Homeຂ່າວຕ່າງປະເທດລັດຖະບານ​ມຽນມາ ໄດ້​ປະກາດ​ຂະຫຍາຍ​ເວລາສະຖານະ​ການ​ສຸກ​ເສີນ​ອອກໄປອີກ 6 ​ເດືອນ

ລັດຖະບານ​ມຽນມາ ໄດ້​ປະກາດ​ຂະຫຍາຍ​ເວລາສະຖານະ​ການ​ສຸກ​ເສີນ​ອອກໄປອີກ 6 ​ເດືອນ

Published on

ໃນວັນທີ 1 ກຸມພາ 2023 ຜ່ານມາ, ສະຖານີໂທລະພາບ MR ທີວີ ທາງການຂອງມຽນມາ ລາຍ​ງານ​​ວ່າ, ສະພາ​ປ້ອງ​ກັນ​ປະ​ເທດ​ແລະ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ລັດຖະບານ​ມຽນມາ ໄດ້​ປະກາດ​ຂະຫຍາຍ​ເວລາສະຖານະ​ການ​ສຸກ​ເສີນ​ອອກໄປອີກ 6 ​ເດືອນ, ​ເນື່ອງ​ຈາກ​ສະຖານະ​ການ​ຍັງ​ບໍ່​ທັນ​ກັບ​ຄືນ​ສູ່​ສະພາບ​ປົກກະຕິ ແລະ ລັດຖະບານຕ້ອງການເວລາເພີ່ມຂຶ້ນໃນການເລືອກຕັ້ງຢ່າງສັນຕິ.

ໂດຍການປະກາດຂະຫຍາຍພາວະສຸກເສີນໃນມຽນມາ ພາຍຫຼັງ 2 ປີ ທີ່ກອງທັບມຽນມາ ໄດ້ບັງຄັບໃຊ້ສະຖານນະການສຸກເສີນ ນັບຕັ້ງແຕ່ກອງທັບໄດ້ຍຶດອຳນາດຈາກລັດຖະບານຂອງ ທ່ານນາງ ອອງຊານ ຊູຈີ ເມື່ອວັນທີ 1 ກຸມພາ ປີ 2021 ແລະ ອາດເຮັດໃຫ້ແຜນການເລືອກຕັ້ງທີ່ກຳນົດໄວ້ໃນເບື້ອງຕົ້ນ ທີ່ຈະຈັດຂຶ້ນໃນເດືອນສິງຫາປີນີ້, ອາດ​ຈະ​ຕ້ອງ​ໄດ້​ເລື່ອນ​ເວລາ​ຕື່ມ​ອີກ ​ເພາະວ່າ​ພາຍ​ໃຕ້​ລັດຖະທຳ​ມະນູນ​ຂອງ​ມຽນມາ ລະບຸວ່າໃຫ້ຈັດການເລືອກຕັ້ງທົ່ວໄປໄດ້ ຖ້າ​ຫາກ​ກອງທັບ​ມຽນມາ​ໂອນ​ອຳນາດ​ການ​ປົກຄອງ​ໃຫ້​ປະທານາທິບໍດີ​​ໃນົລຍະ 6 ​ເດືອນ​ກ່ອນ​ການ​ເລືອກ​ຕັ້ງ

ຢ່າງ​ໃດ​ກໍ​ຕາມ, ມາ​ຮອດ​ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ກຳນົດ​ເວລາ​ທີ່​ຈະ​ແຈ້ງ​ໃນ​ການ​ເລືອກ​ຕັ້ງ​ ຕາມ​ທີ່​ທ່ານ​ພົນ​ເອກ Min Aung Hlaing ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ອາດ​ຈະ​ເກີດ​ຂຶ້ນ​ໃນ​ເດືອນ​ສິງຫາ.

ທີ່ມາ: NikKia Asia

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...