Homeຂ່າວພາຍ​ໃນຍຸງລາຍບ້ານ ທີ່ຖືເຊື້ອໂວບັກເຄຍ ເປັນຄວາມຫວັງໃໝ່ທີ່ຈະຊ່ວຍຫລຸດການແຜ່ເຊື້ອໄຂ້ຍຸງລາຍໃນ ສປປ ລາວ

ຍຸງລາຍບ້ານ ທີ່ຖືເຊື້ອໂວບັກເຄຍ ເປັນຄວາມຫວັງໃໝ່ທີ່ຈະຊ່ວຍຫລຸດການແຜ່ເຊື້ອໄຂ້ຍຸງລາຍໃນ ສປປ ລາວ

Published on

ຍຸງລາຍບ້ານ ທີ່ຖືເຊື້ອໂວບັກເຄຍ ເປັນຄວາມຫວັງໃໝ່ທີ່ຈະຊ່ວຍຫລຸດການແຜ່ເຊື້ອໄຂ້ຍຸງລາຍໃນ ສປປ ລາວ ອີງຕາມຜົນການວິໄຈທາງວິທະຍາສາດ ຊີ້ໃຫ້ເຫັນວ່າ: ຍຸງທີ່ຖືເຊື້ອດັ່ງກ່າວ ຊ່ວຍຢັບຢັ້ງການຂະຫຍາຍຕົວ ແລະ ການສົ່ງຕໍ່ເຊື້ອໄວຣັສ ທີ່ເຮັດໃຫ້ເກີດພະຍາດໄຂ້ຍຸງລາຍ, ໄຂ້ປວດກະດູກ, ໄຂ້ຊິກ້າ, ໄຂ້ຕົວເຫລືອງ ແລະ ພະຍາດອື່ນໆ ຄາດວ່າຈະທົດລອງປ່ອຍຍຸງລາຍບ້ານ ທີ່ຖືເຊື້ອ ໂວບັກເຄຍ ຢູ່ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ(ນວ) ໃນທ້າຍເດືອນເມສາ ຫາ ຕົ້ນເດືອນກັນຍານີ້.

