃຫ້ຮູ້ວ່າ: ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນເປັນເອກະພາບຮັບຮອງເອົາຮ່າງບົດສະຫຼຸບການຊີ້ນຳ-ນຳພາວຽກງານຮອບດ້ານຂອງຄະນະບໍລິຫານງານພັກ, ບົດສະຫຼຸບການປະເມີນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນະພັກ ນວ ເຂົ້າສູ່ກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກກອງບັນຊາການ ປກສ ນວ ແລະ ບົດສຳຫຼວດການນຳພາລວມຂອງອົງຄະນະພັກໄລຍະກາງສະໄໝ; ໃນນີ້ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຂ້າງ, ສາເຫດ, ບົດຮຽນໃນການຊີ້ນຳ-ນຳພາ ແລະ ການຈັດຕັ້ງມະຕິກອງປະຊຸມໃຫ່ຍ ໄລຍະກາງສະໄໝຄັ້ງທີ V ຂອງອົງຄະນະພັກ ປກສ ນວ, ໄດ້ດໍາເນີນຊີວິດການເມືອງ, ສຳຫຼວດກວດກາພາຍໃນຄະນະບໍລິຫານງານພັກ ຕຳນິສົ່ງຂ່າວ ເພື່ອກໍ່ສ້າງເຊິ່ງກັນແລະກັນດ້ວຍຄວາມຮັບຜິດຊອບສູງ.

ຂ່າວ: ປກສ ນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...