spot_img
Homeຄວາມງາມວິທີ​ບອກ​ລາ​ຮູຂຸມ​ຂົນ​ກວ້າງ.. ແບບ​ໄດ້​ຜົນ​ສຸດ ໆ

ວິທີ​ບອກ​ລາ​ຮູຂຸມ​ຂົນ​ກວ້າງ.. ແບບ​ໄດ້​ຜົນ​ສຸດ ໆ

Published on

27_20141105170417.

              ເປັນ​ເລື່ອງ​ທຳມະດາ​ຂອງ​ສາວ​ລາວທີ່​ຈະມີ​ຮູຂຸມ​ຂົນ​ກວ້າງ ເພາະລາວເຮົາອາກາດຮ້ອນ ​ ເຮັດໃຫ້​ເກີດ​ຄວາມ​ມັນ​ ສ້າງ​ຄວາມ​ຍາກ​ໃຫ້​ກັບການ​ແຕ່ງ​ໜ້າ​ຫລາຍ ອີກ​ທັງ​ຍັງ​ເກີດ​ການ​ອຸດ​ຕັນ​ເປັນ​ສາ​ເຫດ​ໃນ​ການ​ ເກີດສິວອີກດ້ວຍ
ວິທີ​ສຸດ​ເດັດ ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ບອກ​ລາ​ຮູ​ຂຸມ​ຂົນ​ກວ້າງ​ເທິງ​ໃບ​ໜ້າ​ໄປ​ໄດ້​ ໝັ່ນ​ເຮັດ​ເປັນ​ປະຈຳ​ຮັບຮອງ​ຊ່ວຍ​ໄດ້ ​ແລະ​ ເຫັນ​ຜົນ​

1. ລ້າງ​ໜ້າ​ດ້ວຍ​ນ້ຳ​ທຳມະດາທຸກມື້ ບໍ່ຮ້ອງ ແລະ ບໍ່ເຢັນເກີນໄປ
      ແຕ່​ບໍ່​ຄວນ​ລ້າງ​ໜ້າ​ເລື້ອຍ​ຈົນ​ເກີນ​ໄປ ກາງ​ລ້າງ​ຫນ້າທີ່​ເໝາະ​ສົມຄວນ​ເຮັດ​ພຽງ 2 ເທື່ອ​ເທົ່າ​ນັ້ນ ຕອນ​ເຊົ້າ​ຕື່ນ​ນອນ ແລະ​ ຕອນ​ກາງ​ຄືນ​ໃນ​ຊ່ວງ​ເວລາ​ຊຳ​ລະ​ລ້າງ​ຮ່າງກາຍ ການ​ລ້າງ​ໜ້າ​ນັ້ນ​ຈະ​ຊ່ວຍ​ລ້າງ​ຄາບ​ສິ່ງ​ສົກກະປົກ​ທີ່​ອຸດ​ຕັນ​ຢູ່ໃນ​ຮູ​ຂຸມ​ຂົນ​ອອກ​ໄປ ຊຶ່ງ​ເປັນ​ການ​ຊ່ວຍ​ກະ​ຊັບ​ລູ​ຂຸມ​ຂົນ​ຂອງ​ເຈົ້າ​ໃຫ້​ນ້ອຍ​ລົງ​ໄດ້
2. ປະ​ຄົບ​ກ້ອນ​ນ້ຳ​ກ້ອນ​ເທິງ​ໃບ​ໜ້າ ໂດຍ​ການ​ນຳ​ກ້ອນ​ນ້ຳ​ກ້ອນຖູ​ເບົາໆ ໄປ​ຕາມ​ບໍລິເວນ​ທີ່​ຮູຂຸມ​ຂົນ​ກວ້າງ ປະ​ມານ 15-30 ວິ​ນາ​ທີ ຈະ​ຊ່ວຍ​ເຮັດໃຫ້​ຮູ​ຂຸມ​ຂົນ​ກະ​ຊັບ​ແລ້ວ​ນ້ອຍ​ລົງ ອີກ​ທັງ​ຍັງ​ເອີ້ນ​ຄວາມ​ຊຸ່ມ​ຊື້ນ​ໃຫ້​ກັບ​ຜິວ​ໜ້າ​ໄດ້​ອີກ​ດ້ວຍ ເຮັດ​ປະຈຳ​ທຸກ​ເຊົ້າ​ໄດ້​ຍິ່ງ​ດີ​
3. ເບກ​ກິ້ງ​ໂຊດາ ເມກ​ອັບ​ມື​ອາ​ຊີບ​ເຄີຍ​ບອກ​ໄວ້​ວ່າ ເບກ​ກິ້ງ​ໂຊ​ດາ​ຊ່ວຍ​ໃນ​ການ​ກະ​ຊັບ​ຮູ​ຂຸມ​ຂົນ​ເທິງ​ໃບ​ໜ້າ​ໄດ້ ພ້ອມ​ຍັງ​ຕໍ່​ຕ້ານ​ການ​ເກີດ​ສິວ​ສຳລັບ​ສູດ​ການ​ໃຊ້​ເບກ​ກິ້ງ​ໂຊ​ດາ​ນັ້ນ​ບໍ່​ຍາກ ຄື ປະສົມ​ເບກ​ກິ້ງ​ໂຊ​ດາ​ປະ​ມານ 2 ບ່ວງກະແຟ ກັບ​ນ້ຳ​ອຸ່ນ​ປະ​ມານ 2 ກະແຟ ຈາກ​ນັ້ນ​ນຳ​ສ່ວນ​ປະສົມ​ທີ່​ໄດ້​ທາ​ລົງ​ເທິງ​ຜິວ​ທີ່​ມີ​ບັນຫາ​ຮູຂຸມ​ຂົນ​ກວ້າງ ແລ້ວ​ນວດ​ໃຫ້ເປັນ​ວົນ​ກົມ​ຢ່າງ​ເບົາໆ ປະ​ມານ 30 ວິ​ນາ​ທີ ແລ້ວ​ລູບອອກ​ດ້ວຍ​ນ້ຳ​ເຢັນ ເຮັດ​ເປັນ​ປະຈຳ​ທຸກ​ຄືນ ປະ​ມານ 5-7 ມື້ ຕໍ່​ອາທິດ​ຫລັງ​ຈາກ​ນັ້ນ ຈຶ່ງ​ຄ່ອຍ​ໆ ລຸດ​ປະລິມານ​ລົງ​ໃຫ້​ເຫລືອ​ພຽງ 3-5 ເທື່ອ​ຕໍ່​ອາທິດ ແຕ່​ຂໍ​ເຕືອນ​ ສຳລັບ​ຄົົນທີ່​ມີ​ຜິວ​ທີ່​ບອບ​ບາງ ຄວນ​ໃຊ້​ເບກ​ກິ້ງ​ໂຊ​ດາ​ຢ່າງ​ລະ​ມັດ​ລະ​ວັງ ເພາະ​ອາດ​ເຮັດໃຫ້​ເກີດ​ຄວາມ​ລະ​ຄາຍ​ເຄືອງ​ຕໍ່​ຜິວ​ໄດ້
4. ຜ້າ​ຂົນ​ໜູ​ແຊ່​ນ້ຳ​ຫມາກໄມ້​ລົດ​ສົ້ມ ນຳ​ຜ້າ​ຂົນ​ໜູ​ຜືນ​ນ້ອຍ​ໆ ທີ່​ໃຊ້​ເຊັດ​ໜ້າ ແຊ່​ໃນ​ນ້ຳ​ໝາກ​ນາວ ແລະ​ ນ້ຳ​ໝາກນັດ ຫລື ​ນຳ​ນ້ຳ​ຫມາກໄມ້​ທັງ​ສອງ​ຊະນິດ​ບີບ​ລົງ​ຜ້າ​ທີ່​ກຽມ​ໄວ້ ໃຫ້​ພໍ​ຊຸ່ມໆ ຈາກ​ນັ້ນ​ໃຫ້​ນຳ​ຜ້າ​ຂົນ​ໜູ ວາງ​​ລົງ​ໄປ​ເທິງ​ໃບ​ໜ້າ ປະ​ເອົາ​ໄວ້​ປະ​ມານ 1 ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸນຫະພູມ​ຫ້ອງ ຊຶ່ງ​ມີ​ນ້ຳ​ໝາກນາວ ແລະ ​ນ້ຳ​ໝາກນັດ ຊ່ວຍ​ກະ​ຊັບ​ໃຫ້​ຜິວ​ເຕັ່ງ​ຕຶງ ແລະ ​ຊ່ວຍ​ເຮັດໃຫ້​ຮູ​ຂຸມ​ຂົນ​ຫົດ​ຕົວ​ນ້ອຍ​ລົງ

