Homeຂ່າວຕ່າງປະເທດເກົາຫຼີໃຕ້ກຽມຢຸດການບັງຄັບໃຫ້ໃສ່ໜ້າກາກອະນາໄມໃນອາຄານໃນວັນທີ 30 ມັງກອນ

ເກົາຫຼີໃຕ້ກຽມຢຸດການບັງຄັບໃຫ້ໃສ່ໜ້າກາກອະນາໄມໃນອາຄານໃນວັນທີ 30 ມັງກອນ

Published on

ທາງເກົາຫຼີໃຕ້ວາງແຜນຍົກເລີກມາດຕະການໃສ່ໜ້າກາກອະນາໄມເມື່ອຢູ່ໃນອາຄານ ແຕ່ຍັງຈະໃສ່ເມື່ອຢູ່ໂຮງໝໍ ແລະ ຂົນສົ່ງສາທາລະນະ.

ໃນວັນທີ 20 ມັງກອນ 2023 ທ່ານ ຮັນ ດັອກຊູ ນາຍົກລັດຖະມົນຕີເກົາຫຼີໃຕ້ ປະກາດວ່າ ທາງການເກົາຫຼີໃຕ້ວາງແຜນທີ່ຈະຍົກເລີກມາດຕະການບັງຄັບໃສ່ໜ້າກາກອະນາໄມເມື່ອຢູ່ໃນຕຶກອາຄານ ໂດນຄາດວ່າຈະມີຜົນໃຊ້ຕັ້ງແຕ່ວັນທີ 30 ມັງກອນ ເປັນຕົ້ນໄປ.

ມາດຕະການບັງຄັບໃສ່ໜ້າກາກອະນາໄມເມື່ອຢູ່ຕຶກອາຄານ ເປັນມາດຕະການປ້ອງກັນໂຄວິດອັນສຸດທ້າຍແລ້ວ ເຊິ່ງກ່ອນໜ້ານີ້ກໍມີຫຼາຍມາດຕະການ ແຕ່ໄດ້ຍົກເລີກໄປເກືອບໝົດພາຍຫຼັງທີ່ເປີດປະເທດ.

ເຖິງວ່າຈະຫຼຸດມາດຕະການໃສ່ໜ້າກາກອະນາໄມເມື່ອຢູ່ອາຄານ ແຕ່ປະຊາຊົນກໍຕ້ອງໃສ່ເມື່ອຢູ່ໃນເຂດຊຸມຊົນແອອັດ ຫຼື ຈຸດທີ່ສ່ຽງ ເຊັ່ນ ໂຮງໝໍ ຮ້ານຂາຍຢາ ບໍລິການຂົນສົ່ງສາທາລະນະ.

ແຫຼ່ງຂ່າວ The Star

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...