Homeຂ່າວຕ່າງປະເທດຜູ້ຊາຍຫຼາຍກວ່າ 2,000 ຄົນຖືກຈັບໃນອາທິດດຽວ ເພາະ​ການ​ແຕ່ງ​ງານ​ຜິດ​ກົດ​ໝາຍ

ຜູ້ຊາຍຫຼາຍກວ່າ 2,000 ຄົນຖືກຈັບໃນອາທິດດຽວ ເພາະ​ການ​ແຕ່ງ​ງານ​ຜິດ​ກົດ​ໝາຍ

Published on

ຕໍາຫລວດອິນເດຍໄດ້ຈັບກຸມຜູ້ຊາຍຫຼາຍກວ່າ 2,000 ຄົນໃນອາທິດດຽວ. ເພື່ອ​ປາບ​ປາມ​ການ​ແຕ່ງ​ງານ​ຜິດ​ກົດ​ໝາຍ​ກັບ​ເດັກ​ນ້ອຍ​ຕ່ຳ​ກວ່າ 18 ປີ​ໃນ​ລັດອັດສະລຳ (Assam) ແຕ່​ກັບເຮັດ​ໃຫ້​ເກີດ​ການ​ປະ​ທ້ວງ​.

ໃນວັນທີ 4 ກຸມພາ 2023 ຜ່ານມາ, ທ່ານ Kiadentra Pratap Singh, ຜູ້ບັນຊາການຕຳຫຼວດລັດ Assam ພາກ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ​ຂອງ​ອິນ​ເດຍ​ ອອກມາເປີດເຜີຍວ່າ ຜູ້ຊາຍທັງໝົດ 2,169 ຄົນໄດ້ຖືກຈັບກຸມໃນອາທິດທີ່ຜ່ານມາ, ໃນການກວດສອບ ຄະດີທີ່ຕຳຫຼວດໄດ້ຮັບແຈ້ງເອົາໄວ້ກວ່າ 4,074 ຄະດີທີ່ກ່ຽວຂ້ອງກັບຜູ້ຊາຍ 8,000 ຄົນ.

ສໍາລັບ ອັດສະລຳ ມີປະຊາກອນ 35 ລ້ານຄົນ, ເຊື່ອວ່າເກີດຄະດີການແຕ່ງງານກັບຜູ້ເຍົາທີ່ບໍ່ໄດ້ແຈ້ງຄວາມຢ່າງຫຼວງຫຼາຍ ຕາມ​ສະຖິຕິ​ຂອງ​ອົງການ​ສະຖິຕິ​ອາ​ຊະ​ຍາ​ກຳ​ແຫ່ງ​ຊາດລະບຸວ່າ: ​ໃນ​ປີ 2021 ​ໄດ້​ມີ​ການ​ແຕ່ງງານ​ເດັກ​ພຽງ 155 ກໍລະນີ, ​ໃນ​ປີ 2020 ​ມີ 138 ກໍລະນີ.

ທັງນີ້, ໃນປະເທດອິນເດຍ ຜູ້ຊາຍຕ້ອງມີອາຍຸເກີນ 21 ປີຈຶ່ງຈະແຕ່ງງານຢ່າງຖືກຕ້ອງຕາມກົດໝາຍ, ໃນຂະນະທີ່ແມ່ຍິງຕ້ອງມີອາຍຸ 18 ປີຂຶ້ນໄປ ຢ່າງໃດກໍຕາມ, ປັນຫາຄວາມທຸກຍາກ, ການຂາດການສຶກສາ ແລະ ບັນທັດຖານໃນສັງຄົມໂດຍສະເພາະໃນພຶ້ນທີ່ຊົນນະບົດ ເຮັດໃຫ້ເກີດກາທນແຕ່ງງານກັບເດັກຫຼາຍທົ່ວປະເທດ.

ທີ່ມາ:cbsnews

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...