ທ່ານນາງ ພຸດມະນີ ທຳມະວົງ ຜູ້ຈັດການໂຄງການ ຄວບຄຸມປະຊາກອນຍຸງໂລກ ປະຈຳອົງການຊ່ວຍເຫລືອເດັກສາກົນ ປະຈຳລາວ ໄດ້ລາຍງານໃຫ້ຮູ້ ໃນວັນທີ 19 ມັງກອນ 2023 ວ່າ: ຍຸງລາຍບ້ານທີ່ຖືເຊື້ອ ໂວບັກເຄຍ ຈະມີພູມຄຸ້ມກັນທີ່ສາມາດຢັບຢັ້ງເຊື້ອໄວຣັສພາຍໃນໂຕມັນເອງ ເວລາຍຸງດັ່ງກ່າວ ໄປກັດຜູ້ປ່ວຍໄຂ້ຍຸງລາຍ ຫລື ພະຍາດອື່ນໆ ທີ່ມີຍຸງລາຍເປັນພາຫະນຳເຊື້ອ ຈະບໍ່ສາມາດສົ່ງຕໍ່ພະຍາດດັ່ງກ່າວ ໄປຫາຜູ້ອື່ນ ເນື່ອງຈາກເຊື້ອ ໂວບັກເຄຍ ໃນໂຕຍຸງໄດ້ທຳລາຍເຊື້ອໄວຣັສ ດັ່ງກ່າວພາຍໃນໂຕມັນເອງ. ຜ່ານການຄົ້ນຄວ້າວິໄຈໂຄງການຄວບຄຸມປະຊາກອນຍຸງໂລກ ສະແດງໃຫ້ເຫັນວ່າ ການປ່ອຍຍຸງລາຍບ້ານ ທີ່ມີເຊື້ອໂວບັກເຄຍ ຈະສາມາດຫລຸດຜ່ອນ ການສົ່ງຕໍ່ເຊື້ອໄຂ້ຊະນິດດັ່ງກ່າວໄດ້ ດ້ວຍການນຳເອົາຍຸງລາຍບ້ານທີ່ຖືເຊື້ອ ໂວບັກເຄຍ ໄປປ່ອຍໃນເຂດພື້ນທີ່ ທີ່ມີການລະບາດຂອງໄຂ້ຍຸງລາຍ ເພື່ອໃຫ້ຍຸງລາຍທີ່ມີເຊື້ອໄປປະສົມພັນກັບ ຍຸງລາຍທີ່ບໍ່ມີເຊື້ອ ຈະເຮັດໃຫ້ຈໍານວນຍຸງລາຍບ້ານ ທີ່ມີເຊື້ອໂວບັກເຄຍ ແຜ່ຂະຫຍາຍເພີ່ມຂຶ້ນ ແຕ່ມີຄວາມປອດໄພຕໍ່ຄົນ, ສັດ ແລະ ສິ່ງແວດລ້ອມ ຄາດວ່າຈະທົດລອງປ່ອຍຍຸງ ທີ່ຖືເຊື້ອ ໂວບັກເຄຍ ຢູ່ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ໃນ 30 ກວ່າບ້ານ, ໄລຍະປ່ອຍຍຸງ 20 ອາທິດ ເຊິ່ງຈອກປ່ອຍຍຸງ 1 ໜ່ວຍ ຈະປ່ອຍໃນພື້ນທີ 50×50 ແມັດ. ໃນຊ່ວງປ່ອຍຍຸງ ແລະ ຫລັງປ່ອຍຍຸງ ປະຊາຊົນ ຫລື ແຕ່ລະຄົວເຮືອນ ສາມາດປະຕິບັດມາດຕະການ ຄຸ້ມຄອງພາຫະນະນຳເຊື້ອຕາມປົກກະຕິ ໝາຍຄວາມວ່າ ປະຊາຊົນ ສາມາດທຳລາຍແຫລ່ງເພາະພັນຍຸງທັງໃນບ້ານ ແລະ ນອກບ້ານໄດ້ ແຕ່ຫ້າມທຳລາຍ ຈອກແຈກຢາຍຍຸງ ຂອງໂຄງການຢ່າງເດັດຂາດ.

ແຕ່ເຖິງຢ່າງໃດກໍຕາມ ພວກເຮົາບໍ່ສາມາດຮູ້ ຫລື ຈໍາແນກຍຸງລາຍບ້ານ ທີ່ມີເຊື່ອ ແລະ ຍຸງລາຍບ້ານທີ່ບໍ່ມີເຊື້ອໄດ້ ດ້ວຍການສໍາຜັດ ຫລື ເບິ່ງດ້ວຍຕາເປົ່າ ນອກຈາກການເອົາຕົວຢ່າງຍຸງໄປເຮັດການວິໄຈຢູ່ຫ້ອງທົດລອງ (ຫ້ອງແລັບ). ໃນໄລຍະປ່ອຍຍຸງ ທີມງານວິຊາການ ຈະລົງຕິດຕາມກວດກາຜົນທຸກໆ 2 ອາທິດ ແລະ ຫລັງປ່ອຍຍຸງ ຈະສືບຕໍ່ລົງຕິດຕາມຜົນທຸກໆ 4 ອາທິດ ເພື່ອເກັບເອົາຕົວຢ່າງຍຸງລາຍບ້ານ ຢູ່ໃນພື້ນທີ່ປ່ອຍຍຸງ ແລ້ວສົ່ງໄປວິໄຈ ເພື່ອຈະຮູ້ວ່າຍຸງຢູ່ພື້ນທີ່ ປ່ອຍຍຸງນັ້ນມີເຊື້ອ ໂວບັກເຄຍ ຫລາຍໜ້ອຍສ່ຳໃດ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...