Homeຂ່າວທ້ອງຖິ່ນປະທານາທິບໍດີ​ຢູ​ເຄຣນ ໄດ້​ສົ່ງ​ຈົດໝາຍ​ເຊີນ ​ທ່ານ ສີຈິ້ນຜິງ

ປະທານາທິບໍດີ​ຢູ​ເຄຣນ ໄດ້​ສົ່ງ​ຈົດໝາຍ​ເຊີນ ​ທ່ານ ສີຈິ້ນຜິງ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ວໍໂລດີເມຍ ເຊເລນສະກີ​ ປະທານາທິບໍດີ​ຢູ​ເຄຣນ ໄດ້​ສົ່ງ​ຈົດໝາຍ​ໄປ​ຍັງ​ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານ​ປະ​ເທດ ສປ ​ຈີນ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ​ຄວມຂັດແຍ່ງລະຫວ່າງ ​ຣັດ​ເຊຍ-ຢູ​ເຄຣນ. ​ເຊິ່ງວິ​ກິດ​ການ​ສົງຄາມ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ​ເກືອບ​ໜຶ່ງ​ປີ.

ທ່ານ​ນາງ Olena Zelenska, ພັນ​ລະ​ຍາ​ຂອງ​ປະທານາທິບໍດີ ເຊເລນສະກີ ເປີດເຜີຍໃນລະຫວ່າງກອງປະຊຸມເວທີປາໄສເສດຖະກິດໂລກ ຫຼື World Economic Forum ທີ່ນະຄອນ Davos ສະວິດເຊີແລນ ໃນວັນພຸດທີ່ຜ່ານມາ ຕາມເວລາທ້ອງຖິ່ນນັ້ນ ຕົນໄດ້ມອບ​ຈົດໝາຍ​ທີ່ປະທານາທິບໍດີ ຢູເຄຣນ ຂຽນເຊີນ ທ່ານ​ ສີ​ຈິ້ນ​ຜິ​ງ ​ສົ່ງ​ຈົດໝາຍ​ເຊື້ອ​ເຊີນ​ໄປ​ຍັງ​ຄະນະ​ຜູ້​ແທນ​ຈີນ​ຢູ່​ເວທີ​ປາ​ໄສ​ເສດຖະກິດ​ໂລກ, ​ໂດຍ​ຫວັງວ່າ ຜູ້ນຳ​ຈີນ​ຈະ​ຕອບຮັບ​ເອົາ​ຄຳ​ເຊີນ.

ກ່ອນຫນ້ານີ້, ມີລາຍງານວ່າປະທານາທິບໍດີ ເຊເລນສະກີ ຕ້ອງການຕິດຕໍ່ກັບປະທານປະເທດ ສີຈິ້ນຜິງ ຮຽກຮ້ອງໃຫ້ຜູ້ນໍາຈີນໃຊ້ອິດທິພົນຂອງພວກເຂົາ ການ​ເຈລະຈາ​ກັບ​ປະທານາທິບໍດີ​ລັດ​ເຊຍ ວາລາດີເມຍ ປູຕິນ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ສົງຄາມ​ລັດ​ເຊຍ – ຢູ​ເຄຣນ.

ທີ່ມາ: ສະຍາມລັດ

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...