Homeຂ່າວພາຍ​ໃນລາວຕັ້ງເປົ້າ 2 ຫຼຽນຄໍາໃນກິລາມວຍຊີເກມທີ່ກໍາປູເຈຍ

ລາວຕັ້ງເປົ້າ 2 ຫຼຽນຄໍາໃນກິລາມວຍຊີເກມທີ່ກໍາປູເຈຍ

Published on

ເຈົ້າພາບ ກໍາປູເຈຍ ຈະໃສ່ຊື່ກິລາ ກຸນ ຂະແມ (KUN KHMER) ແທນຊື່ຂອງກີລາມວຍ ໃນຊີເກມ ຄັ້ງທີ 32 ທີ່ກໍາປູເຈຍ ເປັນເຈົ້າພາບໃນ ເດືອນພຶດສະພາ 2023 ໂດຍ ສະຫະພັນກຸນ ຂະແມ ນາໆຊາດ (KUN KHMER International Federation) ຢືນຢັນມີ 6 ຊາດເຂົ້າຮ່ວມຊີງໄຊ. ຂະນະທີ່ ສປປ ລາວ ຖະແຫຼງການພ້ອມສົ່ງເຂົ້າຮ່ວມແຂງ່ຂັນ ແລະ ຕັ້ງເປົ້າຢ່າງໜ້ອຍ 2 ຫຼຽນຄໍາ.

ເມື່ອວັນທີ 14 ກຸມພາ 2023 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ມີພິທີຖະແຫຼງຂ່າວເຖິງຂໍ້ຂ້ອງໃຈ ແລະ ການກຽມພ້ອມຂອງ ທັບນັກກີລາມວຍລາວ (ກຸນ ຂະແມ) ທີ່ກຽມເຂົ້າຮ່ວມໃນງານມະຫາກໍາກິລາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວແຫ່ງຊາດ ທັງເປັນປະທານສະຫະພັນມວຍໂລກ ແລະ ຄະນະປະທານຈັດການແຂ່ງຂັນກິລາ ກຸນ ຂະແມ, ທ່ານ ມໍລະກົດ ສຸວັນນະສັງໂສ ກໍາມະການຕັດສິນ ກຸນ ຂະແມ ແລະ ທ່ານ ຂັນທະລີ ໂພທິສານ ຄູຝຶກ ພ້ອມດ້ວຍຄະນະ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ສາຍສະໝອນ ກ່າວວ່າ: ຄວາມເປັນມາຂອງ ກຸນ ຂະແມ ກໍໃນຂົງເຂດອາຊຽນ ຫຼື ຊີເກມ ແມ່ນການຫຼິ້ນກີລາເນັ້ນໜັກແມ່ນກີລາພື້ນບ້ານ ກໍຄືໃນປະເທດເຈົ້າພາບສາມາດນໍາເອົາກີລາພື້ນບ້ານມານໍາສະເໜີ ຖ້າມີສະມາຊິກເຫັນດີ 4 ຊາດຂຶ້ນໄປແມ່ນສາມາດຈັດການແຂ່ງຂັນໄດ້ ເຊິ່ງອີງຕາມກົດຂອງໂອແລມປິກ ແມ່ນເອີ້ນຊື່ເປັນກີລາ ມວຍ. ດັ່ງນັ້ນໃນໄລຍະທີ່ຜ່ານມາ ທີ່ໄທ ເປັນເຈົ້າພາບຊີເກມ ຂໍໃສ່ຊື່ວ່າ ມວຍໄທ ແລະ ຕໍ່ມາລາວ ເປັນເຈົ້າພາບ ກໍຂໍໃສ່ຊື່ວ່າ ມວຍລາວ ຈົນເຖິງປັດຈຸບັນນີ້ ກໍາປູເຈຍ ກໍຂໍໃສ່ຊື່ວ່າ ກຸນ ຂະແມ (ກຸນ ແມ່ນມວຍ) ແຕ່ກັບຖືກສື່ປະເທດເພື່ອນໄປບໍ່ເຂົ້າໃຈ ຈິ່ງມີກະແສຮ້ອນແຮງ ເບິ່ງລາຍລະອຽດເບິ່ງຄລິບລຸ່ມນີ້:

ປະທານສະຫະພັນມວຍລາວແຫ່ງຊາດ ກ່າວອີກວ່າ: ຢ່າງໃດກໍຕາມ, ປັດຈຸບັນ ສະຫະພັນກຸນ ຂະແມ ນາໆຊາດ (KUN KHMER International Federation) ມີສະມາຊິກແລ້ວ 45 ປະເທດ, ສ່ວນໃນຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ແມ່ນຈະໃສ່ຊື່ ກຸນ ຂະແມ ໂດຍມີ 6 ຊາດຢືນຢັນເຂົ້າຮ່ວມແຂ່ງຂັນ ແລະ ຍັງລໍຖ້າຊາດທີ 7 ຄື: ກໍາປູເຈຍ (ເຈົ້າພາບ), ສປປ ລາວ, ອິນໂດເນເຊຍ, ມຽນມາ, ຟິລິບປິນ ແລະ ຫວຽດນາມ, ເຊິ່ງມີການຊິງໄຊ 19 ລາຍການ ແລະ ໃນເບື້ອງຕົ້ນ ສປປ ລາວ ກໍານົດສົ່ງ 6 ຮຸ່ນ (ຊາຍ 4 ແລະ ຍິງ 2 ຮຸ່ນ) ພ້ອມຕັ້ງເປົ້າຍາດໃຫ້ໄດ້ຢ່າງໜ້ອຍ 2 ຫຼຽນຄໍາ.

ຂ່າວຈາກ Larh Creators

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...