Homeຂ່າວພາຍ​ໃນປະຕິບັດລາຍຮັບໄດ້ 505.14 ຕື້ກີບ

ປະຕິບັດລາຍຮັບໄດ້ 505.14 ຕື້ກີບ

Published on

ທ່ານ ເກດສະກັນ ແສງປະດິດ ຫົວໜ້າສ່ວຍສາອາກອນແຂວງຄໍາມ່ວນໄດ້ຕາງໜ້າໃຫ້ພະນັກງານສ່ວຍສາອາກອນປະຈໍາແຂວງລາຍງານກ່ຽວກັບການຄຸ້ມຄອງຈັດເກັບລາຍຮັບສ່ວຍສາອາກອນໃນຕະຫຼອດໄລຍະປີ 2022ຜ່ານມາຕໍ່ຜູ້ສື່ຂ່າວທ້ອງຖິ່ນວ່າ : ໃນທ່າມກາງສະພາບການເມືອງ -ເສດຖະກິດທີ່ມີທັງກາລະໂອກາດເອື້ອອໍານວຍ , ສິ່ງທ້າທາຍ ແລະ ຜົນກະທົບຫຼາຍຢ່າງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -ສັງຄົມ 05 ປີ ຄັ້ງທີ IX ຂອງແຂວງຄໍາມ່ວນ . ພ້ອມກັນນັ້ນກໍ່ຢູ່ໃນໄລຍະທີ່ທົ່ວພັກ , ທົ່ວກອງທັບ ແລະ ທົ່ວປວງຊົນຢູ່ແຂວງຄໍາມ່ວນກໍາລັງອອກແຮງແຂ່ງຂັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງຄໍາມ່ວນເວົ້າລວມ , ເວົ້າສະເພາະສະມາຊິກພັກ-ພະນັກງານໃນຂົງເຂດການເງິນໃຫ້ປະກົດຜົນເປັນຈິງ.

ຄະນະສ່ວຍສາອາກອນແຂວງຄໍາມ່ວນມີ 03 ສະຫາຍ , ປະກອບມີ 03 ຂະແໜງຂຶ້ນກັບ , 6 ຕົວເມືອງມີເງື່ອນໄຂສ້າງຕັ້ງເປັນສ່ວຍອາກອນປະຈໍາເມືອງ ແລະ 4 ຕົວເມືອງເປັນໜ່ວຍງານສ່ວຍສາອາກອນປະຈໍາເມືອງ , ມີຈໍານວນພະນັກງານສົມບູນທົ່ວແຂວງ 162 ຄົນ , ຍິງ 42 ຄົນ , ຂັ້ນແຂວງຄຸ້ມຄອງຈໍານວນ 72 ຄົນ,ຍິງ 19 ຄົນ , ຂັ້ນເມືອງ 10 ຕົວເມືອງ 90 ຄົນ , ຍິງ 29 ຄົນ , ລະດັບວິຊາສະເພາະປະລິນຍາໂທຈໍານວນ 08 ຄົນ , ຍິງ 03 ຄົນ,ກໍາລັງໄປຄົ້ນຄວ້າປະລິນຍາເອກຢູ່ ສ.ສ ຫວຽດນາມ 01 ຄົນ , ປະລິນຍາຕີຈໍານວນ 104 ຄົນ , ຍິງ 28 ຄົນ , ຊັ້ນສູງຈໍານວນ 42 ຄົນ , ຍິງ 12 ຄົນ , ຊັ້ນກາງ 09 ຄົນ , ຍິງ 01 ຄົນ.

ທົ່ວແຂວງມີຫົວໜ່ວຍວິສາຫະກິດທັງໝົດຈໍານວນ 3.676 ຫົວໜ່ວຍ , ຫົວໜ່ວຍທີ່ຖືບັນຊີ 982 ຫົວ ໜ່ວຍ , ຫົວໜ່ວຍທີ່ຢູ່ໃນລະບົບອາກອນມູນຄ່າເພີ້ມ 865 ຫົວໜ່ວຍ , ຂັ້ນແຂວງຄຸ້ມຄອງຈໍານວນ 865 ຫົວ ໜ່ວຍ , ແຈ້ງມອບອາກອນປົກກະຕິ 523 ຫົວໜ່ວຍ , ບໍ່ມີການເຄື່ອນໄຫວ , ຢຸດເຊົາຊົ່ວຄາວ ແລະ ບໍ່ແຈ້ງມອບພັນທະອາກອນ 342 ຫົວໜ່ວຍ . ສໍາລັບຫົວໜ່ວຍທຸລະກິດທີ່ສ່ວຍສາອາກອນເມືອງຄຸ້ມຄອງມີຈໍານວນ 2.811 ຫົວໜ່ວຍ . ສາຂາຂອງຫົວໜ່ວຍທີ່ສູນກາງ ແລະ ຕ່າງແຂວງຄຸ້ມຄອງມີ 51 ຫົວໜ່ວຍ.

