Homeຂ່າວພາຍ​ໃນເຈົ້າໜ້າທີ່ທຳລາຍໝາກກກະໂພກ, ບັ້ງໄຟຟຸ ນໍ້າໜັກ 651 ກິໂລກຣາມ

ເຈົ້າໜ້າທີ່ທຳລາຍໝາກກກະໂພກ, ບັ້ງໄຟຟຸ ນໍ້າໜັກ 651 ກິໂລກຣາມ

Published on

ວັນທີ 19 ມັງກອນ 2023, ພະແນກຕໍາຫຼວດ ປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ສົມທົບກັບ ພະແນກຕໍາຫຼວດ ສິ່ງແວດລ້ອມ, ພະແນກອຸດສະຫະກໍາ ແລະ ການຄ້າ ນວ ທໍາລາຍໝາກກະໂພກ, ບັ້ງໄຟພຸ ມີນໍ້າໜັກ 651 ກິໂລກຣາມ ຢູ່ເຂດບ້ານຈໍາປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ; ໂດຍການນໍາພາຂອງ ພັທ ສົມຈິດ ຟອງສະຫວັນ ຮອງຫົວໜ້າ ພະແນກຕໍາຫຼວດປ້ອງກັນເສດຖະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ສົມຈິດ ຟອງສະຫວັນ ໃຫ້ຮູ້ວ່າ: ພາຍຫຼັງເຈົ້າຄອງ ນວ ໄດ້ອອກຄໍາສັ່ງເລກທີ 01/ຈນວ ລົງວັນທີ 16 ມັງກອນ 2023, ວ່າດ້ວຍການເພີ່ມທະວີ ຈັດຕັ້ງປະຕິບັດການຫ້າມຜະລິດ, ນໍາເຂົ້າ, ສົ່ງອອກ, ຊື້-ຂາຍ, ມີໄວ້ໃນຄອບຄອງ, ຈູດ ຫຼື ຍິງໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ກໍ່ສຽງແຕກໃນຕົວເມືອງ, ຊານເມືອງ ນວ, ພະແນກຕໍາຫຼວດປ້ອງກັນເສດຖະກິດ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາ ແລະ ແກ້ໄຂ ຊາວຄ້າຂາຍຢູ່ເຂດເມືອງໄຊເສດຖາ, ເມືອງຈັນທະບູລີ, ເມືອງສີສັດຕະນາກ, ເມືອງສີໂຄດຕະບອງ ແລະ ເມືອງໄຊທານີ ພົບເຫັນໝາກກະໂພກ ແລະ ບັ້ງໄຟພຸ ຈໍານວນ 651 ກິໂລກຣາມ ຈຶ່ງໄດ້ຢຶດ ແລ້ວນໍາມາທໍາລາຍຖີ້ມ ເພື່ອເຮັດໃຫ້ໄລຍະສະເຫຼີມສະຫຼອງປີໃໝ່ຂອງຊາວຈີນ ແລະ ຊາວຫວຽດນາມ ມີຄວາມສະຫງົບ ເຮັດໃຫ້ສຽງແຕກສຽງດັງ ເນື່ອງນັນຢູ່ໃນ ນວ ຫຼຸດໜ້ອຍຖອຍລົງ.
_____
Cr. ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...