Homeຂ່າວທ້ອງຖິ່ນທ່ານ ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ພື້ນຖານການຜະລິດກະສິກຳ

ທ່ານ ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ພື້ນຖານການຜະລິດກະສິກຳ

Published on

ໃນວັນທີ 29 ມັງກອນ 2023 ຜ່ານມາ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຄງການ ກໍ່ສ້າງໂຮງງານຜະລິດຫົວອາຫານສັດລາວ ຂອງບໍລິສັດ ລາວໂຮມມາດ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ທີ່ຕັ້ງຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ໂຄງການກໍ່ສ້າງຟາມໄກ່ສຸກຈະເລີນ ຕັ້ງຢູ່ບ້ານນາຂ່າ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ໂດຍມີທ່ານຮອງເຈົ້າແຂວງວຽງຈັນ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ການນຳເມືອງ ແລະ ຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.

ໃນໂອກາດນີ້, ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບລວມຂອງ ໂຄງການ ຈາກຜູ້ຕາງໜ້າບໍລິສັດຜູ້ລົງທຶນ ເຫັນວ່າ: ໂຄງການກໍ່ສ້າງໂຮງງານຜະລິດຫົວອາຫານສັດລາວ ມີເນື້ອທີ່ 5 ເຮັກຕາ, ໄດ້ເລີ່ມກໍ່ສ້າງໃນປີ 2020, ກໍ່ສ້າງສຳເລັດສົມບູນ ສາມາດທົດລອງຜະລິດ ໃນທ້າຍປີ 2022 ແລະ ຈະໄດ້ດໍາເນີນການຜະລິດຢ່າງເປັນປົກກະຕິ ໃນເດືອນມີນາ 2023 ເປັນຕົ້ນໄປ; ມີອາຄານຫຼັກທັງໝົດ 3 ຫຼັງ ຄື: ອາຄານສາງເກັບວັດຖຸດິບ, ອາຄານກົນຈັກທຳການຜະລິດ ແລະ ອາຄານສາງເກັບມ້ຽນຜະລິດຕະພັນສຳເລັດຮູບ; ມີມູນຄ່າການລົງທຶນກໍ່ສ້າງທັງໝົດ 130 ຕື້ກວ່າກີບ; ມີກໍາລັງການຜະລິດ 10 ໂຕນ/ຊົ່ວໂມງ (ເບື້ອງຕົ້ນ ຄາດວ່າຈະຜະລິດ 8 ຊົ່ວໂມງ/ມື້ ອີງຕາມຄວາມຕ້ອງການຂອງຕະຫຼາດ) ແລະ ຈະຜະລິດຫົວອາຫານ 2 ຊະນິດ ຄື: ຫົວອາຫານໝູ ປະມານ 20.000 ໂຕນ/ປີ ແລະ ຫົວອາຫານສັດປີກ 10.000 ໂຕນ/ປີ, ໃນນັ້ນ ຄວາມຕ້ອງການວັດຖຸດິບ ເພື່ອສະໜອງປ້ອນເຂົ້າໂຮງງານແມ່ນ ສາລີ 5.000 ໂຕນ/ປີ, ມັນຕົ້ນແຫ້ງ 4.000 ໂຕນ/ປີ, ເຂົ້າປຽນ 4.000 ໂຕນ/ປີ, ກາກຖົ່ວເຫຼືອງ 6.000 ໂຕນ/ປີ, ຮໍາ 2.500 ໂຕນ/ປີ. ສໍາລັບໂຄງການກໍ່ສ້າງຟາມໄກ່ສຸກຈະເລີນ ມີເນື້ອທີ່ຈໍານວນ 44 ເຮັກຕາ, ເລີ່ມກໍ່ສ້າງ ໃນຕົ້ນປີ 2022, ປັດຈຸບັນ ສຳເລັດ 96% ແລະ ຈະໃຫ້ສຳເລັດ 100% ໃນທ້າຍເດືອນມີນາ 2023 ໂດຍນໍາໃຊ້ວັດສະດຸທີ່ມີຄຸນນະພາບ, ກົນຈັກ ແລະ ເຕັກນິກຕ່າງໆ ທີ່ທັນສະໄໝ ເປັນຕົ້ນ ລະບົບການໃຫ້ນໍ້າ, ໃຫ້ອາຫານ, ການຈັດເກັບ, ຄັດແຍກ ແລະ ລຳລຽງໄຂ່, ການມ້ຽນ-ອະນາໄມ, ບຳບັດ ແລະ ລຳລຽງຂີ້ໄກ່…; ມີອາຄານລ້ຽງໄກ່ທັງໝົດ 10 ຫຼັງ (ໄກ່ນ້ອຍ 2 ຫຼັງ ແລະ ໄກ່ໃຫຍ່ 8 ຫຼັງ), ສາມາດບັນຈຸໄກ່ໄດ້ທັງໝົດ 1 ລ້ານໂຕ ຊຶ່ງຄາດວ່າ ຈະສາມາດຜະລິດໄຂ່ໄກ່ໄດ້ປະມານ 800.000-850.000 ໜ່ວຍ/ມື້.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດມີຄຳເຫັນເໂອ້ລົມ ຕໍ່ຜູ້ລົງທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງ, ກ່ອນອື່ນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ທີ່ຜູ້ລົງທຶນໄດ້ຕັດສິນໃຈ ເລືອກລົງທຶນ ໃນກິດຈະການສ້າງພື້ນຖານການຜະລິດ ທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃນປັດຈຸບັນ ກໍ່ຄືສະເພາະໜ້າ ເວົ້າລວມ, ເວົ້າສະເພາະ ແມ່ນປະກອບສ່ວນເຂົ້າໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ດ້ວຍສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງ ແລະ ມີປະລິມານຫຼາຍຂຶ້ນ ເຮັດໃຫ້ຄົນລາວໄດ້ຊົມໃຊ້ຜະລິດຕະພັນພາຍໃນ ທີ່ມີຕົ້ນທຶນການຜະລິດຕໍ່າ ກໍ່ຄື ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າ, ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມປະຊາຊົນ ທຳການຜະລິດ, ມີວຽກເຮັດງານທຳ ໂດຍສະເພາະ ການລ້ຽງສັດ ໃຫ້ເປັນຂະບວນການທີ່ພົ້ນເດັ່ນຫຼາຍຂຶ້ນ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...