Homeຂ່າວເຫດການນາຍົກລັດຖະມົນຕີໄທ ມີກຳນົດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ນາຍົກລັດຖະມົນຕີໄທ ມີກຳນົດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

Published on

Untitled-1eng-2.1a

 

ດຍຕອບສະໜອງຕາມຄຳເຊີນ ຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ

ປະຊາຊົນລາວ, ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍ ພັນລະຍາ

ແລະ ຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 26-27 ເດືອນພະຈິກ 2014 ນີ້.


ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ເກີດເມື່ອວັນທີ 21 ເດືອນມານາ ປີ 1954.
ຕຳແຫນ່ງປະຈຸບັນ:                   ນາຍົກລັດຖະມົນຕີ
ການສຶກສາ :
ປີ 1971                        –           ໂຮງຮຽນກຽມທະຫານ ລຸ້ນທີ 12
ປີ 1977                        –           ໂຮງຮຽນນາຍຮ້ອຍພະຈຸລະຈອມເກົ້າ ລຸ້ນທີ 23
ປີ 1977                        –           ຫລັກສູດຊັ້ນນາຍຮ້ອຍ ລຸ້ນທີ 51
ປີ 1981                        –           ຫລັກສູດຊັ້ນນາຍພັນ ລຸ້ນທີ 34
ປີ 1985                        –           ຫລັກສູດຫັຼກປະຈຳໂຮງຮຽນເສນາທິການທະຫານບົກ ຊຸດທີ 63
ປີ 2007                        –           ຫລັກສູດວິທະຍາໄລປ້ອງກັນຣາຊະອານາຈັກພາກລັດຮ່ວມເອກະຊົນ ລຸ້ນທີ 20
ປະຫວັດການເຮັດວຽກ
ປີ 1990                     –      ຜູ້ບັງຄັບກອງພັນທະຫານລາບທີ 2 ກົມທະຫານບົກທີ 21 ຮັກສາພະອົງ (ຜບ.ຮ.21 ພັນ 2 ຮອ.)
ປີ 1998                        –           ຜູ້ບັງຄັບການກົມທະຫານລາບທີ 21 ຮັກສາພະອົງ (ຜບ.ຮ 21 ຮອ.)
ປີ 2003                        –           ຜູ້ບັນຊາການກອງພົນທະຫານລາບທີ 2 ຮັກສາພະອົງ (ຜບ.ພລ.ຮ 2 ຮອ.)
ປີ 2006                        –           ແມ່ທັບພາກທີ 1 (ມທພ. 1)
ປີ 2008                        –           ເສນາທິການທະຫານບົກ (ເນທ.ທບ.)
ປີ 2009                        –           ຮອງຜູ້ບັນຊາການທະຫານບົກ (ຮອງ ຜບ.ທບ.)
ປີ 2010                        –           ຜູ້ບັນຊາການທະຫານບົກ (ຜບ.ທບ.)
ປີ 2014                        –           ຫົວຫນ້າຄະນະຮັກສາຄວາມສະຫງົບແຫ່ງຊາດ
ລັດຖະການພິເສດ ຖວາຍງານຮັບໃຊ້ໃຕ້ເບື້ອງພະຍຸຄົນລະບາດ
ປີ 1987                        –           ມີພະບໍຣົມຣາຊະໂອງການໂປຣດເກົ້າ ແຕ່ງຕັ້ງເປັນ ຣາຊະອົງຄະລັກເວນ
ປີ 1999                        –           ປະຕິບັດຫນ້າທີ່ຜູ້ຊ່ວຍຫົວຫນ້ານາຍທະຫານເສີມກຳລັງພິເສດ
ປີ 2001                        –           ປະຕິບັດຫນ້າທີ່ ຮອງຫົວຫນ້ານາຍທະຫານເສີມກຳລັງພິເສດ
ປີ 2009                        –           ມີພະບໍຣົມຣາຊະໂອງການໂປຣດເກົ້າ ແຕ່ງຕັ້ງເປັນ ຣາຊະອົງຄະຮັກພິເສດ
ປີ 2012                        –           ມີພະບໍຣົມຣາຊະໂອງການໂປຣດເກົ້າ ແຕ້ງຕັ້ງເປັນ ຕຸລາການສານທະຫານສູງສຸດ
ໄດ້ຮັບໂປຣດເກົ້າເປັນນາຍທະຫານພິເສດປະຈຳຫນ່ວຍ
ປີ 2002                        –           ນາຍທະຫານພິເສດປະຈຳ ກົມທະຫານລາບທີ 21 ຮັກສາພະອົງ
ປີ 2004                        –           ນາຍທະຫານພິເສດປະຈຳ ກົມທະຫານລາບທີ 2 ຮັກສາພະອົງ
ປີ 2006                        –           ນາຍທະຫານພິເສດປະຈຳ ກົມທະຫານລາບທີ 1 ມະຫາດເລັກຮັກສາພະອົງ
ປີ 2011                        –           ນາຍທະຫານພິເສດປະຈຳ ກົມທະຫານລາບທີ 11 ຮັກສາພະອົງ
ຕຳແຫນ່ງທາງພົນລະເຮືອນທີ່ຜ່ານມາ
ປີ 2006                        –           ສະມາຊິກນິຕິບັນຍັດແຫ່ງຊາດ
ປີ 2006                        –           ຄະນະກຳມະການການໄຟຟ້ານະຄອນຫຼວງ
ປີ 2007                        –           ກຳມະການ ບໍລິສັດ ໄທອອຍ ຈຳກັດ (ມະຫາຊົນ)
ປີ 2010                        –           ກຳມະການ ທະນາຄານທະຫານໄທ ຈຳກັດ (ມະຫາຊົນ)

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...