spot_img
Homeຂ່າວພາຍ​ໃນກົມກົງສຸນຊີ້ແຈງກ່ຽວກັບປະກົດການ ນາຍໜ້າແລ່ນເຮັດໜັງສືຜ່ານແດນ

ກົມກົງສຸນຊີ້ແຈງກ່ຽວກັບປະກົດການ ນາຍໜ້າແລ່ນເຮັດໜັງສືຜ່ານແດນ

Published on

ວັນທີ 13 ກຸມພາ 2023 ທ່ານ ອຳໄພວັນ ຈັນທະວົງ ຫົວຫນ້າພະແນກ, ກົມກົງສຸນ ກະຊວງການຕ່າງປະເທດ ໄດ້ຖະແຫຼງຂ່າວ ເພື່ອຊີ້ແຈງ, ອະທິບາຍເຖິງສະພາບການຕົວຈິງ ໃນການອອກໜັງສືຜານແດນ ໃຫ້ພົນລະເມືອງລາວ ໃນປັດຈຸບັນ, ລວມທັງປະກົດການຫຍໍ້ທໍ້ຕ່າງໆ ທີ່ອອກຢູ່ຕາມສື່ອອນລາຍ ໃນວັນທີ 10 ແລະ 12 ກຸມພາ 2023 ກ່ຽວກັບປະກົດການນາຍໜ້າແລ່ນ ເຮັດໜັງສືຜ່ານແດນ.

ຕໍ່ກັບຂ່າວທີ່ສື່ສັງຄົມອອນລາຍ ອອກຂ່າວດັ່ງກ່າວນັ້ນ, ກົມກົງສຸນ ຂໍຢືນຢັນວ່າ ຂໍ້ມູນຕາມຂ່າວດັ່ງກ່າວ ແມ່ນຂັດກັບນະໂຍບາຍ ແລະ ລະບຽບຫຼັກການຂອງກົມກົງສຸນ ໃນການດຳເນີນການອອກໜັງສືຜ່ານແດນໃຫ້ແກ່ປະຊາຊົນ. ເຖິງຢ່າງໃດກໍຕາມ, ພວກເຮົາໃຫ້ຄວາມສຳຄັນຕໍ່ກັບຂໍ້ມູນດັ່ງກ່າວ ແລະ ຈະມີການກວດກາຢ່າງລະອຽດຮອບດ້ານ, ຖ້າພົບເຫັນວ່າ ພະນັກງານກົມກົງສຸນ ມີສ່ວນພົວພັນກັບ ນາຍໜ້າໃນການຮຽກເກັບເງິນນຳ ປະຊາຊົນທີ່ເຂົ້າມາໃຊ້ບໍລິການຂໍນຳໃຊ້ໜັງສືຜ່ານແດນ ເກີນອັດຕາທີ່ລັດຖະບານກຳນົດ ແມ່ນຈະດຳເນີນມາດຕະການ ຢ່າງເດັດຂາດ ແລະ ປະຕິບັດວິໄນຕໍ່ພະນັກງານຜູ້ທີ່ກະທຳຜິດຕາມລະບຽບກົດໝາຍ. ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງ ມາຍັງພໍ່ແມ່ປະຊາຊົນຫາກພົບເຫັນການເຄື່ອນໄຫວ ຫຼື ມີຂໍ້ມູນທີ່ພົວພັນກັບການກະທຳທີ່ຜິດລະບຽບກົດໝາຍ ຄືດັ່ງທີ່ສື່ຕ່າງໆໄດ້ເຜີຍແຜ່ອອກໄປນັ້ນ ຂໍໃຫ້ສະໜອງຂໍ້ມູນລະອຽດໃຫ້ແກ່ກົມກົງສຸນກະຊວງການຕ່າງປະເທດດ້ວຍ ເພື່ອຈະໄດ້ດຳເນີນມາດຕະການປ້ອງກັນ ແລະ ແກ້ໄຂຕາມລະບຽບກົດໝາຍໂດຍດ່ວນ.

