Homeຂ່າວຕ່າງປະເທດສະຫລົດ! ຕຳຫລວດອາເມຣິກັນ ຍິງເດັກ 12 ປີ ຕາຍ ເພາະຖືປືນປອມ!

ສະຫລົດ! ຕຳຫລວດອາເມຣິກັນ ຍິງເດັກ 12 ປີ ຕາຍ ເພາະຖືປືນປອມ!

Published on

police shoots boy carrying BB gun1

 

ຕຳຫລວດລັດໂອໄຮໂອ ສະຫະລັດອາເມຣິກາ ຍິງເດັກນ້ອຍ 12 ປີ ເສຍຊີວິດ ເຫດຖືປືນປອມຫລິ້ນຢູ່ສະໜາມເດັກ

ນ້ອຍ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 24 ພະຈິກນີ້ວ່າ ເຫດເກີດຂຶ້ນໃນວັນທີ 23 ພະຈິກຜ່ານມານີ້ ຢູ່ລັດໂອໄຮໂອ

ສະຫະລັດອາເມຣິກາ ເມື່ອຕຳຫລວດໄດ້ຍິງເດັກນ້ອຍຊາຍອາຍຸ 12 ປີ ເສຍຊີວິດ ເພາະເຫັນເດັກຖືປືນບີບີກັນ ເຊິ່ງເປັນ

ປືນປອມ ຫລິ້ນຢູ່ໃນສະໜາມເດັກນ້ອຍ ເຊິ່ງກາຍເປັນເລື່ອງສະເທືອນຂັວນຊາວອາເມຣິກັນຄະດີລ່າສຸດ.

 

ຕຳຫລວດ 2 ຄົນ ໄດ້ຮັບແຈ້ງຈາກປະຊາຊົນໃນເຂດນັ້ນວ່າ ພົບເຫັນເດັກນ້ອຍຖືປືນເລັງໃສ່ຜູ້ຄົນຢູ່ສະໜາມເດັກຫລິ້ນ

ເມື່ອໄດ້ຮັບແຈ້ງ ຕຳຫລວດທັງ 2 ຄົນກໍຟ້າວເຂົ້າໄປໃນພື້ນທີ່ ໂດຍເຫັນປືນເໜັບຢູ່ແອວຂອງເດັກນ້ອຍຜູ້ເຄາະຮ້າຍ

ທາງຕຳຫລວດຈິ່ງເອົາປືນຈີ້ ແລະ ສັ່ງໃຫ້ເດັກຄົນດັ່ງກ່າວຍົກມືຂຶ້ນ, ແຕ່ພາຍຫລັງເດັກຄົນນັ້ນ ຊ້ຳພັດເຮັດທ່າທາງຈະ

ຈົກເອົາປືນອອກມາຍິງຕຳຫລວດ ທາງຕຳຫລວດຈິ່ງໄດ້ຍິງເຂົ້າບໍລິເວນທ້ອງຂອງເດັກ 2 ນັດ ເຮັດໃຫ້ໄດ້ຮັບບາດເຈັບ

ສາຫັດ ແລະ ເສຍຊີວິດໃນມື້ຕໍ່ມາຢູ່ໃນໂຮງໝໍ.

 

ຈາກການກວດສອບປືນທີ່ເດັກນ້ອຍຄົນນັ້ນຖື ແມ່ນພົບວ່າເປັນປືນຈຳລອງ ເຊິ່ງປັດຈຸບັນຄະດີດັ່ງກ່າວ ຍັງຢູ່ໃນລະ

ຫວ່າງການສືບສວນຢ່າງລະອຽດ ຂະນະທີ່ປະເດັນດັ່ງກ່າວນີ້ ໄດ້ກາຍເປັນຫາງສຽງວິພາກວິຈານກັນຢ່າງໜາຫູໃນສັງ

ຄົມອາເມຣິກັນຂະນະນີ້.

 

tamir-rice-15487b524171d82c_1

police shoots boy carrying BB gun3

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...