Homeຂ່າວພາຍ​ໃນເຊກອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 230 ຕື້ກວ່າກີບໃນປີ 2023

ເຊກອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 230 ຕື້ກວ່າກີບໃນປີ 2023

Published on

ຕາມການລາຍງານຈາກ ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ ໃຫ້ຮູ້ວ່າ: ໃນປີ 2023 ນີ້ ແຂວງເຊກອງ ຈະສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ທັງໝົດ 234,53 ຕື້ກີບ. ໃນນີ້ ລາຍຮັບພູດສູນກາງປະຕິບັດຢູ່ທ້ອງຖິ່ນ 10 ຕື້ກີບ ແລະ ລາຍຮັບຂອງແຂວງ 224,52 ຕື້ກີບ ໂດຍມີລາຍຮັບຈາກພາສີ-ສ່ວຍສາອາກອນ 194,64 ຕື້ກີບ, ລາຍຮັບຈາກຊັບສິນແຫ່ງລັດ 29,88 ຕື້ກີບ ແລະ ເອົາໃຈໃສ່ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 305,03 ຕື້ກີບ ທຽບໃສ່ປີ 2022 ຫລຸດລົງ 20%.

ພ້ອມນີ້, ຈະສຸມໃສ່ຫັນເອົາຫົວໜ່ວຍທຸລະກິດທີ່ມີລາຍຮັບເກີນ 400 ລ້ານ ເຂົ້າໃນລະບົບອາກອນມູນຄ່າເພີ່ມ; ຄຸ້ມຄອງຖານລາຍຮັບທີ່ມີຢູ່ແລ້ວ ມອບເຂົ້າງົບປະມານໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ເກັບກໍາຂໍ້ມູນ ແລະ ຂຸດຄົ້ນແຫລ່ງລາຍຮັບທີ່ຍັງບົ່ມຊ້ອນ; ເອົາບັນດາຫົວໜ່ວຍທຸລະກິດທີ່ໄດ້ຂຶ້ນທະບຽນທັງໝົດເຂົ້າໃນລະບົບແທັກລິດໃຫ້ສໍາເລັດ 100%; ຂະຫຍາຍຖານອາກອນມູນຄ່າເພີ່ມໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ; ຈັດເກັບລາຍຮັບຄ່າທໍານຽມນໍາໃຊ້ພາຫະນະ ແລະ ຄ່າທໍານຽມພາສີທີ່ດິນໃຫ້ຄົບຖ້ວນ; ແກ້ໄຂໜີ້ຄ້າງມອບອາກອນໃນລະບົບ TaxRIS; ກວດກາບັນດາວິສາຫະກິດທີ່ມີການແຈ້ງບໍ່ປົກກະຕິ ເຊັ່ນ: ແຈ້ງສູນ, ບໍ່ມາແຈ້ງ ຫລື ແຈ້ງຫລຸດ ເພື່ອນໍາໃຊ້ມາດຕະການຢ່າງ ເໝາະສົມຕໍ່ວິສາຫະກິດດັ່ງກ່າວ; ຕິດຕາມ, ສັງລວມຖານຂໍ້ມູນ ແລະ ການຈັດເກັບພັນທະຕ່າງໆໃຫ້ໄດ້ຢ່າງຄົບຖ້ວນ ຈາກບັນດາໂຄງການແຮ່ທາດ ແລະ ໄຟຟ້າ; ຄຸ້ມຄອງສາງສິນຄ້າ, ຕິດຕາມກວດກາການເຄື່ອນຍ້າຍນໍ້າມັນເຊື້ອໄຟ ແລະ ສິນຄ້າເຄື່ອງຂອງຕ່າງໆ; ໂຄສະນາເຜີຍແຜ່ ແລະ ການຊຸກຍູ້ໃຫ້ຜູ້ເສຍອາກອນໃຫ້ແຈ້ງມອບດ້ວຍຕົນເອງ ໃຫ້ເພີ່ມຂຶ້ນຂອງຫົວໜ່ວຍທັງໝົດທີ່ຢູ່ໃນລະບົບ TaxRIS; ອໍານວຍຄວາມສະດວກໃນການສົ່ງອອກການຂຸດຄົ້ນບໍ່ຖ່ານຫີນ ທີ່ໄດ້ຂຸດຄົ້ນແລ້ວ ໃຫ້ໄດ້ສົ່ງອອກ ແລະ ມອບລາຍຮັບເຂົ້າງົບປະມານ; ຈັດເກັບຈາກຖານລາຍຮັບໃໝ່ຈາກການນໍາເຂົ້ານໍ້າມັນເຊື້ອໄຟຜ່ານດ່ານສາກົນດາກຕະອອກ; ຊຸກຍູ້ຫົວໜ່ວຍທຸລະກິດທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດ ເພື່ອໃຫ້ສາມາດດໍາເນີນກິດຈະການ ແລະ ມອບພັນທະຕາມສັນຍາທີ່ໄດ້ຕົກລົງກັນ.

ທ່ານ ຄໍາຮູ້ ອ່ອນມະນີ ຍັງໃຫ້ຮູ້ອີກວ່າ: ໃນປີ 2022 ຜ່ານມາ ແຂວງເຊກອງ ຈັດເກັບລາຍຮັບເຂົ້າງົບປະມານ (ພູດຂອງແຂວງ) ໄດ້ 149,48 ຕື້ກີບ ທຽບໃສ່ແຜນດັດແກ້ປະຕິບັດໄດ້ 130,34% ໃນນີ້, ມີລາຍຮັບພາສີ-ສ່ວຍສາອາກອນ 123,25 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 123,17% ທຽບໃສ່ປີ 2021 ເພີ່ມຂຶ້ນ 47%; ລາຍຮັບຊັບສິນແຫ່ງລັດ 26,23 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 130,34% ທຽບໃສ່ປີ 2021 ເພີ່ມຂຶ້ນ 76% ແລະ ປະຕິບັດລາຍຈ່າຍ 382,44 ຕື້ກີບ ເທົ່າກັບ 99,13% ຂອງແຜນການປີ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...