spot_img
Homeຂ່າວພາຍ​ໃນກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດ ປະຈໍາປີ 2022

ກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດ ປະຈໍາປີ 2022

Published on

ໃນວັນທີ 17 ມັງ ກອນ 2023 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຈັດ, ໃຫ້ກຽດເປັນປະທານໂດຍ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ, ປະທານຄະນະກໍາມະການຕ້ານການຄ້າ ມະນຸດລະດັບຊາດ, ມີຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ໄອຍະການປະຊາຊົນ, ສານປະຊາຊົນ, ກະຊວງປ້ອງກັນປະເທດ, ກະຊວງ ປກສ, ຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ, ນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ກ່າວເນັ້ນທີ່ກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດ ປະຈໍາປີ 2022 ແລະ ວາງທິດທາງແຜນການປະຈໍາປີ 2023 ໃຫ້ຄະນະກໍາມະການຕ້ານການຄ້າມະນຸດ ທຸກໆຂະແຫນງ ການຕ່າງໆນັບແຕ່ສູນກາງລົງຮອດທ້ອງຖິ່ນຕ້ອງເອົາໃຈໃສ່ 11 ບັນຫາເປັນຫຼັກ.

11 ບັນຫາດັ່ງກ່າວ ປະກອບມີຄື: ດ້ານກົງຈັກການຈັດຕັ້ງຕ້ອງກວດກາຄືນ, ມີຄວາມຮັບປະກັນໃນການເຄື່ອນໄຫວເຮັດຫນ້າທີ່ວຽກງານ, ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຢ່າງ ເປັນປົກກະຕິ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້, ບັນຫາອາຊະຍາກໍາຕ່າງໆຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາໃຫ້ສໍາເລັດໄປດ້ວຍດີ; ຈັດຕັ້ງຜັນຂະຫຍາຍແຜນງານແຫ່ງຊາດວ່າດ້ວຍ ການານການຄ້າມະນຸດໄລຍະ III (2021-2025) ໃຫ້ມີປະສິດທິຜົນສູງ; ສຸມໃສ່ເຮັດວຽກງານໂຄສະນາປູກຈິດສໍານຶກກ່ຽວກັບຄວາມສໍາຄັນ ແລະ ຜົນຮ້າຍຂອງການຄ້າມະນຸດທັງລວງ ກວ້າງ ແລະ ເລິກໃຫ້ທົ່ວສັງຄົມ; ສຸມໃສ່ການດໍາເນີນຄະດີາມະນຸດຢ່າງເຂັ້ມງວດ, ເດັດຂາດ ແລະ ໂປ່ງໃສ; ເອົາໃຈໃສ່ໃນການເຮັດວຽກງານປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍກຸ່ມ ສ່ຽງ ໃຫ້ມີຄວາມຮັບປະກັນ ແລະ ປອດໄພ; ເພີ່ມທະວີການປະສານສົມທົບກັບພາກສ່ວນກ່ຽວຂ້ອງ; ເພີ່ມທະວີການເຮັດວຽກງານປະສານສົມທົບໃຫ້ແຫນ້ນແຟ້ນກົມກຽວ; ເອົາໃຈໃສ່ເຮັດ ວຽກງານພົວພັນຮ່ວມມືກັບສາກົນໃຫ້ເຂັ້ມງວດ; ຄົ້ນຄວ້າສະຫນອງງົບປະມານຮັບໃຊ້ວຽກງານຕ້ານການຄ້າມະນຸດໃຫ້ມີຄວາມເຫມາະສົມ ແລະ ທັນເວລາເພື່ອເຮັດໃຫ້ບັນຫາການຄ້າ ມະນຸດໃນສປປ ລາວນັບມື້ນັບຫຼຸດຫນ້ອຍຖອຍລົງ ແລະ ຫມົດໄປຈາກສປປ ລາວ.

ໃນປີ 2022, ມີຜູ້ຖືກເຄາະຮ້າຍແລະກຸ່ມສ່ຽງຈາກການຄ້າມະນຸດທີ່ໄດ້ເຂົ້າມາບໍາບັດຟື້ນຟູຢູ່ສູນໃຫ້ ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍຈໍານວນ 95 ຄົນ ຍິງ 76 ຄົນ, ໄດ້ບໍລິການປິ່ນປົວ ແລະ ກວດສຸ ຂະພາບຝີໃຫ້ຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງລວມທັງ ຫມົດ 148 ຄົນ ຍິງ 140 ຄົນ, ໄດ້ຊ່ວຍເຫຼືອທາງດ້ານ ກົດຫມາຍແກ່ຜູ້ຖືກເຄາະຮ້າຍຈໍານວນ 137 ຄັ້ງ, ໃຫ້ຄໍາປຶກສາເຊິ່ງຫນ້າ ແລະ ໃຫ້ຄໍາປຶກສາທາງໂທລະສັບ ສາຍ ດ່ວນບັນດາຂະ ແຫນງການຕ່າງໆ ນັບທັງສູນກາງ ແລະ ທ້ອງຖິ່ນໄດ້ ຮ່ວມມື 2 ຝ່າຍລາວ- ຫວຽດນາມ, ລາວ-ຈີນ, ລາວ-ໄທ, 3 ຝ່າຍລາວ-ກໍາປູເຈຍ-ຫວຽດນາມ, ໄດ້ຮ່ວມມື ຫຼາຍຝ່າຍແມ່ນສຸມໃສ່ ການຮ່ວມມືໃນກອບອາຊຽນເປັນຕົ້ນແມ່ນ ການເຂົ້າຮ່ວມກອງປະຊຸມປຶກສາຫາລື, ສໍາມະນາ, ຝຶກອົບຮົມໃນການສ້າງຄວາມເຂັ້ມແຂງທາງດ້ານບຸກຄະລະກອນໃນຕ້ານການຄ້າມະນຸດຢູ່ໃນພາກພື້ນ, ຮ່ວມກັບບັນດາອົງການຈັດຕັ້ງສາກົນໃນການຈັດຕັ້ງປະຕິບັດບັນດາໂຄງການ, ກິດຈະກໍາຕາມບົດບັນທຶກຄວາມເຂົ້າໃຈທີ່ສອງຝ່າຍໄດ້ລົງນາມ ຮ່ວມກັນໄດ້ສໍາເລັດເປັນຢ່າງດີ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...