ທ່ານ ອຳໄພວັນ ຈັນທະວົງ ໄດ້ໃຫ້ຮູ້ວ່າ: ມາເຖິງປັດຈຸບັນ ຄວາມຕ້ອງການຂໍນຳໃຊ້ໜັງສືຜ່ານແດນຂອງປະຊາຊົນລາວເຮົາ ຍັງສືບຕໍ່ມີຈໍານວນຫຼວງຫຼາຍ ຊຶ່ງມີປະລິມານເກີນຂີດຄວາມສາມາດໃນການຮອງຮັບຕົວຈິງ ຂອງ ລະບົບການອອກໜັງສືຜ່ານແດນຂອງກົມກົງສຸນ ທີ່ມີຢູ່ໃນປະຈຸບັນ. ສະນັ້ນ, ຈຶ່ງເຮັດໃຫ້ການອອກໜັງສືຜ່ານແດນ ຕ້ອງໄດ້ໃຊ້ເວລາດົນ, ບໍ່ຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງບັນດາທ່ານ, ການສຳພາດເກັບກຳຂໍ້ມູນ ກໍບໍ່ສາມາດເຮັດໄດ້ກັບມື້ ຈຶ່ງໄດ້ເລື່ອນມື້ນັດເຂົ້າມາສຳພາດອອກໄປ ຊຶ່ງປັດຈຸບັນ ການນັດເຂົ້າມາສຳພາດແມ່ນ ຮອດວັນທີ 28 ກຸມພາ 2023 ແລ້ວ. ໃນສະພາບປົກກະຕິ ຢູ່ກົມກົງສຸນ ສາມາດພິຈາລະນາຮັບໄດ້ 300 ຄົນ/ມື້, ແຕ່ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ ປັດຈຸບັນ ຢູ່ກົມກົງສຸນ ກໍໄດ້ລະດົມພະນັກງານ ສືບຕໍ່ປະຕິ ບັດໜ້າທີ່ເກີນໂມງລັດຖະການ ແຕ່ລະມື້ຮອດ 18:00 ໂມງ ແລະ ຮັບສຳພາດເກັບກຳຂໍ້ມູນ ໃຫ້ໄດ້ຫລາຍກວ່າ 500 ຄົນ/ມື້ (ຖ້າລວມ 6 ສູນຮັບຄຳຮ້ອງທົ່ວປະເທດ ຈະມີ 1.700-1.800 ຄົນ/ມື້). ເຖິງແມ່ນວ່າຈະຮັບສຳພາດໄດ້ເປັນ ຈຳນວນຫຼວງຫຼາຍ ແຕ່ການດຳເນີນການອອກໜັງສືຜ່ານແດນຂອງພວກເຮົາປົກກະຕິ ແມ່ນໄດ້ພຽງແຕ່ 800-900 ເຫລັ້ມຕໍ່ມື້. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ໜ່ວຍຈັດພິມໜັງສືຜ່ານແດນ ໄດ້ ເຮັດວຽກນອກໂມງຈົນຮອດ 21:00 ໂມງ ໃນແຕ່ລະມື້, ລວມທັງ ວັນເສົາ ແລະ ວັນອາທິດ. ແຕ່ກໍສາມາດແກ້ ໄຂໄດ້ພຽງແຕ່ 1.200-1.300 ເຫຼັ້ມຕໍ່ມື້ ເທົ່ານັ້ນ.

ນອກນີ້, ເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດໜັງສືຜ່ານແດນທີ່ມີຢູ່ຈຳນວນໜຶ່ງ ກໍເປ່ເພ, ປັດຈຸບັນ ກໍກຳລັງສ້ອມແປງ ແລະ ຕິດຕັ້ງໃໝ່ ເພື່ອໃຫ້ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ໃນການອອກໜັງສື ຜ່ານແດນໃຫ້ແກ່ປະຊາຊົນ. ສາເຫດທີ່ມີຈຳນວນຫຼາຍ ແມ່ນຍ້ອນແຮງງານທີ່ຕ້ອງການກັບໄປອອກແຮງງານຢູ່ຕ່າງປະເທດ ທີ່ກັບມາໃນໄລຍະການແພ່ລະບາດຂອງພະຍາດ ໂຄວິດ-19 ນັ້ນ ຍັງມີຈຳນວນຫຼາຍທີ່ມາຂໍເຮັດໜັງສືຜ່ານແດນໃນແຕ່ລະມື້, ຊຶ່ງຄາດວ່າຍັງຈະໃຊ້ເວລາອີກໄລຍະໜຶ່ງ ສະພາບການຂໍນຳໃຊ້ໜັງສືຜ່ານແດນຈຶ່ງຈະກັບສູ່ສະພາບປົກກະຕິ.

ໂອກາດນີ້, ທ່ານ ອຳໄພວັນ ຈັນທະວົງ ໄດ້ແຈ້ງໃຫ້ຊາບອີກວ່າ: ກົມກົງສຸນ ຈະເລີ່ມທົດລອງນຳໃຊ້ລະບົບຄິວຈອງມື້ນັດສຳພາດອອນລາຍ ໃນວັນຈັນ ທີ 20 ກຸມພາ 2023 ນີ້ເປັນຕົ້ນໄປ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...