Homeຂ່າວພາຍ​ໃນສຶກສາອົບຮົມກຸ່ມມົ້ວສຸມດື່ມນໍ້າກະທ່ອມ

ສຶກສາອົບຮົມກຸ່ມມົ້ວສຸມດື່ມນໍ້າກະທ່ອມ

Published on

ໃນວັນທີ 8 ກຸມພາ 2023 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ສຶກສາອົບຮົມກຸ່ມມົ້ວສຸມດື່ມນ້ຳກະທ່ອມ ແລະ ຜູ້ຂາຍ ໂດຍການເປັນປະທານຂອງ ພັທ ບຸນສີ ແກ້ວພະນົມໄຊ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ມີພະນັກງານທີ່ກ່ຽວຂ້ອງ, ພວກມົ້ວສຸມດື່ມນໍ້າກະທ່ອມ ແລະ ຜູ້ຂາຍ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.

ไม่มีคำอธิบายรูปภาพ

ພັທ ບຸນສີ ແກ້ວພະນົມໄຊ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ກ່າວວ່າ: ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນດ້ານຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ ໂດຍປະຕິບັດຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 13/ປກສ ລົງວັນທີ 14 ກັນຍາ 2022 ເລື່ອງ: ການເພີ່ມທະວິການຄວບຄຸມ ແລະ ສະກັດກັ້ນ ການປູກ , ຜະລິດ , ປຸງແຕ່ງ, ຊົມໃຊ້, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອຍຄອງ, ນໍາເຂົ້າ, ສົ່ງອອກ ພືດທີ່ມີສານເສບຕິດ ຫຼື ຜະລິດຕະພັນທີ່ມີສານປະສົມສານຕັ້ງຕົ້ນ ແລະ ສານປະເພດຕ່າງໆ ໂດຍບໍ່ຖຶກຕ້ອງຕາມກົດໜາຍ, ພ້ອມທັງເປັນການຜັນຂະຫຍາຍນິຕິກຳ, ຄໍາສັ່ງ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສຍຕິດ 2021-2023 ສະບັບເລກທີ 19/ນຍ ແລະ ເປັນການເພີ່ມທະວີວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແນໃສ່ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພໃນສັງຄົມ, ຫ້າມບຸກຄົນ, ນິຕິບຸກຄົນ,ຜູ້ປະກອບການ, ຮ້ານອາຫານ, ຮ້ານບັນເທິງ, ໂຮງແຮມ ແລະ ການຈັດຕັ້ງປູກ, ຜະລິດ, ປຸງແຕ່ງ, ຊົມໃຊ້, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອຍຄອງ, ນໍາເຂົ້າ, ສົ່ງອອກ ພືດທີ່ມີສານເສບຕິດ ປະເພດ: ຢາຝີ່ນ, ກະທ່ອມ ແລະ ຜະລິດຕະພັນທີ່ມີສານປະສົມສານຕັ້ງຕົ້ນ ແລະ ສານປະເພດຕ່າງໆ ເຊັ່ນ: ຢາສູບໄຟຟ້າ-ຊິຊ່າ(ບາລາກູ), ຂາຄູ່, ກາເຟ ແລະ ປູມເປົ້າອັດແກ໌ສສານໄນຕັດອ໋ອດໄຊທ໌ (N2O) ຖ້າຜູ້ໃດຫາກລະເມີດຈະຖືກສຶກສາອົບຮົມ ກ່າວເຕືອນ, ປັບໄໝ ແລະ ຖືກດໍາເນີນຄະດີໃນສະຖານເບົາ ຫຼື ໜັກ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ສະນັ້ນມາໃນວັນທີ 8 ກຸມພາ 2023 ຜ່ານມານີ້ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ນຳເອົາເປົ້າໝາຍມົ້່ວສຸມດື່ມນໍ້າກະທ່ອມຈຳນວນ 7 ຄົນ ແລະ ຜູ້ ຂາຍ ຈຳນວນ 2 ຄົນ ມາສຶກສາອົບຮົມກ່າວເຕືອນ ແລະ ປັບໄໝ ພ້ອມທັງໄດ້ຢືດຂອງກາງສ່ວນປະສົມຂອງນໍ້າກະທ່ອມ ມີ ໃບກະທ່ອມ 17 ກິໂລກະລາມ, ໂອອິຊີຈຳນວນ 9 ແກັດ, ຢາດີໄອ 327 ແກ້ວ, ນໍ້າຕານສົດ 24 ແກັດ ແລະ ຢາສູບໄຟຟ້າ-ຊິຊ່າ(ບາລາກູ)ຈໍານວນ 25 ອັນ.

ไม่มีคำอธิบายรูปภาพ

อาจเป็นรูปภาพของ 7 คน, ผู้คนกำลังยืน และ สถานที่ในร่ม

ຂ່າວຈາກ ປກສ ແຂວງວຽງຈັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...