Homeຂ່າວພາຍ​ໃນວັດວັງຄຳ ຢູ່ກາລະສິນ ປະເທດໄທ ສ້າງດ້ວຍແຮງບັນດານໃຈ ຈາກສຸດຍອດສີລະປະລ້ານຊ້າງ!

ວັດວັງຄຳ ຢູ່ກາລະສິນ ປະເທດໄທ ສ້າງດ້ວຍແຮງບັນດານໃຈ ຈາກສຸດຍອດສີລະປະລ້ານຊ້າງ!

Published on

wangkum-004

 

ວັດວັງຄຳ ຕັ້ງຢູ່ບ້ານນາວີ ຕາແສງສົງເປືອຍ ເມືອງເຂົາວົງ ແຂວງກາລະສິນ ຂອງປະເທດໄທ ເປັນວັດທີ່ສ້າງຂຶ້ນ

ໃນປີ ຄ.ສ 1996 ໂດຍຮູບຊົງຂອງອາຄານ ແລະ ບັນດາສະຖາປັດຕະຍະກຳຕ່າງໆນັ້ນ ແມ່ນໄດ້ຮັບແຮງບັນດານ

ໃຈມາຈາກສຸດຍອດສະຖາປັດຕະຍະກຳແບບລ້ານຊ້າງ ເຊິ່ງເປັນອານາຈັກທີ່ຈະເລີນຮຸ່ງເຮືອງ ກວາມເອົາອານາ

ເຂດສອງຟາກຝັ່ງແມ່ນ້ຳຂອງໃນເມື່ອກ່ອນ ໂດຍສະຖາປັດຕະຍະກຳທີ່ໂດດເດັ່ນນັ້ນ ແມ່ນສິມຂອງວັດທີ່ສ້າງ

ຂຶ້ນຕາມແບບສະບັບຂອງວັດຊຽງທອງ ເມືອງຫລວງພະບາງ ເຊິ່ງຖືໄດ້ວ່າເປັນສຸດຍອດແຫ່ງສະຖາປັດຕະຍະກຳ

ແບບລ້ານຊ້າງ ດ້ວຍຫລັງຄາມຸກ 3 ຊັ້ນ, ມີຍອດຊໍ່ຟ້າ 9 ຍອດ ຫລັງຄາແອ່ນໂຄ້ງຢ່າງສວຍສົດງົດງາມ.

 

wangkum-005

 

ນອກຈາກອາຄານສິມຂອງວັດແລ້ວ ທາງວັດຍັງໄດ້ສ້າງກົມມະລຽນອ້ອມຮອບອີກ ໂດຍມີປະຕູເຂົ້າ – ອອກທັງ

4 ທິດ, ສ່ວນດ້ານໃນຂອງສິມ ແມ່ນຍັງກໍ່ສ້າງບໍ່ທັນສຳເລັດສົມບູນເທື່ອ ຄາດວ່າຈະໃຊ້ເວລາອີກໄລຍະໜຶ່ງໃນ

ການຕົບແຕ່ງອີກຕື່ມ ແຕ່ສຳລັບການກໍ່ສ້າງ ແລະ ຕົບແຕ່ງພາຍນອກນັ້ນ ແມ່ນມີສະພາບທີ່ງົດງາມ ເຊິ່ງດ້ານ

ຫລັງຂອງສິມ ກໍໄດ້ມີການແຕ້ມຮູບຕົ້ນໂພດ້ວຍກະຈົກສີ ແບບດຽວກັນກັບວັດຊຽງທອງຂອງຫລວງພະບາງອີກ

ດ້ວຍ.

 

wangkum-002

 

ນອກຈາກນັ້ນ, ພາຍໃນວັດດັ່ງກ່າວນີ້ ຍັງປະດິດສະຖານພະພຸດທະຮູບແບບສີລະປະລ້ານຊ້າງ ເຊິ່ງຊາວພູໄທທີ່ອາ

ໄສຢູ່ໃນພື້ນທີ່ດັ່ງກ່າວເອີ້ນວ່າ ” ຫລວງປູ່ວັງຄຳ ” ຢູ່ໃນຫໍສາລາຫລັງໃໝ່ຂອງວັດ ເຊິ່ງເປັນສະຖານທີ່ທ່ອງທ່ຽວທີ່

ສຳຄັນຂອງແຂວງກາລະສິນ ຖິ່ນເຜົ່າພູໄທອີກແຫ່ງໜຶ່ງ ຂອງຣາຊະອານາຈັກໄທ ປະເທດເພື່ອນບ້ານຂອງ ສປປ

ລາວ ຂອງພວກເຮົາໃນໄລຍະນີ້.

 

wangkum-007

wangkum-009

wangkum-010

wangkum-017

 

ພາບ ແລະ ຂໍ້ມູນຈາກ: www.sadoodta.com

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...