Homeຂ່າວອຸບັດຕິເຫດອຸບັດຕິເຫດລົດໃຫຍ່ເສຍຫຼັກປີ້ນລົງຂ້າງທາງ.

ອຸບັດຕິເຫດລົດໃຫຍ່ເສຍຫຼັກປີ້ນລົງຂ້າງທາງ.

Published on

ໃນວັນທີ 14 ກຸມພາ 2023 ຜ່ານມາ, ໃນເວລາ 21:45ນາທີ ໜ່ວຍງານກູ້ໄພສຸກເສິນອົງການກາແດງແຂວງອຸດົມໄຊ ໄດ້ຮັບແຈ້ງເຫດຈາກປະຊາຊົນ ໂດຍຜ່ານເບີ 081 1625 ວ່າມີອຸບັດຕິເຫດລົດໃຫຍ່ເສຍຫຼັກປີ້ນ, ຈຸດເກີດເຫດແມ່ນ ເສັ້ນທາງເຂົ້າບ້ານຍ້າວໃຫຍ່ ເມືອງໄຊ ແຂວງອຸດົມໄຊ.

ຕາມການລາຍງານຂອງເຈົ້າໜ້າທີ່ພົບເຫັນຜູ້ເສຍຊີວິດ 1 ຄົນ, ເພດຊາຍ ອາຍຸ 55ປີ, ບ້ານ ບໍ່ ເມືອງໄຊ ແຂວງອຸດົມໄຊ, ອາການເບື້ອງຕົ້ນ: ບໍ່ມີບາດແຜຕາມຮ່າງກາຍ(ເສຍຊີວິດຄາທີ່) ຈາກນັ້ນທາງເຈົ້າໜ້າທີ່ໜ່ວຍງານກູ້ໄພຈຶ່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໃຫ້ຍາດພີ່ນ້ອງເຮັດພິທີທາງສາສະຫນາ.

ຂໍສະແດງຄວາມເສຍໃຈກັບຄອບຄົວ ແລະ ຍາດພີ່ນ້ອງກັບການສູນເສຍໃນເຫດການຄັ້ງນີ້ດ້ວຍ.

ທີ່ມາ: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...