Homeຂ່າວຄາດຕະກຳຈັບຜູ້ກໍ່ເຫດຄາດຕະກຳ ຊີງຊັບເພື່ອເອົາໄປແຕ່ງເມຍ

ຈັບຜູ້ກໍ່ເຫດຄາດຕະກຳ ຊີງຊັບເພື່ອເອົາໄປແຕ່ງເມຍ

Published on

ເຈົ້າໜ້າທີ່ ປກສ ແຂວງຄໍາມ່ວນ ຈັບຊາຍ ອາຍຸ 24 ປີ ທີ່ກໍ່ເຫດຄາດຕະກໍາ ເພື່ອປຸ້ນຊັບ ທ້າວ ຖາວອນ ຫຼື ເຢັ້ນລີ້ ໄດ້ເງິນຈໍານວນ 70 ກວ່າລ້ານກີບ. ຈາກນັ້ນ, ໄດ້ເອົາຕົວຫຼົບໜີ ແລະ ຖືກເຈົ້າໜ້າ ທີ່ຕິດຕາມຈັບຕົວໄດ້.

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນເວລາ 10:30 ໂມງ ຂອງວັນທີ 31 ມັງກອນ 2023, ເຈົ້າໜ້າທີ່ ໄດ້ຮັບລາຍງານຈາກ ປກສ ເມືອງມະຫາໄຊ ວ່າ: ເກີດເຫດການຄາດຕະກໍາ ແລະ ປຸ້ນຊັບ ທ້າວ ຖາວອນ ຫຼື ເຢັນລີ້ ອາຍຸ 38 ປີ ຄ້າຂາຍຢູ່ບ້ານໂພນສະອາດ ເມືອງ ມະຫາໄຊ ເຈົ້າໜ້າທີ່ລົງຊັນນະສູດຊາກສົບ ແລະ ເປີດເບິ່ງກ້ອງວົງຈອນປິດ ຈຶ່ງຮູ້ວ່າຜູ້ລົງມືກໍ່ເຫດຊື່ ທ້າວ ອຸດອນ ອາຍຸ 24 ປີຢູ່ບ້ານໜອງໂນ ເມືອງບົວລະພາ ເຈົ້າໜ້າທີ່ຈຶ່ງນໍາຈັບຕົວໄດ້ໃນເວລາປະມານ 17:00 ໂມງວັນດຽວກັນ.

ຜູ້ກໍ່ເຫດສາລະພາບວ່າ: ໄດ້ຮູ້ຈັກກັບ ທ້າວ ຖາວອນ ຫຼື ເຢັ້ນລີ້ (ຜູ້ເສຍຊີວິດ) ມາແຕ່ປີ 2020 ຜູ້ກ່ຽວ ໄດ້ຖາມຢືມເງິນ ຈໍານວນ 70.000.000 ກີບ ຊິເອົາໄປແຕ່ງເມຍ ແລະ ກໍຫາວິທີວາງແຜນເອົາເງິນຈາກ ທ້າວ ເຢັ້ນລີ້ ຕະຫຼອດເວລາ.

ເວລາຕໍ່ມາປະມານ 20:00 ໂມງ ຜູ້ກ່ຽວກໍຄິດວ່າ ຖ້າຢາກໄດ້ເງິນ ແມ່ນຕ້ອງລົງມືຄາດຕະກໍາເທົ່ານັ້ນ ຈຶ່ງໄດ້ຍ່າງໄປຈັບເອົາສາກເຂົ້າເບືອຍາວປະມານ 30 ຊັງຕີແມັດ ມາເຊື່ອງໄວ້ຢູ່ຂ້າງໂຕະຄອມ; ໃນເວລາດຽວກັນ, ທ້າວ ເຢັ້ນລີ້ ຈັບມີດຄັດເຕີຊີ້ໜ້າ ພ້ອມທັງໂທລະສັບບອກຄົນໃຫ້ມາຫາຢູ່ຮ້ານ; ເມື່ອໄດ້ຍິນແນວນັ້ນຈຶ່ງໂດດໄປກັດຄໍ ທ້າວ ເຢັ້ນລີ້ ແລະ ປໍ້າລົງພື້ນພ້ອມທັງເອົາສາກເຂົ້າ ເບືອຕີຫົວບໍລິເວນຫົວ ທັງໝົດ 9 ບາດ ແຕ່ຍັງເຫັນວ່າ ທ້າວ ເຢັ້ນລີ້ ຍັງມີການເໜັງຕີງ ຈຶ່ງໄດ້ແກ້ເອົາເສື້ອແຂນສັ້ນຂອງຕົນ ມາມັດຄໍແລ້ວໃຊ້ເຂົ່າເບື້ອງຊ້າຍເຕັງໃສ່ ກ້ານຄໍ, ຕີນເບື້ອງຂວາຢຽບສົ້ນເສື້ອ ສ່ວນມືທັງສອງຂ້າງແມ່ນດຶງສົ້ນເສື້ອຢ່າງແຮງ ເພື່ອເຮັດໃຫ້ ທ້າວ ເຢັ້ນລີ້ ຂາດໃຈຕາຍພາຍໃນ 20 ນາທີ ແຕ່ບໍ່ຕາຍ ຈຶ່ງໄດ້ຍ່າງໄປຈັບເອົາມີດຢູ່ເຮືອນຄົວຍາວປະ ມານ 20 ຊັງຕີແມັດ ແລະ ກວ້າງປະມານ 4-5 ຊັງຕີແມັດ ມາປາດຄໍ 2 ບາດ ເຮັດ ໃຫ້ຫຼອດລົມຂາດ ແລະ ເສຍຊີວິດທັນທີ.

ຈາກນັ້ນ, ຜູ້ກ່ຽວກໍໄດ້ໄປອາບນໍ້າລ້າງຕົນຕົວ ພ້ອມທັງນໍາຜ້າແພມາເຊັດເລືອດ ແລະ ໄປຈັບເອົາເງິນຢູ່ຕູ້ເຊັບ, ລີ້ນຊັກຕູ້ ແລະ ມ້າງກ້ອງວົງຈອນປິດມາໄວ້ ເມື່ອໄດ້ ເຄື່ອງແລ້ວກໍຂັບຂີ່ລົດຈັກມຸ່ງໜ້າໄປທາງຫົວພູ. ພໍໄປຮອດຂົວນໍ້າຍົມ ກໍໄດ້ນໍາ ກ້ອງວົງ ຈອນປິດຖິ້ມລົງນໍ້າ ແລ້ວຂີ່ລົດ ກັບໄປບ້ານໜອງໂນ.

ຕໍ່ມາ, ເວລາ 10:00 ໂມງ ຈຶ່ງໄດ້ນໍາ ເງິນຈໍານວນດັ່ງກ່າວມານັບໄດ້ເງິນ 75.00.000 ກີບ, ເງິນບາດ 1.280 ບາດ, ໂທລະສັບ 2 ເຄື່ອງ ແລະ ແທັບເລັດ 1 ໜ່ວຍ. ຈາກນັ້ນ, ກໍຖືກເຈົ້າໜ້າທີ່ເຂົ້າຈັບຕົວໄປດຳເນີນຄະດີຕາມກົດໝາຍ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...