5. ມາສ໌​​ໜ້າຕົວ​ດ້ວຍ​ໂຍ​ເ​ກິລ ໂຍ​ເກິລ໌​ລົດ​ທຳມະຊາດ​ຈະ​ມີ​ກົດ​ແລກ​ຕິກ​ ແລະ ​ໂປ​ໄບ​ໂອ​ຕິກ ຊຶ່ງ​ມີ​ຄຸ​ນສົມບັດໃນ​ການ​ຕໍ່​ຕ້ານ​ເຊື້ອ​ແບກ​ທີ​ເລຍ​ທີ່​ເຮັດໃຫ້​ເກີດ​ສິວ​ຂຶ້ນ​ເທິງ​ໃບ​ໜ້າ ແລະ​ ຍັງ​ຊ່ວຍ​ລຸດ​ການ​ຂະຫຍາຍ​ຂະໜາດ​ຂອງ​ຮູຂຸມ​ຂົນ ຊຶ່ງ​ວິທີ​ການ​ກະ​ຊັບ​ຮູ​ຂຸມ​ຂົນ​ດ້ວຍ​ໂຍ​ເກິລ໌​ ກໍ​ແສນ​ຈະ​ງ່າຍ​ດາຍ ພຽງ​ແຕ່ນຳ​ໂຍ​ເ​ກິລ໌ ​ລົດ​ທຳມະຊາດ ບໍ່​ຕ້ອງ​ປະສົມ​ກັບ​ຫຍັງ​ທັງ​ນັ້ນ ທາ​ບາງໆ ໃຫ້​ທົ່ວ​ໃບ​ໜ້າ ປະ​ເອົາ​ໄວ້​ປະ​ມານ 5-10 ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ສະ​ອາດ ພຽງ​ອາທິດ​ລະ​ເທື່ອ​ເທົ່າ​ນັ້ນ​ກໍ​ສາມາດ​ງາມ​ໄດ້​ແລ້ວ

 

 

ບົດຄວາມຫຼ້າສຸດ

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ,...

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...