Homeຂ່າວທ້ອງຖິ່ນເຊກອງ ວາງສີລາລຶກໂຄງການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດ

ເຊກອງ ວາງສີລາລຶກໂຄງການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດ

Published on

ໃນວັນທີ 9 ກຸມພາ 2023 ຜ່ານມາ, ທີ່ບ້ານທົ່ງຫວາຍ ເມືອງທ່າແຕງ ແຂວງເຊກອງ ໄດ້ມີພິທີ ວາງສີລາລຶກໂຄງການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດແຂວງເຊກອງ ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ເຫຼັກໄຫຼລ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆເຊກອງ, ມີບັນດາທ່ານ ຫົວໜ້າກົມ, ຮອງກົມກະຊວງປ້ອງກັນຄວາມສະຫງົບ, ບັນດາທ່ານ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງທ່າແຕງ, ລະມາມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັນເອກ ທະວີສັກ ເພັດພູຫຼວງ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງເຊກອງ ໄດ້ລາຍງານຫຍໍ້ການກໍ່ສ້າງສູນຟື້ນຟູປິ່ນປົວສຸຂະພາບຜູ້ຕິດຢາເສບຕິດໃຫ້ຮູ້ວ່າ: ສູນບຳບັດແຫ່ງດັ່ງກ່າວນີ້ມີເນື້ອທີ່ທັງໝົດ 21.363 ຕາແມັດ, ປະກອບມີ 7 ຕຶກອາຄານ, ເຊິ່ງສາມາດຮອງຮັບ ແລະບັນຈຸຜູ້ຕິດຢາເສບຕິດໄດ້ປະມານ 500 ຄົນ.

ໃນໄລຍະຜ່ານທາງການນຳຂອງແຂວງໄດ້ໃຫ້ທຶນການກໍ່ສ້າງ ແລະສ້ອມແປງໃນ ຈຳນວນ 500 ຮ້ອຍລ້ານກີບ ຊຶ່ງໃນນີ້ ທາງ ປກສ ແຂວງໄດ້ມອບໃຫ້ບັນດາ ບໍລິສັດ ເປັນຜູ້ເໝົາກໍ່ສ້າງຄື: ບໍລິສັດ ຈັນສີປະເສີດ ຮັບເໝົາກໍ່ສ້າງອ່າງເກັບນ້ຳສະໂຕໂລນ້ຳ ສຳເລັດ 100% ໃນມູນຄ່າ 135 ລ້ານກວ່າກີບ, ບໍລິສັດ ຈະເລີນຮ່ວມພັດທະນາ ຮັບເໝົາກໍ່ສ້າງຕາຂ່າຍໄຟຟ້າ 22 KV (ກິໂລໂວນ) ທັບ 0,4 KV( ກິໂລໂວນ) ແລະຕິດຕັ້ງໝໍ້ແບ່ງ 3P100 KVA (3 ເຟດ 100 ກິໂລໂວນແອມ) ສຳເລັດ 38,7% ໃນມູນຄ່າ 137 ລ້ານກວ່າກີບ, ສ່ວນວຽກງານທີ່ຍັງບໍ່ທັນສຳເລັດແມ່ນການຕິດຕັ້ງໄຟຟ້າເຂົ້າໃນອາຄານ, ໃນມູນຄ່າ 217 ລ້ານກວ່າກີບ ເທົ່າກັບ 61,3%.

ເພື່ອສືບຕໍ່ການຈັດຕັ້ງປະຕິບັດຕໍ່ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດຕິພາບສູງ ໂດຍຄຽງຄູ່ກັບການກໍ່ສ້າງສູນບຳບັດຟື້ນຟູຮັກສາສຸຂະພາບ ຂອງຜູ້ຕິດຢາເສບຕິດໂດຍໄວ. ສະນັ້ນ, ການນຳຂອງກະຊວງປ້ອງກັນຄວາມສະຫງົບ, ຈຶ່ງ ໄດ້ລະດົມທຶນການຊ່ວຍເຫຼືອຈາກທຸກພາກສ່ວນ ເພື່ອປະກອບສ່ວນເຂົ້າໃນໂຄງການກໍ່ສ້າງ ສູນບາບັດແຫ່ງນີ້ໃນຈຳນວນ 2,5ຕື້ກີບ.ໃນຈຳນວນເງິນດັ່ງກ່າວແມ່ນຈະໄດ້ນຳໃຊ້ເຂົ້າໃນການກໍ່ສ້າງບັນດາອາຄານມີຄື: ຕຶກ A ໃນມູນຄ່າ 368 ລ້ານກວ່າກີບ, ຕຶກ B ໃນມູນຄ່າ 743 ລ້ານກວ່າກີບ, ຕຶກ G ໃນມູນຄ່າ 1 ຕື້ກວ່າກີບ, ຮົ້ວອ້ອມໜາມໝາກຈັບ ມູນຄ່າ 201 ລ້ານກວ່າກີບ.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...