Homeຂ່າວຕ່າງປະເທດນາຍົກລັດຖະມົນຕີນິວຊີແລນ ລາອອກຈາກຕຳແໜ່ງ

ນາຍົກລັດຖະມົນຕີນິວຊີແລນ ລາອອກຈາກຕຳແໜ່ງ

Published on

ອິງຕາມການລາຍງານຂອງສຳນັກຂ່າວ ແຊຮນິວເອເຊຍ ໃນວັນທີ 19 ມັງກອນ 2023 ນີ້ວ່າ: ທ່ານນາງ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ ມີ​ແຜນ​ຈະ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ວັນ​ທີ 7 ກຸມພາ​ນີ້  ແລະ ຈະບໍ່ລົງສະໝັກເລືອກຕັ້ງອີກ ໃນ​ຂະ​ນະ​ທີ່​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ນິວ​ຊີ​ແລນ​ມີ​ຂຶ້ນ​ໃນ​ວັນ​ທີ 14 ເດືອນ​ຕຸ​ລາ.

ທ່ານນາງ Jacinda Ardern ໄດ້ກ່າວວ່າ: ຂ້ອຍຕັດສິນໃຈທີ່ຈະໃຫ້ໂອກາດຕົວເອງ ໃນການຄິດທົບທວນວ່າ ຂ້ອຍຍັງມີສຶ່ງທີ່ຈຳເປັນຕ້ອງເຮັດອີກບໍ່ ຂ້ອຍອາດຈະສ້າງຄວາມເສຍຫາຍໃຫ້ກັບນິວຊີແລນ ຫາກຍັງຄົງຈະບໍລິຫານປະເທດຕໍ່ໄປ.

ຢ່າງໃດກໍຕາມ ທ່ານນາງ Ardern ນັບເປັນນາຍົກລັດຖະມົນຕີຍິງທີ່ອາຍຸນ້ອຍທີ່ສຸດໃນໂລກ ໂດຍເຂົ້າຮັບຕຳແໜ່ງໃນປີ 2017 ດ້ວຍອາຍຸ 37 ປີ ເຊິ່ງເປັນຜູ້ນຳພາປະເທດນິວຊີແລນຜ່ານເຫດການສຳຄັນຕ່າງໆ ອະທິ ເຫດການລະບາດຂອງພະຍາດໂຄວິດ-19, ເຫດການຜູເກໍ່ການຮ້າຍບຸກຍິງໂບດສອງແຫ່ງໃນເມືອງໄຄເຊິດ ລວມໄປເຖິງເຫດການພູເຂົາໄຟໄອແລນລະເບີດ.

ທີ່ມາ: the standard

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...