Homeຂ່າວອຸບັດຕິເຫດໄວລຸ້ນຫຼວງນ້ຳທາແຂ່ງລົດຈັກສວນເລນ ເກີດປະທະກັບລົດເກ໋ງທີ່ຂັບຂີ່ມາຖືກເລນ.

ໄວລຸ້ນຫຼວງນ້ຳທາແຂ່ງລົດຈັກສວນເລນ ເກີດປະທະກັບລົດເກ໋ງທີ່ຂັບຂີ່ມາຖືກເລນ.

Published on

ຈາກຜູ້ໃຊ້ເຟສບຸກ ຢູ່ຢີ້ ແຟນນ້ອງເຈນ ໄດ້ໂພສຄລິບວີດີໂອທີ່ບັນທຶກຈາກກ້ອງວົງຈອນປິດ ໄດ້ໂພສເຖິງຄລິບອຸບັດຕິເຫດ ຕອນຄ່ຳວັນທີ 17 ກຸມພາ 2023 ເວລາປະມານ 19:00 ນາທີ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ເປັນໄວລຸ້ນຂັບລົດຈັກ 3 ຄັນແຂ່ງກັນຜິດທິດທາງການສັນຈອນ (ສວນເລນ) ແລະ ໃນຂະນະດຽວກັນ ລົດເກັງຜູ້ໂຊກຮ້າຍໄດ້ຂັບມາທາງດັ່ງກ່າວ ຕຳປະສານກັບລົດຈັກຄັນໜຶ່ງເຮັດໃຫ້ຄົນຂັບລົດຈັກຟົ້ງສູງຫຼາຍແມັດກ່ອນຕົກກະທົບກັບພື້ນ ໃນໂພສຕົ້ນທາງບໍ່ໄດ້ລະບຸເຖິງອາການຜູ້ບາດເຈັບ ແຕ່ເບິ່ງຈາກເຫດການແລ້ວແມ່ນຮຸນແຮງ ແລະ ອາດເຖິງຊີວິດ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...