Homeຂ່າວພາຍ​ໃນການໄຟຟ້າຫວຽດນາມ ໄດ້ເຈລະຈາຊື້ໄຟຟ້າຈາກ ສປປ ລາວ ເພີ່ມ 3.000 MW

ການໄຟຟ້າຫວຽດນາມ ໄດ້ເຈລະຈາຊື້ໄຟຟ້າຈາກ ສປປ ລາວ ເພີ່ມ 3.000 MW

Published on

ອີງຕາມ Vietnam Net ໄດ້ລາຍງານວ່າ: ການໄຟຟ້າຫວຽດນາມ ໄດ້ສົ່ງລາຍງານຕໍ່ ກະຊວງອຸດສາຫະກຳ ແລະ ການຄ້າແຫ່ງ ສປປ ລາວ (MOIT) ກ່ຽວກັບການເຈລະຈາ ແລະ ຂໍ້ຕົກລົງການຮັບຊື້ສຳລັບການນຳເຂົ້າໄຟຟ້າຈາກ ລາວ.

ໃນວັນທີ 5 ຕຸລາ 2015 ລັດຖະບານລາວ ແລະ ຫວຽດນາມ ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຊື້ໄຟຟ້າຂັ້ນຕ່ຳ 3.000 MW ຈາກລາວພາຍໃນປີ 2025 ແລະ 5.000 MW ໃນປີ 2030.

ໃນປັດຈຸບັນ ນາຍົກຫວຽດນາມ ໄດ້ອະນຸມັດແຜນການນຳເຂົ້າໄຟຟ້າຈາກບາງໂຄງການແລ້ວ ລວມກຳລັງຜະລິດ ຈຳນວນ 2.689 MW.

ການໄຟຟ້າຫວຽດນາມ ໄດ້ຮັບຂໍ້ມະເໜີການຂາຍໄຟຟ້າຈາກນັກລົງທຶນ ໂດຍການໄຟຟ້າຫວຽດນາມ ແລະ ນັກລົງທຶນຈາກ 10 ໂຄງການ ລວມມີກຳລັງຜະລິດໄຟຟ້າລວມ 1.577 MW ໄດ້ບັນລຸຂໍ້ຕົກລົງໃນການເຊື່ອມຕໍ່.

ການໄຟຟ້າຫວຽດນາມ ໄດ້ລາຍງານຫາ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ເພື່ອວາງແຜນການນຳເຂົ້າໄຟຟ້າ ໂດຍທາງກະຊວງພິຈາລະນາແຜນ ແລະ ຂໍໃຫ້ນາຍົກລັດຖະມົນຕີອະນຸມັດໂຄງການເພີ່ມ ເຊິ່ງໂຄງການມີກຳລັງຜະລິດລວມ 705 MW.

ຢ່າງໃດກໍຕາມ ຜູ້ພັດທະນາໄຟຟ້າໃນລາວ ໄດ້ແຈ້ງໃຫ້ການໄຟຟ້າຫວຽດນາມໃຫ້ຮູ້ວ່າ ເຂື່ອນນ້ຳອູ 5 ແລະ ເຂື່ອນນ້ຳງື່ມ ຈະບໍ່ໄດ້ຂາຍໄຟຟ້າ ໃຫ້ແກ່ການໄຟຟ້າຫວຽດນາມ.

ແຫຼ່ງຂ່າວ Vientiane Times

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...