ສໍາລັບແຜນຈັດເກັບລາຍຮັບປີ 2022 ມີທັງໝົດ 351,18 ຕື້ກີບ ( ລາຍຮັບພາສີ-ສ່ວຍສາອາກອນ 339,82 ຕື້ກີບ , ລາຍຮັບທີ່ບໍ່ແມ່ນພາສີ-ອາກອນ 11,35 ຕື້ກີບ ) . ຂັ້ນແຂວງຄຸ້ມຄອງຈັດເກັບ 297,86 ຕື້ກີບ , ຂັ້ນເມືອງຄຸ້ມຄອງຈັດເກັບ 53,31 ຕື້ກວ່າກີບ.

ຜ່ານການຈັດຕັ້ງປະຕິບັດສາມາດຈັດເກັບໄດ້ 505,14 ຕື້ກີບ , ທຽບໃສ່ແຜນການປີປະຕິບັດໄດ້ 143,84 % ຫຼື ລື່ນແຜນການປີ 43,84 % ເທົ່າກັບ 153,96 ຕື້ກີບ ,ທຽບໃສ່ປີ 2021 ປະຕິບັດໄດ້ລື່ນ 224,19 ຕື້ກີບ . ໃນນີ້ສ່ວຍສາອາກອນປະຕິບັດໄດ້ 470,396 ຕື້ກີບ ເທົ່າກັບ 138,42 % . ລາຍຮັບທີ່ບໍ່ແມ່ນພາສີ-ອາກອນ 34,75 ຕື້ກີບ ເທົ່າກັບ 306,03 % . ຂັ້ນແຂວງປະຕິບັດໄດ້ 408,04 ຕື້ກີບ ເທົ່າກັບ 136,99 % ,ຂັ້ນເມືອງປະຕິບັດໄດ້ 97,11 ຕື້ກີບເທົ່າກັບ 182,14 % ລາຍຮັບດັ່ງກ່າວແຍກເປັນແຕ່ລະປະເພດຄື:

ລາຍຮັບສ່ວຍສາອາກອນປົກກະຕິ 319,69 ຕື້ກີບ ເທົ່າກັບ 123,52 % ,ລາຍຮັບຈາກພາສີທີ່ດິນ 7,37 ຕື້ກີບ ເທົ່າກັບ 95,90 % , ລາຍຮັບຈາກຄ່າທໍານຽມພະແນກການ 5,94 ຕື້ກີບ ເທົ່າກັບ 86,18 % , ຄ່າບໍລິການວິຊາການ 17,10 ຕື້ກີບ ເທົ່າກັບ 96,10 % , ລາຍຮັບຈາກຊັບພະຍາກອນ ແລະ ຄ່າຝາກຫຼວງ 129,27 ຕື້ກີບ ເທົ່າກັບ 247,35 % , ລາຍຮັບທີ່ບໍ່ແມ່ນພາສີ-ສ່ວຍສາອາກອນ 34,75 ຕື້ກີບ ເທົ່າກັບ 306,03 %.

ທ່ານ ເກດສະກັນ ແສງປະດິດ ຫົວໜ້າສ່ວຍສາອາກອນແຂວງຄໍາມ່ວນໄດ້ກ່າວຕື່ມວ່າ : ຄຽງຄູ່ກັບຂໍ້ສະດວກພວກເຮົາກໍ່ຍັງມີຂໍ້ຫຍຸ້ງຍາກເປັນຕົ້ນສະພາບລວມການເມືອງ- ເສດຖະກິດພາຍນອກມີຄວາມຜັນແປຢ່າງສັບສົນ , ຄາດຄະເນໄດ້ຍາກ , ການເພີ້ມຂຶ້ນລາຄາສິນຄ້າຫຼາຍປະເພດ , ສະພາບໄພເງິນເຟີ້ເກີດຂຶ້ນ , ການສະໜອງກັບຄວາມຕ້ອງການບໍ່ຢູ່ໃນສະພາບທີ່ສົມດູນກັນ , ອັດຕາແລກປ່ຽນມີການເໜັງຕິງສູງເຊິ່ງເປັນປັດໃຈສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດຂອງປະເທດເຮົາເວົ້າລວມ,ເວົ້າສະເພາະແຂວງຄໍາມ່ວນ.

ສໍາລັບທິດທາງແຜນການປີ 2023 ແຂວງຄໍາມ່ວນຖືກມອບໝາຍຈາກລັດຖະບານໃຫ້ເປັນແຂວງທີ່ມີລາຍຮັບເກີນດູນ ( ເປັນແຂວງກຸ້ມຕົນເອງທາງດ້ານງົບປະມານ ) ແລະ ໄດ້ຮັບແຜນຈັດເກັບລາຍຮັບຈໍານວນ 947,02 ຕື້ກີບ . ໃນນີ້ລາຍຮັບພາສີ-ສ່ວຍສາອາກອນ 929,89 ຕື້ກີບ , ລາຍຮັບບໍ່ແມ່ນພາສີ-ອາກອນ 17,13 ຕື້ກີບ.

ແຫຼ່ງຂ່າວ: mediaALAOS

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...